ບ້ານໂດດດ່ຽວທີ່ສຸດໃນໂລກ ຕັ້ງເທິງເກາະຫ່າງໄກຢູ່ທະເລໄອແລນ ພື້ນທີ່ບໍ່ມີຄົນອາໄສຢູ່ມາເປັນຮ້ອຍປີ


ບ້ານໂດດດ່ຽວທີ່ສຸດໃນໂລກ – miller ລາຍງານຫຼາຍທິດສະດີກ່ຽວກັບບ້ານຫຼັງນ້ອຍໆທີ່ເຊື່ອກັນວ່າເປັນບ້ານທີ່ໂດດດ່ຽວທີ່ສຸດແຫ່ງໜຶ່ງຂອງໂລກທີ່ຕັ້ງຢູ່ເທິງ ເກາະເອວລິໄດ ເປັນເກາະທີ່ຢູ່ຫ່າງໄກທາງໃຕ້ຂອງໄອແລນ, ເພາະເປັນບ້ານຫຼັງດຽວຢູ່ເທິງເກາະຮ້າງແຫ່ງນີ້ ຈຶ່ງກາຍເປັນແຫຼ່ງຕຳນານຫຼາກຫຼາຍ.

ມີຕຳນານເລົ່າຂານເລື່ອງໜຶ່ງວ່າ ບ້ານຫຼັງນີ້ສ້າງໂດຍມະຫາເສດຖີພັນລ້ານຜູ້ວາງແຜນຍ້າຍມາເກາະທີ່ກ່າງໄກແບບນີ້ໃນກໍລະນີວັນສິ້ນໂລກເນື່ອງຈາກຊອມບີ້ ຂະນະທີ່ຄົນອື່ນໆເຊື່ອວ່ານັກພົດສາສະນາທ່ານໜຶ່ງອາດອາໄສຢູ່ບ່ອນນີ້.

ສ່ວນທິດສະດີອື່ນທີ່ໄດ້ຮັບຄວາມນິຍົມວ່າ ລັດຖະບານໄອແລນມອບເກາະແຫ່ງນີ້ເປັນຂອງຂວັນໃຫ້ແກ່ປີເຢີກ (Björk) ນັກຮ້ອງສາວຊາວໄອແລນແຕ່ພາຍຫຼັງຖືກຫັກລ້າງບໍ່ເປັນຄວາມຈິງ.

ແມ່ນແຕ່ບາງຄົນກໍຍັງອ້າງວ່າ ບ້ານຫຼັງນີ້ບໍ່ມີຢູ່ແທ້ ແຕ່ຖືກຕັດຕໍ່ດ້ວຍໂປຣແກຣມຕົກແຕ່ງຮູບຖ່າຍກ່ອນນຳມາເຜີຍແຜ່ໃນ Online.

ເກາະເອວລິໄດເປັນສ່ວນໜຶ່ງຂອງ ໝູ່ເກາະ Westman Nine Bar ຕອນນີ້ກາຍເປັນເກາະຮ້າງທີ່ສົມບູນແຕ່ເຄີຍມີຜູ້ຢູ່ອາໄສເມື່ອ 300 ປີກ່ອນ ໄດ້ແກ່ 5 ຄອບຄົວ ທີ່ອາໄສການຕຶກປາ ລ່ານົກພັບຟິນ (Puffin) ແລະ ລ້ຽງງົວເພື່ອລ້ຽງຊີບ.

ຊ່ວງທົດສະວັດທີ 1930 ຜູ່ອາໄສຄົນສຸດທ້າຍໄດ້ປະຖິ້ມເກາະແຫ່ງນີ້ໄປກາຍເປັນເກາະຮ້າງນັບຕັ້ງແຕ່ນັ້ນມາ.

ເຖິງຢ່າງໃດກໍຕາມ ຄວາມຈິງກ່ຽວກັບບ້ານເລິກລັບຢູ່ເທິງເກາະແຫ່ງນີ້ຫ່າງໄກຈາກທິດສະດີ ແລະ ຕຳນານເລົ່າຂານຢ່າງສິ້ນເຊີງ ເນື່ອງຈາກບ້ານຫຼັງດັ່ງກ່າວສ້າງໂດຍສະມາຄົມລ່າສັດເກາະເອວລິໄດເພື່ອໃຊ້ເປັນຖານເພື່ອລ່ານົກພັບຟິນເຊິ່ງກິນປາຫຼາກຫຼາຍໃນນ່ານນ້ຳເບື້ອງລຸ່ມ.

ສິ່ງກໍ່ສ້າງບໍ່ມີກະແສໄຟຟ້າ, ນ້ຳ ແລະ ປະປາພາຍໃນອາຄານແຕ່ມີຊາວນາທີ່ອາໄສນ້ຳຈາກລະບົບລວບລວມນ້ຳຝົນທຳມະຊາດ.

ນອກຈາກນີ້ ເກາະເອວລິໄດຍັງຢູ່ໃນລາຍຊື່ເຂດອະນຸລັກທຳມະຊາດ ແລະ ພື້ນທີ່ຄຸ້ມຄອງຂອງໄອແລນ ເຊິ່ງບໍລິສັດທ່ອງທ່ຽວຈະສະເໜີທຣິບໜຶ່ງມື້ເຕັມໃຫ້ນັກທ່ອງທ່ຽວຜູ່ຕ້ອງການສຳຫຼວດສິ່ງແວດລ້ອມທຳມະຊາດ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/lRyxWB?utm_source=copyshare