“ອົດສະຕາລີ – ນິວຊີແລນ” ຈັບມືເຮັດ Travel Bubble ສາມາດເດີນທາງໂດຍບໍ່ຕ້ອງກັກຕົວ ເລີ່ມປີໜ້າ


ທ່ານນາງ ເຈຊິນດາ ອາເດິນ ນາຍົກລັດຖະມົນຕີນິວຊີແລນ ໄດ້ປະກາດໃນວັນທີ 14 ທັນວາ ທີ່ຜ່ານມາວ່າ ຄະນະລັດຖະມົນຕີນິວຊີແລນໄດ້ຕົກລົງໃນຫຼັກການເພື່ອອະນຸຍາດໃຫ້ການເດີນທາງ ລະຫວ່າງນິວຊີແລນ ແລະ ອົດສະຕາລີ ເປັນໄປແບບບໍ່ຕ້ອງກັກຕົວ (Travel Bubble) ໂດຍຄາດວ່າໂຄງການດັ່ງກ່າວຈະເລີ່ມໄດ້ໃນໄຕມາດທຳອິດຂອງປີໜ້າ 2021.

ນາຍົກລັດຖະມົນຕີນິວຊີແລນເປີດເຜີຍວ່າ ລັດຖະບານນິວຊີແລນ ແລະ ອົດສະຕາລີ ຍັງຕ້ອງກຽມຄວາມພ້ອມໃນດ້ານຕ່າງໆທີ່ຈຳເປັນຕໍ່ການສະຫຼຸບໂຄງການ Travel Bubble ໂດຍທັງສອງຝ່າຍຕັ້ງໃຈວ່າຈະເລີ່ມກຳນົດວັນເປີດຕົວໂຄງການໃນຊ່ວງປີໃໝ່ ທັນທີທີ່ມີການສະຫຼຸບລາຍລະອຽດຂອງໂຄງການດັ່ງກ່າວ.

ທັງນີ້ ສະຖານະການແຜ່ລະບາດໃນອົດສະຕາລີ ເລີ່ມສົ່ງສັນຍານດີຂຶ້ນ ເຊິ່ງເຮັດໃຫ້ທາງລັດຖະບານໄດ້ຜ່ອນຄາຍຂໍ້ກຳນົດໃນການຄວບຄຸມການແຜ່ລະບາດ ແລະ ລັດໃນແຕ່ລະລັດຂອງອົດສະຕາລີກໍເລີ່ມເປີດພົມແດນເດີນທາງຫາກັນແລ້ວ.

ທີ່ມາ: https://www.facebook.com/bangkokbiznews/photos/a.135275764814/10162296533194815/?_rdc=1&_rdr