ປົກເວັບ 99

ສະຫະລັດ ອະນຸມັດ 15 ລ້ານໂດລາ ເລັ່ງກວດກູ້ UXO ຊຽງຂວາງ ປົດລັອກທີ່ດິນ 2,000 ເຮັກຕາ

ສະຫະລັດອາເມລິກາ ອະນຸມັດງົບປະມານ 15 ລ້ານໂດລາ ໃຫ້ແກ່ອົງການ MAG ເພື່ອເລັ່ງກວດກູ້ລະເບີດບໍ່ທັນແຕກ (UXO) ຢູ່ແຂວງຊຽງຂວາງ. ໂຄງການນີ້ມີເປົ້າໝາຍປົດລັອກທີ່ດິນກວ່າ 20ລ້ານຕາແມັດ ຫຼື ປະມານ  2,000 ແຮັກຕາ ໃຫ້ກັບຄືນມາປອດໄພ ເພື່ອເປັນການເປີດທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວຢ່າງຍືນຍົງ.

ຕາມການລາຍງານຂອງ ໜັງສືພີມ ວຽງຈັນໃໝ່, ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສຳລັບໂຄງການສຳຫຼວດ ແລະ ກວດກູ້ລະເບີດໄລຍະທີ 5 ນີ້ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ລະຫວ່າງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດ ແມັກ (MAG) ປະຈຳລາວ. 

ພາຍໃຕ້ຂອບເວລາການຈັດຕັ້ງປະຕິບັດທີ່ຈະແກ່ຍາວໄປຈົນເຖິງເດືອນພະຈິກ 2027, ໂຄງການດັ່ງກ່າວຈະມຸ່ງເນັ້ນໃສ່ການສຳຫຼວດພື້ນທີ່ດິນໃຫ້ໄດ້ຫຼາຍກວ່າ 1,900 ແຮັກຕາ ແລະ ເລັ່ງກວດກູ້ໃນພື້ນທີ່ບູລິມະສິດທີ່ຢັ້ງຢືນວ່າມີລະເບີດຕົກຄ້າງໃຫ້ສຳເລັດຫຼາຍກວ່າ 2,000 ແຮັກຕາ ພ້ອມທັງລົງເລິກວຽກງານໂຄສະນາສຶກສາຄວາມສ່ຽງໄພໃຫ້ແກ່ຊຸມຊົນໃນທົ່ວແຂວງຢ່າງທັນການ.

ການເຄື່ອນໄຫວຄັ້ງນີ້ບໍ່ພຽງແຕ່ເປັນການແກ້ໄຂບັນຫາສະເພາະໜ້າໃນແຂວງຊຽງຂວາງ ເຊິ່ງເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດເທົ່ານັ້ນ, ແຕ່ຍັງເປັນການແກ້ໄຂບາດແຜທາງປະຫວັດສາດທີ່ກົດໜ່ວງການພັດທະນາຂອງ ສປປ ລາວ ມາຫຼາຍທົດສະວັດ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໄດ້ເປັນອຸປະສັກອັນໃຫຍ່ຫຼວງທີ່ຈຳກັດການເຂົ້າເຖິງທີ່ດິນທຳກິນ ກີດຂວາງການຂະຫຍາຍພື້ນຖານໂຄງລ່າງ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດປະຈຳວັນ. 

ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ກ່າວວ່າ “ພວກເຮົາ ມີຄວາມຍິນດີເປັນຢ່າງຍິ່ງ ໃນການສືບຕໍ່ສະໜັບສະໜູນ ຈາກລັດຖະບານ ແຫ່ງປະເທດສະຫະລັດອາເມລິກາ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ສຳລັບ ຂໍ້ຕົກລົງສະບັບໃໝ່ນີ້, ອົງການ ແມັກ ຈະສືບຕໍ່ ຈັດຕັ້ງປະຕິບັດ ພາລະບົດບາດອັນສໍາຄັນ ໃນການຊ່ວຍບັນດາຊຸມຊົນ ຢູ່ໃນແຂວງຊຽງຂວາງ ໃຫ້ສາມາດເຂົ້າເຖິງທີ່ພື້ນດິນຢ່າງປອດໄພ, ພ້ອມທັງ ປະກອບສ່ວນເຂົ້າໃນວຽກງານບູລິມະສິດແຫ່ງຊາດ ໃນການສຳຫຼວດ, ກວດກູ້ ແລະ ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ. 

ໃນຂະນະດຽວກັນ ວຽກງານເຫຼົ່ານີ້ ຍັງເປັນການສົ່ງເສີມຄວາມປອດໄພຂອງຊຸມຊົນ ແລະ ການພັດທະນາ ທ້ອງຖິ່ນ”.

ການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງລັດຖະບານລາວ, ສະຫະລັດອາເມລິກາ ແລະ ອົງການ MAG ໄດ້ກາຍເປັນກຸນແຈສຳຄັນໃນການຫັນປ່ຽນພື້ນທີ່ສ່ຽງໄພ ໃຫ້ກາຍເປັນພື້ນທີ່ແຫ່ງໂອກາດ ເພື່ອຊ່ວຍໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ສາມາດນຳໃຊ້ທີ່ດິນທຳການຜະລິດກະສິກຳ ແລະ ຂັບເຄື່ອນເສດຖະກິດທ້ອງຖິ່ນໄດ້ຢ່າງເຕັມກຳລັງ.

ຕະຫຼອດໄລຍະກວ່າ 30 ປີທີ່ຜ່ານມາ ອົງການ MAG ໄດ້ພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຄືນຊີວິດໃໝ່ໃຫ້ແກ່ຄົນລາວ ໂດຍສາມາດກວດກູ້ລະເບີດອອກຈາກພື້ນທີ່ໄດ້ແລ້ວກວ່າ 16,000 ແຮັກຕາ, ທຳລາຍລະເບີດໄປແລ້ວຫຼາຍກວ່າ 350,000 ລູກ ແລະ ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນເຖິງ 1.3 ລ້ານຄົນທົ່ວປະເທດ. 

ການສືບຕໍ່ໃຫ້ທຶນສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານສະຫະລັດນັບຕັ້ງແຕ່ປີ 2003 ຈຶ່ງເປັນບາດກ້າວອັນໜັກແໜ້ນ ໃນການຮ່ວມກັນກ້າວໄປສູ່ເປົ້າໝາຍການພັດທະນາແຫ່ງຊາດ ເພື່ອສ້າງອະນາຄົດທີ່ທຸກພື້ນທີ່ຂອງແຜ່ນດິນລາວ ຈະປາດສະຈາກຄວາມຫວາດລະແວງ ແລະ ເຕັມໄປດ້ວຍຄວາມປອດໄພສຳລັບທຸກຄົນ.

ສປປ ລາວ ຖືເປັນສັນຍາລັກຂອງບາດແຜຂອງສົງຄາມໄດ້ຢ່ສງແທ້ຈິງ,​ ກວ່າເຄິ່ງສະຕະວັດທີ່ສຽງປືນ ແລະ ສຽງເຮືອບິນຮົບໄດ້ງຽບສະຫງົບລົງ, ແຕ່ສຳລັບປະຊາຊົນລາວແລ້ວ ສົງຄາມບໍ່ເຄີຍຈົບສິ້ນຢ່າງແທ້ຈິງ, ເພາະ ໄພງຽບ ຫຼື ລະເບີດບໍ່ທັນແຕກ (UXO) ຍັງຄົງຫຼອກຫຼອນ ແລະ ພ້ອມທີ່ຈະພາກເອົາລົມຫາຍໃຈ, ອະໄວຍະວະ ແລະ ຄວາມຫວັງ ຂອງຜູ້ບໍລິສຸດໄດ້ທຸກເມື່ອ.

ມັນເປັນເລື່ອງສະເທືອນໃຈ ເມື່ອຄິດເຖິງພາບຊາວກະສິກອນທີ່ຕ້ອງຈັບຈົກຈັບຊ້ວນລົງສູ່ທົ່ງນາ ດ້ວຍຄວາມຫວາດລະແວງວ່າ ທຸກບາດກ້າວອາດເປັນບາດກ້າວສຸດທ້າຍຂອງຊີວິດ. ດິນທີ່ຄວນຈະເປັນແຫຼ່ງປູກຝັງລ້ຽງປາກລ້ຽງທ້ອງ ພັດກາຍເປັນດິນແດນທີ່ພ້ອມຈະລະເບີດຂຶ້ນທຸກວິນາທີ. ໜ້າຫົດຫູ່ໃຈກວ່ານັ້ນຄື ເດັກນ້ອຍຕາດຳໆທີ່ເກີດມາບໍ່ເຄີຍຮູ້ຈັກສົງຄາມ ພັດຕ້ອງຕົກເປັນເຫຍື່ອພຽງເພາະຄວາມໄຮ້ດຽງສາ ທີ່ແລ່ນຫຼິ້ນໄປພໍ້ໜ່ວຍບົມບີ ແລ້ວເຂົ້າໃຈຜິດຄິດວ່າເປັນເຄື່ອງຫຼິ້ນ ຫຼື ກ້ອນເຫຼັກທີ່ສາມາດນຳໄປຂາຍຊື້ເຂົ້າໜົມໄດ້. ຮອຍນ້ຳຕາຂອງຜູ້ເປັນພໍ່ແມ່ທີ່ຕ້ອງສູນເສຍລູກຮັກ ຫຼື ພາບຂອງຜູ້ທີ່ຕ້ອງກາຍເປັນຄົນພິການຕະຫຼອດຊີວິດ ຍັງຄົງເປັນຮູບເງົາທີ່ສາຍຊ້ຳໆ ບົ່ມຊ້ອນຄວາມເຈັບປວດຢູ່ໃນຫຼາຍຊຸມຊົນທົ່ວປະເທດ.

#LaoX #UXOLaos #MAGLaos #XiengKhouang #ສະຫະລັດຊ່ວຍເຫຼືອລາວ #ເກັບກູ້ລະເບີດ #ພັດທະນາປະເທດລາວ #LaoPDR

Comments are disabled