Unilever ໃນນິວຊີແລນເລີ່ມທົດລອງໃຫ້ພະນັກງານພັກວຽກ 4 ວັນຕໍ່ອາທິດ


Unilever ບໍລິສັດຜະລິດສິນຄ້າອຸປະໂພກລາຍໃຫຍ່ຂອງໂລກ ໄດ້ວາງແຜນທົດລອງໃຫ້ພະນັກງານພັກວຽກ 4 ວັນ ຕໍ່ອາທິດ ໂດຍບໍ່ຕັດເງິນເດືອນ ຫຼື ກໍຄືແມ່ນການລົດເວລາການເຮັດວຽກຂອງພະນັກງານລົງ 20%.

ການທົດລອງນີ້ແມ່ນເກີດຂຶ້ນເນື່ອງຈາກສະຖານະການໂຄວິດ-19 ລະບາດ ສົ່ງຜົນກະທົບຕໍ່ຮູບແບບການເຮັດວຽກແບບເກົ່າໆ, ເຊິ່ງເຮັດໃຫ້ບໍລິສັດຫຼາຍແຫ່ງເປີດຮັບນະໂຍບາຍການເຮັດວຽກທາງໄກ ແລະ ໃຫ້ຊົ່ວໂມງການເຮັດວຽກປັບປ່ຽນໄດ້.

“ວິທີການເຮັດວຽກແບບເກົ່າໆ ລ້າສະໄໝໄປແລ້ວ” Nick Bangs ກຳມະການຜູ່ຈັດການຂອງ Unilever ນິວຊີແລນກ່າວ. ເປົ້າໝາຍການທົດລອງຄັ້ງນີ້ ກໍເພື່ອວັດປະສິດທິພາບການເຮັດວຽກຂອງພະນັກງານ ໂດຍບໍ່ຕ້ອງຄຳນຶງເຖິງປັດໄຈດ້ານເວລາ.

ຜູ່ທີ່ມີສິດເຂົ້າຮ່ວມການທົດລອງນີ້ ຈະເປັນພະນັກງານ Unilever ທັງໝົດ 81 ຄົນ ໃນນິວຊີແລນ ໂດຍຈະເລີ່ມຕັ້ງແຕ່ ເດືອນທັນວາ 2020 ຈົນເຖິງ ເດືອນທັນວາ 2021 ໜຶ່ງປີເຕັມ.

ທີ່ມາ: https://www.facebook.com/MarketThinkTH/posts/3472128059546227