ນັກສຶກສາເກີດແນວຄວາມຄິດປ່ຽນຂົນໄກ່ທີ່ເຫຼືອຖິ້ມເປັນຊີ້ນ-ໂປຣຕີນທົດແທນ


ແນວຄວາມຄິດສຸດລ້ຳນີ້ ເປັນຂອງນັກສຶກສາປະເທດໄທ ທີ່ປ່ຽນຂົນໄກ່ເຫຼືອຖິ້ມເປັນຊີ້ນ-ໂປຣຕີນທົດແທນ ເພື່ອຫວັງວ່າຈະເປັນອາຫານໃນອະນາຄົດ ແລະ ຍັງລົດຂີ້ເຫຍື້ອອີກດ້ວຍ.

Sorawut Kittibanthorn ນັກສຶກສາປະລິນຍາໂທ ສາຂາ Material Futures ໃນປະເທດອັງກິດ ມີຄວາມຕ້ອງການເຮັດການວິໄຈກ່ຽວກັບການປ່ຽນສິ່ງຂອງທີ່ເຫຼືອຖິ້ມ ແລະ ໄດ້ມີຄວາມສົນໃຈກ່ຽວກັບຂີ້ເຫຍື້ອຂົນໄກ່ທີ່ຖືກຖິ້ມຢ່າງມະຫາສານເປັນຫຼາຍລ້ານໂຕນໃນແຕ່ລະປີ.

ຂະນະນີ້ ລາວກຳລັງຊອກຫາທຶນສຳລັບການດຳເນີນການວິໄຈໃນການສະກັດປ່ຽນສາອາຫານທີ່ໄດ້ໃນຂົນໄກ່ໃຫ້ກາຍເປັນຜົງ ເຊິ່ງສາມາດປ່ຽນເປັນແຫຼ່ງອາຫານທີ່ເຕັມໄປດ້ວຍໂປຣຕີນໄດ້.

“ຂົນໄກ່ມີໂປຣຕີນ ຖ້າຫາກວ່າເຮົາສາມາດນຳເອົາໂປຣຕີນນີ້ມາສູ່ການຜະລິດເປັນອາຫານບໍລິໂພກໄດ້ ກໍຈະຊ່ວຍລົດຂີ້ເຫຍື້ອໄປຢ່າງມະຫາສານ”

Sorawut ເຜີຍວ່າຄວາມຄິດນີ້ຕ້ອງມີການວິໄຈ ແລະ ພັດທະນາ ຕົວຢ່າງເຊັ່ນ ເຂົາໄດ້ເຮັດນັກເກັດ ແລະ ສະເຕັກທົດແທນຂຶ້ນມາ ນັ້ນກໍເປັນສິ່ງທີ່ໜ້າສົນໃຈ ແລະ ໄດ້ຮັບການຕອບຮັບທີ່ດີ.

ລາວໄດ້ປ່ຽນແປງສ່ວນປະກອບຈາກຂົນໄກ່, ສະກັດໂປຣຕີນເປັນຜົງ ແລະ ເຮັດໃຫ້ມັນເປັນຊີ້ນທົດແທນ ດ້ວຍຂະບວນການ Acid Hydrolysis ທີ່ສາມາດເຮັດໃຫ້ສິ່ງທີ່ກິນບໍໄດ້ ໃຫ້ມາຢູ່ໃນຈານອາຫານໄດ້ ໂດຍຊີ້ນດັ່ງກ່າວຈະບໍ່ມີຣົດຊາດ ຈຶ່ງຈຳເປັນຕ້ອງໄດ້ໃຊ້ເຄື່ອງປຸງ ໃນການເຮັດໃຫ້ມັນມີຣົດຊາດແຊບຂຶ້ນ.

ປັດຈຸບັນ ຂົນໄກ່ບາງສ່ວນຖືກນຳໄປເຂົ້າຂະບວນການປ່ຽນເປັນອາຫານສັດ ເຊິ່ງແນວຄວາມຄິດທີ່ຈະເຮັດໃຫ້ມັນກາຍເປັນຊີ້ນທົດແທນນັ້ນ ອາດຈະເບິ່ງຄືຍັງອີກໄກ ເນື່ອງຈາກຕ້ອງມີການສຶກສາ, ວິໄຈ ແລະ ພັດທະນາເພີ່ມເຕີມ ລວມໄປເຖິງການຕອບຮັບຂອງຄົນໃນສັງຄົມ.

ທີ່ມາ: https://www.facebook.com/environman.th/posts/3289469337848157