ຜູ່ຊ່ຽວຊານຄາດການປະຊາກອນໂລກຫລາຍກວ່າ 2 ພັນລ້ານຄົນ ຕ້ອງຖ້າວັກຊີນໂຄວິດ-19 ຮອດປີ 2022


ທຸກມື້ນີ້ ສິ່ງໜຶ່ງທີ່ຊາວໂລກລໍຖ້າຫຼາຍທີ່ສຸດ ໃນນັ້ນຕ້ອງມີວັກຊີນປ້ອງກັນ ໂຄວິດ-19 ແນ່ນອນ, ເຊິ່ງຕອນນີ້ກໍມີຂ່າວດີເລື່ອງການພັດທະນາວັກຊີນມາຕະຫຼອດ ເຮັດໃຫ້ຫຼາຍຄົນກໍວາດພາບອະນາຄົດໂລກທີ່ກຳລັງຈະກັບມາສູ່ສະພາວະປົກກະຕິແລ້ວ.

ແຕ່ສິ່ງດັ່ງກ່າວນັ້ນ ເປັນສິ່ງທີ່ຍິ່ງໃຫຍ່ຫຼາຍ ທີ່ທຸກຄົນໃນໂລກຈະໄດ້ຮັບວັກຊີນ ແລະ ໂລກກັບເຂົ້າສູ່ສະພາວະປົກກະຕິ, ດັ່ງນັ້ນ ນັກວິຊາການຈຶ່ງໄດ້ປະເມີນການວ່າ ຈົນກວ່າວັກຊີນຈະໄປຮອດທຸກຄົນໃນໂລກ ອາດຈະຕ້ອງໄດ້ຖ້າຮອດປີ 2022.

ກ່ອນໜ້ານີ້ເດືອນພະຈິກ ກ່ອນໜ້າທີ່ວັກຊີນໂຄວິດ-19 ຈະໄດ້ຮັບການອະນຸມັດ ມີປະເທດທີ່ຮັ່ງມີຈອງວັກຊີນໄປແລ້ວ 7.48 ພັນລ້ານໂດສ ສຳລັບປະຊາກອນ 3.76 ພັນລ້ານຄົນ (ຄົນໜຶ່ງຮັບວັກຊີນ 2 ໂດສ) ເຖິງແມ່ນວ່າເວລານັ້ນ ຈະຍັງບໍ່ຮູ້ວ່າວັກຊີນຈະໃຊ້ໄດ້ ແແລະ ມີປະສິດທິພາບຫຼືບໍ່.

ໃນຄວາມເປັນຈິງນັ້ນ ວັກຊີນໄດ້ຖືກສັ່ງຈອງໄປໃຊ້ສຳລັບປະເທດທີ່ຮັ່ງມີ ແຕ່ຢ່າລືມວ່າ 85% ຂອງປະຊາກອນໂລກນັ້ນ ເປັນຜູ່ທີ່ມີຖານະປານກາງ-ຍາກຈົນ. ນອກຈາກການພັດທະນາຍາກແລ້ວ ຍັງຕ້ອງໄດ້ໃຊ້ເວລາ ແລະ ທຶນອີກດ້ວຍ.

ນັບວ່າຍັງມີຄວາມໂຊກດີຢູ່ ເພາະວ່າມີໜ່ວຍງານຫຼາຍແຫ່ງທີ່ພະຍາຍາມແກ້ໄຂບັນຫາ ແລະ ຊ່ວຍໃຫ້ປະເທດທີ່ຍັງທຸກຍາກ ສາມາດເຂົ້າເຖິງວັກຊີນ ເຊັ່ນ Covax ກໍກຳລັງລະດົມທຶນປະມານ 2000 ລ້ານໂດລາ ເຊິ່ງພຽງພໍຕໍ່ການຊື້ວັກຊີນສຳລັບ 500 ລ້ານຄົນ ແລະ ປະເທດລາວເຮົາເອງກໍເປັນໜຶ່ງໃນປະເທດທີ່ມີສິດຮັບວັດຊີນຈາກ Covax ອີກດ້ວຍ ໃນປະມານຊ່ວງເດືອນເມສາ.

ທີ່ມາ: https://brandinside.asia/two-billion-of-world-population-have-to-wait-covid-vaccine-until-2022/