TOYATA ເປີດຕົວ Solid-State Battery ກຽມບຸກຕະຫຼາດລົດໄຟຟ້າເຕັມຕົວໃນປີ 2021


ອຸດສາຫະກຳລົດ ກຽມຕົວກ້າວກະໂດດຄັ້ງໃຫຍ່ໃນປີ 2021 ຈາກການກ້າວເຂົ້າສູ່ຕະຫຼາດລົດໄຟຟ້າເຕັມຕົວຂອງ TOYOTA ຈາກແຜນທີ່ຈະເປີດຕົວ Solid-State Battery ໃນປີໜ້າ ແລະ ຖືວ່າເປັນເຈົ້າທຳອິດທີ່ຂາຍລົດ EV ທີ່ໃຊ້ແບັດເຕີຣີ Solid-State.

TOYOTA ກ່າວເຖິງການເປີດຕົວດັ່ງກ່າວວ່າ ຈະບໍ່ໄດ້ປ່ຽນແປງອຸດສາຫະກຳລົດໄຟຟ້າຢ່າງດຽວ ແຕ່ໝາຍເຖິງອຸດສາຫະກຳລົດທັງໝົດ.

Solid-State Battery ຖືກຄາດວ່າຈະນຳມາໃຊ້ແທນແບັດເຕີຣີລິທຽມໄອອອນ ທີ່ປົກກະຕິຖືກໃຊ້ໃນລົດໄຟຟ້າປັດຈຸບັນ, ເຊິ່ງ Solid-State Battery ຈະໃຫ້ພະລັງງານທີ່ມີຄວາມໜາແໜ້ນກວ່າຫຼາຍ ແລະ ລົດຄວາມສ່ຽງທີ່ຈະເກີດການລະເບີດ ຫຼື ລຸກໄໝ້.

Solid-State Battery ຈະມີຄວາມສາມາດໃນການແລ່ນ 500 ກິໂລແມັດໃນການຊາຈພຽງຄັ້ງດຽວ ແລະ ການຊາຈເຕັມໜຶ່ງຄັ້ງ ໃຊ້ເວລາພຽງ 10 ນາທີ ແລະ ຄວາມປອດໄພຫຼາຍກວ່າແບບເກົ່າທີ່ໃຊ້ຢູ່.

ການມາຂອງແບັດເຕີຣີໃໝ່ນີ້ ຈະເຮັດໃຫ້ລົດ EV  ມີຊ່ວງແລ່ນຫຼາຍກວ່າແບັດເຕີຣີລິທຽມໄອອອນຫຼາຍເຖິງ 2 ເທົ່າໂຕ ແລະ ຍັງປະຢັດພື້ນທີ່ໃນການວາງຂາ ເພື່ອຮອງຮັບແບັດເຕີຣີຂະໜາດໃຫຍ່ອີກດ້ວຍ.

ທີ່ຜ່ານມາ TOYOTA ໂຟກັສກັບການພັດທະນາ ແລະ ເຮັດການຕະຫຼາດລົດໄຟຟ້າແບບ Hybrid ແລະ ລົດພະລັງໄຮໂດຣເຈນ ສຸດທ້າຍຈາກກະແສຕະຫຼາດລົດໄຟຟ້າທີ່ນຳໂດຍ TESLA ເປັນແຮງກົດດັນທີ່ເຮັດໃຫ້ TOYOTA ຕ້ອງຫັນມາລົງສະໜາມຢ່າງຈິງຈັງໃນເວລາທີ່ໄວຂຶ້ນ.

ທີ່ມາ: https://www.facebook.com/thinkfuturegroup/posts/249085196639039