UNICEF ເຜີຍງານວິໄຈ ອາຊີໃຕ້ມີ ເຈົ້າສາວເດັກນ້ອຍ ຫຼາຍທີ່ສຸດໃນໂລກ


ຕາມການຄາດຄະເນຂອງອົງການ UNICEF ຫຼື ກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ໃນເຂດຂອງອາຊີໃຕ້ ມີຈຳນວນເຈົ້າສາວທີ່ເປັນເດັກນ້ອຍຫຼາຍທີ່ສຸດໃນໂລກ ຄາດການວ່າມາຈາກແຮງກົດດັນທາງການເງິນທີ່ເພີ່ມຂຶ້ນ ແລະ ການປິດໂຮງຮຽນໃນໄລຍະທີ່ໂຄວິດລະບາດ ເຮັດໃຫ້ຫຼາຍຄອບຄົວຈັດການແຕ່ງດອງໃຫ້ລູກສາວໃນໄວເດັກ.

ງານວິໄຈຂອງ UNICEF ຫຼື ກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ທີ່ໄດ້ເຜີຍແຜ່ຜ່ານທາງເວັບໄຊ ສະແດງໃຫ້ເຫັນຂໍ້ມູນວ່າ ອາຊີໃຕ້ມີຈຳນວນເຈົ້າສາວທີ່ເປັນເດັກນ້ອຍ ມີປະມານ 290 ​ລ້ານຄົນ ຫຼື ຄິດເປັນ 45% ຂອງຈຳນວນເຈົ້າສາວໄວເດັກທົ່ວໂລກ ເຊິ່ງທາງໜ່ວຍງານ ມີການຮຽກຮ້ອງໃຫ້ມີຄວາມພະຍາຍາມຫຼາຍຂຶ້ນເພື່ອຢຸດແນວທາງປະຕິບັດແບບນີ້.

ຂໍ້ມູນງານວິໄຈຂອງ UNICEF ຫຼື ກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຮ່ວມກັບການສຳພາດ ແລະ ການປຶກສາຫາລືໃນສະຖານທີ່ 16 ແຫ່ງໃນ ປະເທດ ບັງກະລາເທດ, ອິນເດຍ ແລະ ເນປານ ໄດ້ພົບວ່າເດັກຍິງສ່ວນໃຫຍ່ແມ່ນຖືກບັງຄັບໃຫ້ແຕ່ງງານ ແລະ ບາງສ່ວນເປັນຜົນມາຈາກການແຜ່ລະບາດພະຍາດໂຄວິດໃນໄລຍະທີ່ຜ່ານມາ ຜູ້ປົກຄອງຫຼາຍຄົນຈຶ່ງເບິ່ງວ່າການ ແຕ່ງດອງເປັນຕົວເລືອກທີ່ດີທີ່ສຸດ ເພື່ອລົດພາລະຄ່າໃຊ້ຈ່າຍພາຍໃນບ້ານ.

UNICEF ຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆ ໃຫ້ເພີ່ມຄວາມພະຍາຍາມໃນການຢຸດການບັງຄັບເດັກນ້ອຍແຕ່ງດອງ ພ້ອມຍັງກ່າວວ່າ ວິທີການແກ້ໄຂບັນຫາທີ່ເປັນໄປໄດ້ຄືການອອກມາດຕະການຄຸ້ມຄອງທາງສັງຄົມ ເພື່ອຈັດການບັນຫາຄວາມທຸກຍາກ, ການຄຸ້ມຄອງສິດທິໃນການສຶກສາຂອງເດັກນ້ອຍທຸກຄົນ, ການຮັບປະກັນກອບການເຮັດວຽກທີ່ພຽງພໍ ໃນການບັງຄັບໃຊ້ກົດໝາຍ ເພື່ອເປັນການຈັດການບັນທັດຖານທາງສັງຄົມໃນການໃຫ້ເດັກນ້ອຍແຕ່ງດອງ.

ທາງດ້ານນາງ ໂນອາລາ ສະກິນເນີ (Noala Skinner) ຜູ້ອຳນວຍການຂອງ UNICEF ປະຈຳອາຊີໃຕ້ ໄດ້ກ່າວວ່າ “ຂໍ້ເທັດຈິງທີ່ວ່າອາຊີໃຕ້ມີບັນຫາການໃຫ້ເດັກຍິງແຕ່ງດອງເພາະເປັນພາລະ ເປັນເລື່ອງທີ່ໜ້າເສົ້າທີ່ສຸດ ການແຕ່ງດອງຕັ້ງແຕ່ຍັງນ້ອຍເຮັດໃຫ້ເດັກຍິງຂາດການຮຽນຮູ້, ເຮັດໃຫ້ສຸຂະພາບ ແລະ ຄວາມເປັນຢູ່ຕົກຢູ່ໃນຄວາມສ່ຽງ ອາດຈະເຮັດໃຫ້ອະນາຄົດເດັກນ້ອຍເຫຼົ່ານັ້ນຕົກຕ່ຳລົງ”

ທັງນີ້ ກົດໝາຍຂອງຫຼາຍປະເທດໃນອາຊີໃຕ້ ມີການກຳນົດອາຍຸຂັ້ນຕ່ຳໃນການແຕ່ງດອງຕາມກົດໝາຍສຳລັບແມ່ຍິງ ໂດຍປະເທດເນປານກຳນົດອາຍຸຂັ້ນຕ່ຳ 20ປີ. ໃນສ່ວນຂອງປະເທດ ອິນເດຍ, ສີລັງກາ, ບັງກະລາເທດ ກຳນົດຢູ່ທີ່ອາຍຸ 18ປີ ແລະ ໃນປະເທດ ອັບການິສຖານ ຢູ່ທີ່ 16ປີ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/