Elon Musk ປະກາດກຽມຈັດສົ່ງລົດກະບະໄຟຟ້າ “Tesla Cybertruck” ໃນໄຕມາດທີສາມຂອງປີ 2023


ເມື່ອວັນພຸດທີ່ຜ່ານມາ, ໃນລະຫວ່າງການລາຍງານຜົນປະກອບການະປະຈຳໄຕມາດທີ 1 ປີ 2023 ຂອງ Tesla. Elon Musk Ceo ໄດ້ປະກາດວ່າຈະຈັດສົ່ງລົດກະບະໄຟຟ້າ “Cybertruck” ໃນໄຕມາດທີ່ສາມຂອງປີ 2023, ໂດຍການຜະລິດເລີ່ມຕົ້ນໃນລະດູຮ້ອນ. (ເດືອນມິຖຸນາ – ກັນຍາ) ຫຼັງຈາກທີ່ໄດ້ເປີດຕົວຕັ້ງເເຕ່ເດືອນພະຈິກ ປີ 2019, ແຕ່ທັງນີ້ການຜະລິດເປັນຈຳນວນຫຼາຍຈະເລີ່ມໃນປີ 2024.

ໂດຍ Elon Musk ໄດ້ໃຫ້ເຫດຜົນເຖິງການຜະລິດທີ່ຫຼ້າຊ້າວ່າ “ບໍລິສັດຕ້ອງໃຊ້ເວລາໃນການດຳເນີນການຜະລິດ ເນື່ອງຈາກ Cybertruck ເປັນຜະລິດຕະພັນທີ່ very radical ບໍ່ໄດ້ຖືກສ້າງໂດຍທົ່ວໄປຄືລົດຄັນອື່ນ” ສ່ວນລາຍລະອຽດຂອງລົດກະບະໄຟຟ້ານັ້ນຈະມີການອັບເດດໃນມື້ງານຈັດສົ່ງ.

ເຊິ່ງ Musk ໄດ້ຮັບຮອງວ່າ ມັນຈະເປັນຜະລິດຕະພັນທີ່ໜ້າເຫຼືອເຊື່ອ ທີ່ໄດ້ຮັບການຍອມຮັບ ຫຼື ເອີ້ນວ່າ “Hall of Famer”

ສາເຫດອີກປະການໜຶ່ງທີ່ເຮັດໃຫ້ເກີດຄວາມຫຼ້າຊ້າໃນການຜະລິດກໍຄື ບໍລິສັດເລືອກໃຊ້ Stainless steels ໃນການຜະລິດ Cybertruck ເຊິ່ງເປັນວັດຖຸດິບທີ່ມີລາຄາສູງ. ນອກຈາກນີ້, ມັນຍັງບໍ່ສາມາດປ້ຳຂຶ້ນຮູບໃຫ້ເປັນ fenders ແລະ ຊິ້ນສ່ວນອື່ນໆໄດ້ ເພາະມັນຈະດີດຕົວກັບສູ່ຮູບເເບບເດີມ.

ດັ່ງນັ້ນ, ຈຶ່ງຕ້ອງມີເຕັກນິກການເຊື່ອມໂລຫະເເບບພິເສດ. ນີ້ເຮັດໃຫ້ການຜະລິດສະລັບຊັບຊ້ອນຫຼາຍກວ່າລົດຄັນອື່ນໆຂອງບໍລິສັດ, ຍິ່ງໄປກວ່ານັ້ນ ເຄື່ອງປັດນ້ຳຝົນກໍຕ້ອງໄດ້ຮັບການອອກແບບ ແລະ ສັ່ງເຮັດເປັນພິເສດ. ດ້ວຍເຫດນີ້ ມັນຈຶ່ງເປັນເລື່ອງປົກກະຕິທີ່ຈະໃຊ້ເວລາດົນໃນການຜະລິດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/