ຫຼວງພະບາງສ້າງລາຍໄດ້ ຈາກການທ່ອງທ່ຽວສູງເຖິງ  336 ລ້ານກວ່າໂດລາສະຫະລັດ


ປັດຈຸບັນ, ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍ, ທີ່ມີທ່າແຮງ ດ້ານການທ່ອງທ່ຽວທີ່ພົ້ນເດັ່ນ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເປັນຈຳນວນຫຼາຍ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຫຼວງພະບາງ ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ຫຼາກຫຼາຍ. ໃນນັ້ນ, ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ໄລຍະ 2 ປີຜ່ານມາ, ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 883.096 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 483.765 ເທື່ອຄົນ, ນັກທ່ອງທ່ຽວສາກົນ 399.331 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ໄດ້ປະມານ 336 ລ້ານກວ່າໂດລາສະຫະລັດ.

ຄຽງຄູ່ກັນນີ້, ທົ່ວແຂວງຫຼວງພະບາງ ມີໂຮງແຮມ, ຣີສອດ 97 ແຫ່ງ, ເຮືອນພັກ 400 ຫຼັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດທ່ອງທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບຊາດ 553 ຄົນ, ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ.

ຂອບໃຈຂໍ້ມູນຈາກ: https://bit.ly/40wHWju

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/