ສູ້ບໍ່ໄດ້! Man U ຂຸດຫຼຸມຝັງຕົນເອງ ປະລາໄຊໃຫ້ກັບ Sevilla 0-3 ຕົກຮອບ Europa League ໄປເປັນທີ່ຮຽບຮ້ອຍ


ຫຼຸດມືໄປເປັນທີ່ຮຽບຮ້ອຍແລ້ວກັບໂອກາດການຄວ້າແຊ້ມ Europa League ຂອງ ແມນເຊັສເຕີ້ຢູໄນເຕັດ ຫຼັງເຮັດຜົນງານໄດ້ຢ່າງໜ້າຜິດຫວັງ ແລະ ສ້າງຄວາມຜິດພາດຫຼາຍຈັງຫວະຂອງການຫຼິ້ນ ໃນການແຂ່ງຂັນ Europa League ພົບກັບ ເຊບີຍ່າ ນັດທີ 2 ໃນຄ່ຳຄືນທີ່ຜ່ານມາ ຈົນເຮັດໃຫ້ ປະລາໄຊໄປ 0 ປະຕູ 3 ເຮັດໃຫ້ຜົນປະຕູລວມກັນ 2 ນັດ ເປັນ 2-5 ຕົກຮອບໄປແບບໜ້າເສຍດາຍ.

ເປັນອີກໜຶ່ງເກມທີ່ແຟນໆແມນຢູທີ່ອົດຫຼັບອົດນອນມາເບິ່ງແລ້ວຮູ້ສຶກໃຈຮ້າຍ ແລະ ບໍ່ເພີດເພີນອາລົມປານໃດ ເພາະໃນເກມນີ້ ທັບນັກເຕະແມນຢູ ເອີ້ນໄດ້ວ່າສູ້ບໍ່ໄດ້ ແລະ ບໍ່ຄິດຈະສູ້ເລີຍ. ເລີ່ມເກມມາໄດ້ພຽງ 8 ນາທີ ກໍເປັນຝັ່ງຂອງ ເຊບີຍ່າ ທີ່ແລ່ນກົດດັນຢ່າງໜັກເພື່ອເອົາປະຕູໃຫ້ໄດ້ ແລະ ກໍໄດ້ຜົນ ເມື່ອ ແຮຣີ່ ແມັກໄກວ ກັບຕັນທີມ ຄົນເກົ່າຄົນເດີມ ທີ່ເອີ້ນບານໃນຈັງຫວະທີ່ບໍ່ຄວນເອີ້ນ ພ້ອມກັບສົ່ງບານຜິດພາດຢູ່ໜ້າປະຕູຕົນເອງ ຈົນຄູ່ຕໍ່ສູ້ຍາດບານ ເຂົ້າໄປຍິງປະຕູໄດ້ແບບສະບາຍໆ ເຮັດໃຫ້ ເຊບີຍ່າຂຶ້ນນຳໄປກ່ອນແຕ່ຕົ້ນເກມ 1 ປະຕູຕໍ່ 0.

ເລີ່ມຕົ້ນເຄິ່ງຫຼັງມາ ແລ່ນບໍ່ທັນເມື່ອຍ ໃນນາທີ 47 ຄາເຊມິໂຣ ກອງກາງຄົນສຳຄັນຂອງທີມ ກໍຈ່າຍບານຜິດພາດຈົນເສຍບານກາງສະໜາມ ແລະ ສຸດທ້າຍກໍຖືກຄູ່ຕໍ່ສູ້ ເປີດບານໂຈມຕີຈາກດ້ານຂ້າງ ແລະ ເອົາຫົວຕີບານເຂົ້າໄປ ຂຶ້ນນຳເປັນ 2 ປະຕູຕໍ່ 0. ເທົ່ານັ້ນຍັງບໍ່ພໍ່ກ່ອນຈົບເກມ ໃນນາທີ 81​ ເຊບີຍ່າ ກໍມາໄດ້ປະຕູປິດທ້າຍ ຈາກການຜິດພາດຂອງ ດາບິດ ເດເກອາ ນັກຮັບມືໜຶ່ງຂອງ ແມນຢູ ທີ່ຕັ້ງໃຈອອກມາສະກັດບານແຕ່ກໍຜິດພາດ ຈົນຄູ່ຕໍ່ສູ້ ຍາດບານໄປ ຍິງປະຕູແບບງ່າຍໆ ແລະ ຈົບລົງດ້ວຍຜົນສະກໍ 3​ ປະຕູຕໍ່ 0 ປິດເກມໄປແບບເໜືອຊັ້ນ.

ເອີ້ນໄດ້ວ່າ ທັງ 3 ປະຕູທີ່ເກີດຂຶ້ນໃນເກມນັດນີ້ ແມ່ນ ມີຕົ້ນເຫດມາຈາກຄວາມຜິດພາດຂອງນັກເຕະແມນຢູທັງໝົດ. ນອກນັ້ນ ຢ້ອນກັບໄປກ່ອນໜ້ານີ້ ໃນເກມນັດທຳອິດ ແມນຢູ ນັ້ນເກືອບວ່າຈະກຳຄວາມໄດ້ປຽບໄວ້ໃນມືແລ້ວແທ້ໆ ໂດຍການຂຶ້ນນຳໄປກ່ອນ 2 ປະຕູຕໍ່ 0 ແຕ່ກັບຕ້ອງມາເສຍ 2 ປະຕູ ໃນທ້າຍເກມ ຈາກ ການເຮັດເຂົ້າປະຕູຕົນເອງທັງ 2 ປະຕູ ຈາກທັງຄວາມຜິດພາດ ແລະ ຄວາມທີ່ໂຊກບໍ່ດີ. ນັ້ນໝາຍຄວາມວ່າ ທັງ 5 ປະຕູທີ່ ເຊບີຍ່າຍິງ ແມນຢູໄດ້ນັ້ນ ແມ່ນ ນັກເຕະແມນຢູ ມີສ່ວນສຳຄັນໃນນັ້ນທັງ 5 ປະຕູກັນເລີຍ.

ເອຣິກ ເທັນຮາກ ຫົວໜ້າຄູເຝິກຂອງແມນຢູ ໃຫ້ສຳພາດວ່າ: “ເຮົາຄວນເຮັດໄດ້ດີກວ່ານີ້ ມັນບໍ່ແມ່ນທັກສະເລື່ອງການຫຼິ້ນ ແຕ່ມັນເປັນເລື່ອງຂອງບຸກຄະລິກ ແລະ ຄວາມຕັ້ງໃຈ ທີ່ນັກເຕະຂອງເຮົາມີບໍ່ເທົ່ານັກເຕະຂອງ ເຊບີຍ່າ ເຊິ່ງນັ້ນເປັນສິ່ງທີ່ຂ້ອຍຍອມຮັບບໍ່ໄດ້”.

ສຳລັບການລຸ້ນແຊ້ມຂອງ ແມນຢູ ໃນລະດູການນີ້ ກໍຄົງຈະເຫຼືອ ພຽງ FA Cup ເພາະເຖິງວ່າໃນທາງທິດສະດີການລຸ້ນ Premier League ຍັງເປັນໄປໄດ້ຢູ່ ແຕ່ໃນທາງປະຕິບັດແລ້ວ ຫຼາຍຝ່າຍກໍເບິ່ງວ່າມັນຄົງຈະຍາກເກີນໄປ ກັບສະຖານະການລວມໆໃນຕອນນີ້. ສ່ວນນັດຕໍ່ໄປຂອງ ແມນຢູ ແມ່ນຈະມີຄິວລົງແຕະ ກັບ ໄບຕັນ ໃນການແຂ່ງຂັນ FA Cup ໃນວັນອາທິດນີ້ ເວລາ 22:​30 ໂມງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/