Netflix ກຽມທີ່ຈະເປີດລະບົບປ້ອງກັນການເເບ່ງປັນບັນຊີໃນຫຼາຍໆປະເທດ ໄວໆນີ້


Netflix ກຽມເປີດລະບົບການປ້ອງກັນການເເບ່ງປັນບັນຊີ ຫຼື ການແບ່ງປັນລະຫັດ ໃນຫຼາຍປະເທດລວມເຖິງສະຫະລັດອາເມລິກາ ໃນອີກ 2–3 ເດືອນຂ້າງໜ້າ ເຊິ່ງຊ້າກວ່າທີ່ຄາດການໄວ້ໜ້ອຍໜຶ່ງ ໂດຍ Netflix ໃຫ້ເຫດຜົນວ່າຕ້ອງການປັບປຸງເພີ່ມເຕີມເຊັ່ນ: ການກວດສອບໃຫ້ແນ່ໃຈວ່າຜູ້ໃຊ້ສາມາດເຂົ້າເຖິງບັນຊີຂອງຕົນເອງໄດ້ໃນຂະນະທີ່ເດີນທາງ ຫຼື ຢູ່ນອກເຮືອນ.

ຫຼັງຈາກ Netflix ເລີ່ມແຜນການນີ້, ສະມາຊິກທີ່ຕ້ອງການແບ່ງປັນບັນຊີກັບຄົນພາຍໃນຄອບຄົວ ຈະຕ້ອງໄດ້ເສຍຄ່າທໍານຽມເພີ່ມເຕີມ. ລະບົບດັ່ງກ່າວໄດ້ຖືກເປີດຕົວໃນແຄນາດາ ໃນເດືອນກຸມພາທີ່ຜ່ານມາ. ໂດຍບຸກຄົນທີ່ເພີ່ມບັນຊີຍ່ອຍຈະເສຍຄ່າໃຊ້ຈ່າຍເພີ່ມເຕີມຈຳນວນ CAD$7,99 ຕໍ່ເດືອນ, ໃນໂປຕຸເກດ ເເມ່ນ 3,99 euros ຕໍ່ເດືອນ ເເລະ ໃນສະເປນ ເເມ່ນ 5,99 euros.

ນອກເໜືອຈາກການເປັນສະມາຊິກລາຍເດືອນແບບມາດຕະຖານ ຫຼື premium. ຜົນຂອງການປ່ຽນແປງໃນຄັ້ງນີ້ເຮັດໃຫ້ Netflix ມີການເຕີບໂຕຂອງລາຍໄດ້ຫຼາຍຂຶ້ນກວ່າແຕ່ກ່ອນ.

Netflix ບອກກັບນັກລົງທຶນວ່າ ອາດຈະມີການຍົກເລີກການບໍລິການ ຫຼັງຈາກເປີດລະບົບປ້ອງກັນການເເບ່ງບັນຊີ. ແຕ່ໃນໄລຍະຍາວ, ລະບົບນີ້ຈະສາມາດສ້າງພື້ນຖານລາຍຮັບທີ່ໃຫຍ່ຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/