ຈະແກ້ໄຂບັນຫາການຈູດຂີ້ເຫຍື້ອຢູ່ ສປປ ລາວ ໄດ້ແນວໃດ?


ອີງຕາມບົດຄວາມຜົນສຳຫຼວດຂອງ World Bank ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ ພາກຄົວເຮືອນຢູ່ ສປປ ລາວ ກວມເອົາຈຳນວນ 68% ຂອງກຸ່ມຕົວຢ່າງທີ່ລົງສຳຫຼວດ ແມ່ນນໍາໃຊ້ບໍລິການຈາກໜ່ວຍງານເກັບມ້ຽນຂີ້ເຫຍື້ອ ແລະ ອີກ 32% ແມ່ນຍັງບໍ່ທັນໄດ້ນໍາໃຊ້ການບໍລິການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ໃນຈຳນວນ 68% ຂອງກຸ່ມທີ່ມີການໃຊ້ບໍລິການຈາກໜ່ວຍງານເກັບມ້ຽນຂີ້ເຫຍື້ອ ກໍຍັງມີການທຳລາຍສິ່ງເສດເຫຼືອດ້ວຍວິທີຈູດຂີ້ເຫຍື້ອ ສູງເຖິງ 22% ແລະ ໃນຈຳນວນ 32% ຂອງກຸ່ມທີ່ຍັງບໍ່ທັນໄດ້ນໍາໃຊ້ບໍລິການໜ່ວຍງານເກັບມ້ຽນຂີ້ເຫຍື້ອ ໄດ້ນຳໃຊ້ວິທີທຳລາຍສິ່ງເສດເຫຼືອດ້ວຍວິທີຈູດຂີ້ເຫຍື້ອ ສູງເຖິງ 53%. ຈາກຂໍ້ມູນດັ່ງກ່າວ ສະແດງໃຫ້ພວກເຮົາເຫັນວ່າ ການກຳຈັດສິ່ງເສດເຫຼືອດ້ວຍວິທີການຈູດຂີ້ເຫຍື້ອແມ່ນກວມເອົາຫຼາຍກວ່າ 70% ຂອງກຸ່ມຕົວຢ່າງທັງໝົດທີ່ໄດ້ລົງສຳຫຼວດ.

ຜົນການສຳຫຼວດ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ:​ ໃນກຸ່ມປະຊາກອນທີ່ມີການຈູດຂີ້ເຫຍື້ອ ສ່ວນໃຫຍ່ແມ່ນກຸ່ມຄົນທີ່ອາໄສຢູ່ໃນເຂດນອກຕົວເມືອງໃຫຍ່ ແລະ ເຂດຊົນນະບົດ, ເປັນກຸ່ມປະຊາກອນທີ່ມີລະດັບການເຂົ້າເຖິງຂໍ້ມູນຂ່າວສານໄດ້ໜ້ອຍກວ່າ. ພວກເຂົາໄດ້ໃຫ້ເຫດຜົນວ່າ ສາເຫດຂອງການຈູດຂີ້ເຫຍື້ອແມ່ນຍ້ອນພວກເຂົາອາໄສຢູ່ເຂດທີ່ຫ່າງໄກຈາກການໃຫ້ບໍລິການຂອງໜ່ວຍງານເກັບມ້ຽນຂີ້ເຫຍື້ອ, ອີກຈຳນວນໜຶ່ງແມ່ນຍ້ອນເຂົາເຈົ້າບໍ່ຮູ້ວິທີຂັ້ນຕອນໃນການຄັດແຍກ ຫຼື ກຳຈັດສິ່ງເສດເຫຼືອແບບຍືນຍົງ, ອີກຈຳນວນໜຶ່ງໄດ້ໃຫ້ເຫດຜົນວ່າເຂົາເຈົ້າຈູດຂີ້ເຫຍື້ອຍ້ອນຄວາມລຶ້ງເຄີຍເພາະວ່າຄົນໃນຄອບຄົວ ແລະ ບ້ານໃກ້ເຮືອນຄຽງກໍເລືອກໃຊ້ວິທີການກຳຈັດຂີ້ເຫຍື້ອແບບນີ້ເຊັ່ນກັນ ແລະ ບໍ່ເຊື່ອວ່າການຈູດຂີ້ເຫຍື້ອພຽງແຕ່ໃນຄອບຄົວຈະສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສ່ວນອີກຈຳນວນໜຶ່ງ ໃຫ້ເຫດຜົນວ່າພວກເຂົາບໍ່ມີຄວາມຕ້ອງການ ແລະ ບໍ່ຢາກມີພາລະຄ່າໃຊ້ຈ່າຍເພີ່ມຕື່ມທີ່ຈະນຳໃຊ້ການບໍລິການຈາກໜ່ວຍງານເກັບມ້ຽນຂີ້ເຫຍື້ອ. 

ການທຳລາຍສິ່ງເສດເຫຼືອດ້ວຍວິທີການຈູດຂີ້ເຫຍື້ອ ຍັງຄົງເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ຕ້ອງໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ. ສະນັ້ນ, ເພື່ອໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂ ຄວນມີການອອກມາດຕະການຕ່າງໆເຊັ່ນ: ກະຕຸ້ນໃຫ້ມີການຄັດແຍກຂີ້ເຫຍື້ອໃນອາຄານບ້ານເຮືອນ, ສຳນັກງານອົງການ, ສະຖາບັນການສຶກສາ, ວັດອາອາຮາມ; ປັບປຸງຄຸນະພາບ ແລະ ລາຄາທີ່ເໝາະສົມໃນການເຂົ້າເຖິງໜ່ວຍງານບໍລິການເກັບມ້ຽນຂີ້ເຫຍື້ອ; ສ້າງໃຫ້ມີໜ່ວຍງານເອກະຊົນ, ທຸລະກິດເກີດໃໝ່ ທີ່ໃຫ້ບໍລິການເກັບມ້ຽນຂີ້ເຫຍື້ອເພີ່ມຂຶ້ນ; ໂຄສະນາກ່ຽວກັບຜົນຮ້າຍຂອງການຈູດເຜົາຂີ້ເຫຍື້ອໃນຊຸມຊົນຜ່ານຫຼາກຫຼາຍຊ່ອງທາງ ເປັນຕົ້ນ. ແລ້ວທ່ານເດ ຄິດວ່າພວກເຮົາຄວນແກ້ໄຂບັນຫານີ້ໄດ້ດ້ວຍວິທີໃດແດ່?

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/