ໃນວັນທີ 8 ມັງກອນ ທີ່ຜ່ານມາ, ທຣຳ ປະທານາທິບໍດີສະຫະລັດ ໄດ້ທະວີດຂໍ້ຄວາມຜ່ານບັນຊີທະວີດເຕີສ່ວນຕົວ @realDonaldTrump ເປີດເຜີຍວ່າ ຈະບໍ່ເຂົ້າຮ່ວມພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີສະຫະລັດ ຄົນໃໝ່ຂອງ Joe Biden ທີ່ຈະຈັດຂຶ້ນໃນວັນທີ 20 ມັງກອນ ນີ້.

ການບໍ່ເຂົ້າຮ່ວມພິທີສາບານຕົນຂອງປະທານາທິບໍດີທຣຳ ເປັນສິ່ງທີ່ເກີດຂຶ້້ນບໍ່ດຸຫຼາຍໃນປະຫວັດສາດອາເມຣິກາ ທີ່ປະທານາທິບໍດີທີ່ກຳລັງຈະໝົດວາລະ ຈະບໍ່ມາຮ່ວມເປັນສັກຂີພະຍານ ແລະ ບໍ່ຮ່ວມສະແດງຄວາມຍິນດີກັບປະທານາທິບໍດີຄົນໃໝ່ ແນວໃດກໍຕາມ, ຫຼາຍຝ່າຍຄາດການໄວ້ວ່າ ປະທານາທິບໍດີທຣຳອາດຈະຕັດສິນໃຈບໍ່ເຂົາຮ່ວມພິທີດັ່ງກ່າວແທ້ ເຊິ່ງຖືເປັນຈຸດເລີ່ມຕົ້ນຂອງການເຂົ້າຮັບຕຳແໜ່ງປະທານາທິບໍດີສະຫະລັດຂອງ ໂຈ ໄບເດັນ ຢ່າງເປັນທາງການ.
/cdn.vox-cdn.com/uploads/chorus_image/image/67988144/Election_2020_Trump.0.jpg)
ເຊິ່ງທ່າທີຫຼ້າສຸດຂອງປະທານາທິບໍດີທຣຳເກີດຂຶ້ນຫຼັງຈາກທີ່ເຂົາຍອມຮັບການເປັນຜູ້ເສຍໃນການເລືອກຕັ້ງຄັ້ງທຳອິດຜ່ານວີດີໂອວ່າ ອາດຈະບໍ່ໄດ້ດຳລົງຕຳແໜ່ງປະທານາທິບໍດີສະຫະລັດຕໍ່ເປັນສະໄໝທີສອງ ພ້ອມຢືນຢັນວ່າຈະດຳເນີນການໃຫ້ການປ່ຽນຜ່ານລັດຖະບານສະຫະລັດ ເປັນໄປຢ່າງຈົບງາມ.
ທີ່ມາ: https://web.facebook.com/153951094974177/posts/1509377286098211/?d=n&_rdc=1&_rdr