ພິມຣີ່ພາຍ ຈາກແມ່ຄ້າອອນລາຍ ສູ່ເນັດໄອດໍ້ທີ່ຄົນໄທພາກັນຊື່ນຊົມ ຈັດງານວັນເດັກເທິງພູດອຍ ຕິດຕັ້ງໄຟຟ້າ ແລະ ໂທລະພາບໃຫ້ກັບບ້ານຫ່າງໄກສອກຫຼີກ


ຖືໄດ້ວ່າເປັນອີກບຸກຄົນໜຶ່ງທີ່ທຸກຄົນຊົມເຊີຍເຖິງນ້ຳໃຈຂອງລາວ ແລະ ພ້ອມໃຈກັນອອກມາຕັ້ງແຮສແທັກ ຈົນຕິດເທຣນ Twitter ອັນດັບໜຶ່ງ. ເພາະພິມຣີ່ພາຍ ໄດ້ອອກໄປຊ່ວຍໝູ່ບ້ານເທິງພູດອຍທີ່ຫ່າງໄກສອກຫຼີກ ໃນໝູ່ບ້ານແຫ່ງນັ້ນບໍ່ມີໄຟຟ້າໃຊ້, ບໍ່ມີສັນຍານອິນເຕີເນັດ ຫ່າງໄກຈາກຕົວເມືອງຊຽງໃໝ່ 300 ກມ.

ການໄປຂອງລາວໃນຄັ້ງນີ້ແມ່ນໄດ້ໄປຈັດງານເນື່ອງໃນວັນເດັກ ທີ່ສໍາຄັນໄປກວ່ານັ້ນລາວໄດ້ເອົາດອກໄຟພະລັງງານແສງອາທິດ ເພື່ອຕິດຕັ້ງໂທລະພາບຈໍໃຫຍ່ໃຫ້ແກ່ໝູ່ບ້ານແຫ່ງນັ້ນ, ມູນຄ່າທັງໝົດແມ່ນ 5 ແສນບາດ. ຖືວ່າເປັນການປ່ຽນຊີວິດຂອງເດັກນ້ອຍ ແລະ ປະຊາຊົນ ຢ່າງຍິ່ງໃຫຍ່ມະຫາສານທີ່ສຸດ ເພາະພວກເຂົາບໍ່ເຄີຍໄດ້ສໍາຜັດເຖິງເທັກໂນໂລຍີທີ່ທັນສະໄໝເລີຍ.

ໃນຕອນທໍາອິດ ພິມຣີ່ພາຍ ພຽງແຕ່ຢາກຈະມາແຈກອາຫານສໍາເລັດຮູບເທົ່ານັ້ນ. ແຕ່ເມື່ອເຫັນສະພາບຂອງໝູ່ບ້ານເປັນເຊັ່ນນີ້ ລາວຈຶ່ງປຶກສາກັບທີມງານ ແລະ ໄດ້ຕົກລົງກັນວ່າຄວນມີໄຟຟ້າໃຫ້ໄດ້ໃຊ້ ພ້ອມຕິດຕັ້ງໂທລະພາບໃຫ້ ແລະ ຍັງໄດ້ມອບໂຮງປູກຜັກໃຫ້ແກ່ຊາວບ້ານອີກດ້ວຍ.

ຈາກເຫດການດັ່ງກ່າວ ເຮັດໃຫ້ຜູ້ຄົນຕ່າງກໍພາກັນຊື່ນຊົມ. ໃນຂະນະດຽວກັນ ມີຜູ້ຕິດຕາມໃນ ເຟສບຸກເພຈເພີ່ມຂຶ້ນຢ່າງບໍ່ຂາດສາຍ, ຄົນກົດໄລ້ກົດແຊຢ່າງສະນັ່ນຫວັ່ນໄຫວ ຍອດ Like ວີດີໂອດັ່ງກ່າວທີ່ລົງໃນ Facebook ໄດ້ 2 ລ້ານປາຍ, ຍອດແຊ ເກືອບ 5 ແສນກວ່າ ພາຍໃນ 2 ມື້ເທົ່ານັ້ນ. ນອກຈາກນີ້ ໃນຄໍ່າຄືນຂອງວັນທີ 10 ທີ່ຜ່ານມາລາວໄດ້ອອກມາ Live ສົດຜ່ານເຟສບຸກ, ມີຈໍານວນຜູ້ຄົນເຂົ້າມາຮັບຊົມທະລຸເຖິງ 5 ແສນກວ່າພາຍໃນ 15 ນາທີ ແລະ ຍັງໄດ້ຮັບອໍເດີ ສັ່ງເຄື່ອງນໍາລວມເປັນ 1,600 ລາຍການ.

      ພິມຣີພາຍ ໄດ້ກ່າວວ່າ: ແຕ່ກ່ອນກໍພຽງເປັນຄົນທໍາມະດາ, ໃຊ້ຊີວິດແບບຄົນທົ່ວໄປ ແຕ່ປະກອບອາຊີບເປັນແມ່ຄ້າ, ເຊິ່ງໄດ້ຫັນມາຄ້າຂາຍຈໍາພວກເຄື່ອງຂອງໃຊ້ຕ່າງໆ ຈາກແຕ່ກ່ອນກໍເຄີຍເປັນແມ່ຄ້າຢູ່ແລ້ວ ແຕ່ເປັນຕອນທີ່ອາຍຸຍັງໜຸ່ມນ້ອຍ, ສະໄໝນັ້ນ ຈະນຳເອົາອາຫານໄປຂາຍທີ່ໂຮງຮຽນ. ກ່ອນຈະເປັນແມ່ຄ້າອອນລາຍນັ້ນ ລາວໄດ້ລົງທຶນຈໍານວນເງິນ 1 ລ້ານບາດ. ຖືໄດ້ວ່າເປັນອີກຄົນໜຶ່ງທີ່ອົດທົນຂະຫຍັນໝັ່ນພຽນມາຕັ້ງແຕ່ນ້ອຍ ຈົນສາມາດມາເປັນແມ່ຄ້າອອນລາຍຂາຍເຄື່ອງທົ່ວໄປ ປະກອບເຮັດຄອນເທັນຕ່າງໆໃຫ້ຜູ້ຄົນໄດ້ຮັບຊົມຈົນສໍາເລັດຈົນເຖິງທຸກມື້ນີ້.

ຂໍ້ມູນເພີ່ມເຕີມທີ່:

https://www.facebook.com/workpointTODAY/photos/a.153956988306921/1509803529388920/?__cft__[0]=AZVJ42ULNfzXiaDgY-5G7AaeHcBnu_mgo2vDyVCvi0uLBz_3G7m0pCINVijEqLWIdw1janyzZiGCN1xIJl21Tv5Ll1fjyb4fIDEVyKcpTmeCO6HZuRqQAXcpPXslP1Z_i9M&__tn__=EH-R