Ericsson ຂູ່ຈະຍ້າຍອອກຈາກສະວີເດັນ ຫາກລັດຖະບານຍັງແບນ HUAWEI ແລະ ZTE


ຫຼັງຈາກການທີ່ລັດຖະບານສະວີເດັນໄດ້ອອກມາສັ່ງໃຫ້ໂອເປີເຣເຕີທຸກເຈົ້າໃນປະເທດ ຫ້າມໃຊ້ອຸປະກອນສື່ສານຈາກ HUAWEI ແລະ ZTE ເຮັດໃຫ້ Ericsson ອີກໜຶ່ງບໍລິສັດອຸປະກອນສື່ສານຍັກໃຫຍ່ຂອງສະວີເດັນອອກມາບອກວ່າການແບນ HUAWEI ແລະ ZTE  ບໍ່ສົ່ງຜົນດີໃນໄລຍະຍາວ ເຖິງຂັ້ນຫຼ້າສຸດພວກເຂົາໄດ້ອອກມາຂູ່ວ່າຈະຍ້າຍອອກຈາກປະເທດຫາກລັດຖະບານຍັງດື້ແບນບໍລິສັດເຫຼົ່ານັ້ນຢູ່.

ໂດຍ Daily News Sweden ເຜີຍວ່າມີຄົນແຄັບຈໍແຊັດລະຫວ່າງທ່ານ Börje Ekholm ທີ່ມີສະຖານະເປັນເຖິງ CEO ຂອງ Ericsson ສົນທະນາກັບທ່ານ Anna Hallberg ລັດຖະມົນຕີກະຊວງການຄ້າວ່າ ພວກເຂົາພ້ອມທີ່ຈະເກັບກະເປົາອອກຈາກປະເທດສະວີເດັນຫາກລັດຖະບານຍັງດື້ດັນແບນ HUAWEI ແລະ ZTE ຕໍ່ໄປ ທັ້ງທີ່ຫາກພິຈາລະນາຈາກຜົນເສຍໃນໄລຍະຍາວແລ້ວ ການແບນບໍລິສັດເຫຼົ່ານັ້ນຕ່າງບໍ່ສົ່ງຜົນດີຕໍ່ໃຜເລີຍ.

ສຳຫຼັບສາເຫດທີ່ເປັນຫຍັງຢູ່ດີໆ Ericsson ອອກມາປົກປ້ອງ HUAWEI ແລະ ZTE  ໃນຄັ້ງນີ້ ນອກຈາກຈະເຮັດໃຫ້ເກີດການຜູກຂາດການຄ້າຫຼາຍຂຶ້ນແລ້ວ ຍັງເຊື່ອວ່າ Ericsson ນັ້ນຢ້ານວ່າຍອດຂາຍອຸປະກອນສື່ສານຂອງຕົນເອງໃນຈີນຈະຕົກລົງ ເພາະພວກເຂົາຖືວ່າເປັນຜູ້ໃຫ້ບໍລິການອຸປະກອນສື່ສານລາຍໃຫຍ່ໆຄືກັນໃນຈີນ ຈຶ່ງເກງວ່າຫາກສະວີເດັນບໍ່ຢຸດແບນ HUAWEI ແລະ ZTE ພວກເຂົາອາດຈະຖືກລັດຖະບານຈີນຫຼິ້ນງານໃນແບບດຽວກັນ.

ໃນສ່ວນນີ້ທ່ານ Anna Hallberg  ລັດຖະມົນຕີກະຊວງການຄ້າຂອງສະວີເດັນກໍອອກມາຊີ້ແຈງວ່າ ການທີ່ຖອນໂທດແບນ HUAWEI ແລະ ZTE ນັ້ນບໍ່ແມ່ນເລື່ອງງ່າຍໆແຖມສາເຫດທີ່ແບນກໍມາຈາກຄຳແນະນຳຂອງຄົນໃນກະຊວງໂທລະຄົມມະນາຄົມອີກດ້ວຍ  ເນື່ອງຈາກພວກເຂົາເບິ່ງວ່າອຸປະກອນຂອງ HUAWEI ແລະ ZTE ນັ້ນເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງປະເທດຈະໃຫ້ປົດແບນທັນທີກໍເບິ່ງຈະເປັນອີຫຍັງທີ່ບໍ່ຄ່ອຍສົມເຫດສົມຜົນປານໃດ.

ນອກຈາກນີ້ທ່ານ  Börje Ekholm ໄດ້ເຜີຍວ່າ ຕອນນີ້ພວກເຂົາໄດ້ປຶກສາຫາລືກັບໂອເປີເຣເຕີລາຍໃຫຍ່ຂອງສະວີເດັນຢູ່ 3 ເຈົ້າກຽມເຮັດເລື່ອງຖອດຖອນໂທດແບນ HUAWEI ແລະ ZTE ແຕ່ກັບບໍ່ມີທະນາຍຄົນໃດຍື່ນມືມາຊ່ວຍເລີຍ ເຮັດໃຫ້ທ່ານ CEO ຄົນນີ້ເຖິງກັບອອກມາເວົ້າວ່າ ປະເທດນີ້ມີແຕ່ຄົນປອດແຫກ.

ທີ່ມາ: https://droidsans.com/ericsson-to-leave-sweden-if-gorv-insists-baning-huawei-zte/