TIME ວາລະສານຊື່ດັງຂອງໂລກ ຍົກໃຫ້ວົງ “BLACKPINK” ເປັນຜູ້ສ້າງຄວາມບັນເທີງປະຈໍາປີ 2022

time-ວາລະສານຊື່ດັງຂອງໂລກ

ຖ້າຈະກ່າວເຖິງວົງ Girl Group ທີ່ມີກະແສຢູ່ຕະຫຼອດເວລາ ແລະມີຊື່ສຽງໂດ່ງດັງໄປທົ່ວໂລກ ເຊື່ອວ່າຫຼາຍຄົນຕ້ອງຄິດເຖິງ BLACKPINK ວົງ Girl Group ຈາກແດນເກົາຫຼີໃຕ້ ເພາະທີ່ຜ່ານມາ BLACPINK ແມ່ນອີກໜຶ່ງກຸ່ມສິລະປິນທີ່ສ້າງປາກົດການຕ່າງໆຢູ່ຕະຫຼອດເວລາ ບໍ່ວ່າຈະເປັນຄວາມສວຍງາມຂອງ 4 ສາວທີ່ຍາກຈະຕ້ານ, ຄວາມສາມາດທີ່ໃຜໆຕ່າງກໍຍອມຮັບ ຫຼື ຄວາມສຳເລັດໃນດ້ານຕ່າງໆ ແລະຫຼ້າສຸດນີ້ ‘TIME’ ວາລະສານຊື່ດັງຂອງໂລກ ກໍໄດ້ຍົກໃຫ້ວົງ “BLACKPINK” ເປັນຜູ້ສ້າງຄວາມບັນເທີງປະຈໍາປີ 2022.

time-ວາລະສານຊື່ດັງຂອງໂລກ

ເມື່ອວັນທີ 5 ທັນວາ 2022 TIME ໄດ້ອອກມາປະກາດວ່າ ຮາງວັນສິລະປິນຜູ້ສ້າງຄວາມບັນເທີງແຫ່ງປີ ປະຈຳປີ 2022 (Entertainment of The Year 2022) ແມ່ນໄດ້ແກ່ວົງ BLACKPINK ສິລະປິນຈາກເກົາຫຼີໃຕ້.

ສຳລັບ BLACKPINK ແລ້ວແມ່ນປະກອບດ້ວຍສະມາຊິກ 4 ຄົນໄດ້ແກ່: Jisoo, Jennie, Rosé ແລະ Lisa ໂດຍ Lisa ໜຶ່ງໃນສະມາຊິກແມ່ນເປັນຄົນສັນຊາດໄທ ສ່ວນອີກ 3 ແມ່ນເປັນຄົນ ເກົາຫຼີ ເຊິ່ງ BLACKPINK ແມ່ນສິລະປິນທີ່ຢູ່ພາຍໃຕ້ສັງກັດ YG Entertainment ແລະ ໄດ້ເດບິວເປັນສິລະປິນເຕັມຕົວເມື່ອວັນທີ 8 ສິງຫາ 2016.

time-ວາລະສານຊື່ດັງຂອງໂລກ

ທີ່ຜ່ານມານັ້ນ BLACKPINK ເປັນກຸ່ມສິລະປິນທີ່ປະສົບຄວາມສຳເລັດທີ່ສຸດ ບໍ່ວ່າຈະເປັນທາງດ້ານຜົນງານເພງ, ການຂາຍອາລະບ້ຳ, ທົວຄອນເສີດ, ການໄດ້ຮັບຮາງວັນຊົງກຽດໃນເວທີໃຫຍ່ລະດັບໂລກ ຫຼື ແມ່ນແຕ່ການສ້າງຖານແຟນຄລັບ ແລະ ໃນປີ 2022 ນີ້ຖືໄດ້ວ່າເປັນປີເຮັງຂອງ BLACKPINK ເພາະ 4 ສາວສາມາດສ້າງຍອດຂາຍໄດ້ຢ່າງໜ້ອຍ 2 ລ້ານອາລະບ້ຳ ໃນອາລະບ້ຳໃໝ່ຢ່າງ “Born Pink” ພ້ອມນັ້ນຍັງກາຍເປັນໜຶ່ງໃນອາລະບ້ຳຂອງ Girl Group ເກົາຫຼີໃຕ້ທີ່ຂາຍດີທີ່ສຸດ ແລະ ຍັງເປັນວົງທີ່ຍອດຜູ້ຕິດຕາມໃນ YouTube ສູງເຖິງ 83 ລ້ານບັນຊີ.

time-ວາລະສານຊື່ດັງຂອງໂລກ

ນອກຈາກນີ້ ໃນປີ 2022 BLACKPINK ຍັງມີໂອກາດໄປສະແດງເພງສຸດຮິດຕິດຫູຢ່າງ ‘Pink Venom’ ທີ່ງານ VMAs ເມື່ອເດືອນສິງຫາທີ່ຜ່ານມາ ພ້ອມກັນນັ້ນຍັງໄດ້ຈັດທົວຄອນເສີດຮອບໂລກເພື່ອໄປພົບປະກັບແຟນຄລັບທົ່ວໂລກ. ພ້ອມນັ້ນຍັງມີລາຍງານວ່າໃນຫຼາຍໆສະຖານທີ່ທີ່ BLACKPINK ໄປສະແດງຄອນເສີດ ແມ່ນບັດຄອນເສີດຂາຍໝົດພາຍໃນບໍ່ຮອດ 5 ນາທີ.

Jennie ໜຶ່ງໃນສະມາຊິກຂອງວົງໄດ້ເຄີຍໃຫ້ສຳພາດກັບ TIME ວ່າ “ພວກເຮົາ (BLACKPINK) ເຮັດວຽກໜັກຫຼາຍ ເພື່ອໃຫ້ເບິ່ງຄືວ່າພວກເຮົາເປັນແມ່ຍິງທີ່ສຸດຍອດ ແຕ່ແທ້ຈິງແລ້ວພວກເຮົາເປັນພຽງເດັກສາວທຳມະດາເທົ່ານັ້ນ”.

time-ວາລະສານຊື່ດັງຂອງໂລກ

ທັງນີ້ ປົກກະຕິແລ້ວວາລະສານ TIME ມັກຈະມີການຈັດຮາງວັນແຫ່ງປີຂຶ້ນໃນທຸກໆປີ ແລະຈະມອບຮາງວັນໃຫ້ແກ່ບຸກຄົນຫຼືກຸ່ມຄົນທີ່ສ້າງອິດທິພົນ ຕໍ່ໂລກຫຼາຍທີ່ສຸດໃນລະຫວ່າງປີນັ້ນໆ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/