ຜູ້ວ່າການທະນາຄານ ໃຫ້ເຫດຜົນວ່າ ເງິນກີບອ່ອນຄ່າຍ້ອນເງິນລົງທຶນຈາກຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ

ຜູ້ວ່າການທະນາຄານ-ໃຫ້ເຫດຜົນ

ໃນວັນທີ 5 ທັນວາ 2022, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ຊີ້ເຖິງປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບອ່ອນຄ່າ ແມ່ນຍ້ອນເງິນລົງທຶນຈາກຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ. ຂະນະດຽວກັນ, ການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ຍັງມີສະພາບລາຍຮັບ ທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນ ຈາກຕ່າງປະເທດຈໍານວນຫຼາຍ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານຕາມລະບຽບການ ເຮັດໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຍັງກ່າວວ່າ: ບັນຫາດັ່ງກ່າວໄດ້ສ້າງຄວາມບໍ່ສົມດຸນກັນລະຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນກັນຍາ; ສຳລັບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ສໍາລັບອັດຕາເງິນກີບ ທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບໃສ່ເງິນບາດ ຢູ່ໃນລະດັບ 4,27%. ການອ່ອນຄ່າຂອງເງິນກີບຍັງໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບສອງຕົວເລກ ນັບແຕ່ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ.

ຜູ້ວ່າການທະນາຄານ-ໃຫ້ເຫດຜົນ

ພ້ອມນີ້, ສະພາບເສດຖະກິດ ຂອງບັນດາປະເທດໃນທົ່ວໂລກໂດຍລວມ ໄລຍະ 9 ເດືອນຕົ້ນປີ 2022 ຍັງບໍ່ທັນຟື້ນຕົວໄດ້ເຕັມທີ່ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບ ສິ່ງທ້າທາຍອັນໃໝ່ຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງໃນຮອບຫຼາຍສິບປີ ເຊິ່ງໃນເບື້ອງຕົ້ນ ຫຼາຍປະເທດໃນໂລກ ໄດ້ປະເມີນວ່າ ສາເຫດທີ່ພາໃຫ້ສະພາບເງິນເຟີ້ເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຢຸດສະງັກຂອງຕ່ອງໂສ້ການຜະລິດ ບວກໃສ່ກັບການປະຕິບັດການພິເສດທາງການທະຫານ ລະຫວ່າງຢູເຄຣນ ແລະ ຣັດເຊຍ ໃນຕົ້ນປີ 2022 ທີ່ເຮັດໃຫ້ລາຄາພະລັງງານ ແລະ ລາຄາສະບຽງອາຫານ ເພີ່ມຂຶ້ນເກືອບເທົ່າຕົວ ພາໃຫ້ຫຼາຍກວ່າ 80 ປະເທດໃນໂລກ ໄດ້ຕົກໃນພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ.

ຜູ້ວ່າການທະນາຄານ-ໃຫ້ເຫດຜົນ

ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກ່າວອີກວ່າ: ສະຖາບັນການເງິນສາກົນຫຼາຍແຫ່ງຂອງໂລກ ໄດ້ຄາດຄະເນອັດຕາເງິນເຟີ້ທົ່ວໂລກ ໃນປີ 2022 ຈະສູງເຖິງ 8,8%. ເພື່ອແກ້ໄຂສະພາບດັ່ງກ່າວ, ຫຼາຍທະນາຄານກາງໃນທົ່ວໂລກ ຈຶ່ງໄດ້ດໍາເນີນນະໂຍບາຍການເງິນ-ເງິນຕາ ແບບຮັດກຸມ ເປັນຕົ້ນ ທະນາຄານກາງ ສະຫະລັດອາເມຣິກາ (FED) ໄດ້ປັບຂຶ້ນອັດຕາດອກເບ້ຍ ນະໂຍບາຍໃນລະດັບທີ່ສູງ ຈາກລະດັບ 0,25% ໃນຕົ້ນປີ ເປັນ 4% ໃນປັດຈຸບັນ ແລະ ຄາດວ່າຈະສືບຕໍ່ປັບຂຶ້ນສູງເຖິງລະດັບ 4,5%-7% ໃນກາງປີ 2023 ເຊິ່ງຈະເຮັດໃຫ້ ສະກຸນເງິນໂດລາສາຫະລັດ ແຂງຄ່າຂຶ້ນຢ່າງຕໍ່ເນື່ອງ ແລະ ສ້າງເເຮງກົດດັນເຮັດໃຫ້ຄ່າເງິນຂອງຫຼາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ອ່ອນຄ່າລົງໃນ ລະດັບ 10%-30% ເປັນຕົ້ນ: ສະກຸນເງິນຢູໂຣ, ເຢນ, ເປໂຊ, ບາດ ແລະ ອື່ນໆ ເຊິ່ງຈະພາໃຫ້ທະນາຄານກາງ ໃນຂົງເຂດອາຊຽນກໍລ້ວນແຕ່ຈະເພີ່ມອັດຕາດອກເບ້ຍອ້າງອີງ ເພື່ອແກ້ໄຂສະພາບເງິນເຟີ້.

ຜູ້ວ່າການທະນາຄານ-ໃຫ້ເຫດຜົນ

ຂອບໃຈຂໍ້ມູນຈາກ: https://bit.ly/3P5Gsbx

ຂອບຮູບພາບຈາກ: https://bit.ly/3FxeimV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/