Disney ພັດທະນາ AI ປັບໃບໜ້າປ່ຽນອາຍຸ ໃຫ້ນັກສະແດງຄົນດຽວສາມາດຮັບບົດບາດໃນຫຼາຍອາຍຸ ທີ່ແຕກຕ່າງກັນ

disney-ພັດທະນາ-ai-ປັບໃບໜ້າປ່ຽນອາຍຸ

Disney ບໍລິສັດຜະລິດຮູບເງົາຂະໜາດໃຫຍ່ ປະສົບຜົນສໍາເລັດ ໃນການທົດລອງໃຊ້ເທັກໂນໂລຢີ AI ປັບໃບໜ້ານັກສະແດງ ເພື່ອປ່ຽນອາຍຸໃຫ້ແກ່ຂຶ້ນ ຫຼື ໜຸ່ມລົງໄດ້ຕາມຄວາມຕ້ອງການເປັນຄັ້ງທຳອິດ ເຊິ່ງມີຄວາມໄວ ແລະ ຄວາມຖືກຕ້ອງກວ່າບ່ອນອື່ນໆ ທີ່ເຄີຍເຮັດມາ.

disney-ພັດທະນາ-ai-ປັບໃບໜ້າປ່ຽນອາຍຸ

ໂດຍທີມງານ Disney Research Studio ເຊິ່ງເປັນຜູ້ຄິດຄົ້ນ ເທັກໂນໂລຢີ ດັ່ງກ່າວ ໃຫ້ຂໍ້ມູນວ່າ ການປັບປ່ຽນອາຍຸຂອງນັກສະແດງດ້ວຍເທັກໂນໂລຢີ AI ສາມາດເຮັດວຽກໄດ້ໂດຍອັດຕະໂນມັດ ບໍ່ຈຳເປັນຕ້ອງອາໄສການປັບແຕ່ງໃບໜ້າດ້ວຍການແຕ້ມແບບເຟຣມຕໍ່ເຟຣມອີກຕໍ່ໄປ ເຊິ່ງມັນໃຊ້ເວລາຫຼາຍມື້ ໃນການເຮັດແບບນັ້ນ.

disney-ພັດທະນາ-ai-ປັບໃບໜ້າປ່ຽນອາຍຸ

ນອກຈາກນີ້ຍັງຊ່ວຍແກ້ໄຂບັນຫາ ຄຸນະພາບຂອງພາບທີ່ລົດລົງ ຈາກວິທີການປັບແຕ່ງໃບໜ້າແບບເກົ່າ ເພາະເທັກໂນໂລຢີ AI ສາມາດປັບແຕ່ງໃບໜ້າໄດ້ ໂດຍທີ່ບໍ່ສູນເສຍຄວາມລະອຽດຂອງພາບນັ້ນເອງ.

ໂດຍເທັກນິກທີ່ Disney ໃຊ້ກໍຄືການສ້າງຮູບພາບຈໍາລອງຂອງບຸກຄົນທີ່ມີອາຍຸ 18-85 ປີ ຈຳນວນຫຼາຍພັນຮູບ ເພື່ອນຳມາເຝິກໃຫ້ AI ຮຽນຮູ້ຄວາມແຕກຕ່າງຂອງໃບໜ້າຄົນໃນແຕ່ລະອາຍຸ ໂດຍສະເພາະຮ່ອງຮອຍ ແລະ ຄວາມປ່ຽນແປງເຖິງໃບໜ້າທີ່ຈະເກີດຂຶ້ນ ເມື່ອອາຍຸເພີ່ມຫຼາຍຂຶ້ນ.

disney-ພັດທະນາ-ai-ປັບໃບໜ້າປ່ຽນອາຍຸ

ສາເຫດທີ່ Disney ເລືອກໃຊ້ຮູບພາບຈໍາລອງ ເປັນຍ້ອນການເກັບລວບລວມໃບໜ້າຈາກຄົນແທ້ໆ ຕາມແຕ່ລະໄລຍະຂອງອາຍຸຄົນນັ້ນບໍ່ສາມາດເຮັດໄດ້ ເພາະຕ້ອງໃຊ້ເວລາດົນເປັນ 10 ປີ ກວ່າຄົນໆໜຶ່ງ ຈະມີອາຍຸປ່ຽນໄປຈົນຮອດ ອາຍຸທີ່ຕ້ອງການ ນັ້ນເອງ.

ຢ່າງໃດກໍຕາມ ເທັກໂນໂລຢີດັ່ງກ່າວຍັງມີຂໍ້ຈໍາກັດຢູ່ເຊັ່ນດຽວກັນ ເພາະ AI ຍັງສາມາດປັບອາຍຸຂອງນັກສະແດງໄດ້ສະເພາະສ່ວນທີ່ເປັນໃບໜ້າເທົ່ານັ້ນ ແຕ່ສ່ວນອື່ນໆ ເຊັ່ນ ເສັ້ນຜົມ ຫຼື ແຂນຂາ ແມ່ນຍັງບໍ່ສາມາດປັບປ່ຽນໄດ້ ເຊິ່ງຈຳເປັນຕ້ອງມີການພັດທະນາເພີ່ມຕື່ມໃນອະນາຄົດ ເພື່ອໃຫ້ມີການໃຊ້ງານທີ່ສົມບູນແບບຫຼາຍຍິ່ງຂຶ້ນ.

ແຕ່ ເທັກໂນໂລຢີ AI ດັ່ງກ່າວກໍເຮັດໃຫ້ການປັບແຕ່ງໃບໜ້າ ເພື່ອປ່ຽນອາຍຸຂອງນັກສະແດງ ມີຄວາມສົມຈິງ ແລະ ທີມງານກໍສາມາດເຮັດວຽກໄດ້ງ່າຍ ແລະ ວ່ອງໄວຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/