“ກ້າວໄປສູ່ການປັບປຸງນິເວດກະສິກໍາ” ກອງປະຊຸມໃຫຍ່ປະຈໍາປີ 2022 ສະມາຊິກເຄືອຂ່າຍອາລິເຊຍ

“ກ້າວໄປສູ່ການປັບປຸງນິເວດກະສິກໍາ”

“ກ້າວໄປສູ່ການປັບປຸງນິເວດກະສິກໍາ”

ກອງປະຊຸມໃຫຍ່ປະຈໍາປີ ຂອງເຄືອຂ່າຍອາລິເຊຍ (ALISEA GENERAL ASSEMBLY WORKSHOP 2022 FOR LAO PDR) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 29 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ຈັດຂຶ້ນໂດຍ ອົງການເກຣດ (GRET) ຮ່ວມກັບຄະນະບໍລິຫານເຄືອຂ່າຍອາລິເຊຍເຊັ່ນ: ຫ້ອງການ ຄລິກ (CLICK), ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP), ຄະນະກະເສດສາດ – ມະຫາວິທະຍາໄລແຫ່ງຊາດລາວ (FAG – NUoL) ແລະ ສູນພັດທະນາຊົນນະບົດ (RDA) ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 39 ທ່ານ, ໃນນັ້ນມີ ຍິງ 18 ທ່ານ ທີ່ມາຈາກອົງກອນຕ່າງໆທີ່ເປັນສະມາຊິກຂອງເຄືອຂ່າຍອາລິເຊຍໃນລາວ.

ທ່ານ ພຸດທະສິນ ພິມມະຈັນ, ປະທານຫ້ອງການ CLICK ເຊິ່ງເປັນໜຶ່ງໃນຄະນະບໍລິຫານ ທີ່ເຮັດໜ້າທີ່ເປັນກອງເລຂາຂອງເຄືອຂ່າຍ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ເປີດກອງປະຊຸມ ໂດຍລາວໄດ້ກ່າວວ່າ: “ຂ້າພະເຈົ້າພາກພູມໃຈ ແລະ ປິຕິຍິນດີ ທີ່ໄດ້ເປັນຕົວແທນກອງເລຂາຂອງອາລິເຊຍ ເຊິ່ງໄດ້ເລີ່ມຕັ້ງແຕ່ປີ 2015, ມາຮອດປະຈຸບັນ ສະມາຊິກຂອງເຮົາ ແມ່ນມີຄວາມຫຼາກຫຼາຍຂຶ້ນ ຈາກຫຼາຍພາກສ່ວນ ເຊັ່ນຕົວຢ່າງ ຫົວໜ່ວຍ ທຸລະກິດ ແລະ ກຸ່ມຊາວກະສິກອນ. ເປັນເວລາດົນນານແລ້ວທີ່ບໍ່ໄດ້ຈັດກອງປະຊຸມພົບປະແບບເຊິ່ງໜ້າກັນແບບນີ້ ເນື່ອງດ້ວຍສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການພົບປະກັນຕ້ອງຜ່ານແບບອອນລາຍ, ດັ່ງນັ້ນມື້ນີ້ຈຶ່ງເປັນໂອກາດອັນດີທີ່ໄດ້ມາພົບປະເພື່ອເບິ່ງຜົນງານຜ່ານມາໃນປີ 2021-2022 ມີຜົນງານຫຍັງແດ່ທີ່ເຮົາຍາດມາໄດ້, ຊ່ວຍກັນຄົ້ນຄວ້າ ປຶກສາຫາລືແຜນຍຸດທະສາດ ໄລຍະຍາວ ໄລຍະສັ້ນ ແຜນກິດຈະກຳ ຂອງປີໜ້າ, ເພື່ອບໍ່ເປັນການເສຍເວລາ ຂໍສຽງຕົບມືຕອນຮັບທຸກທ່ານ ແລະ ຂໍອວຍໄຊໃຫ້ພອນແກ່ກອງປະຊຸມດຳເນີນໄປ ແລະ ສຳເລັດດ້ວຍດີ. ຂໍເປີດກອງປະຊຸມຢ່າງເປັນທາງການ.”

“ກ້າວໄປສູ່ການປັບປຸງນິເວດກະສິກໍາ”

ກອງປະຊຸມແມ່ນໄດ້ດຳເນີນໄປຕາມວາລະຂອງກອງປະຊຸມ ໂດຍເລີ່ມຈາກການກ່າວຕ້ອນຮັບສະມາຊິກທີ່ເຂົ້າມາ ໃໝ່ໃນປີ 2022 ຈຳນວນ 3 ອົງກອນ ຈາກໃນເມື່ອກ່ອນມີສະມາຊິກທັງໝົດ ຈຳນວນ 62 ອົງກອນ ປັດຈຸບັນນີ້ມີທັງໝົດ 65 ອົງກອນທີ່ເປັນສະມາຊິກເຄືອຂ່າຍອາລິເຊຍທີ່ຢູ່ໃນ ສ ປປ ລາວ. ຫຼັງຈາກນັ້ນ ນາງ ຈິນຕະນາພອນ ແກ້ວວິຈິດ (ຫ້ອງການ CLICK – ກອງເລຂາເຄືອຂ່າຍອາລິເຊຍ) ກໍໄດ້ຂຶ້ນລາຍງານຄວາມຄືບໜ້າກິດຈະກໍາຕ່າງໆຂອງອາລິເຊຍໃນປີ 2021/2022 ແລະ ແຜນການຈັດຕັ້ງໃນປີຕໍ່ໄປ. ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລືກັບສະມາຊິກກ່ຽວກັບການປັບປຸງໂຄງສ້າງພາຍໃນເຄືອຂ່າຍ, ຍຸດທະສາດການສືື່ສານ ແລະ ແຜນດໍາເນີນການຂອງອາລິເຊຍ, ຈັດລໍາດັບ 3 ບູລິມະສິດ ແລະ ກິດຈະກໍາທີ່ເປັນຮູບປະທຳໃນປີ 2023 (ບົດລາຍງານກອງປະຊຸມຈະໄດ້ອັບໂຫລດລົງເວັບໄຊອາລິເຊຍໃນໄວໆນີ້: www.ali-sea.org)

ກ່ອນປິດກອງປະຊຸມ ທ່ານ ພຸດທະສິນ ພິມມະຈັນ ປະທານຫ້ອງການ CLICK ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ດຳເນີນມາເປັນເວລາໜຶ່ງວັນເຕັມໆ ພວກເຮົາໄດ້ຮັບຟັງການລາຍງານຄວາມຄືບໜ້າຕ່າງໆຂອງອາລິເຊຍ ແລະ ຫວັງວ່າທຸກຄົນຈະເຂົ້າໃຈ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ນອກຈາກນີ້ ກໍຍັງໄດ້ເອກະພາບກັນໃນການປັງປຸງເງື່ອນໄຂການເປັນສະມາຊິກອາລິເຊຍ, ກຳນົດໂຄງຮ່າງການຈັດຕັ້ງເຄືອຂ່າຍອາລິເຊຍ, ກຳນົດທິດທາງ, ແຜນງານ ແລະ ກິດຈະກຳຫຼັກໆຂອງອາລິເຊຍຕັ້ງແຕ່ນີ້ຈົນເຖິງປີ 2040. ສະນັ້ນ ຫວັງວ່າຄະນະບໍລິຫານເຄືອຂ່າຍອາລິເຊຍຈະໄດ້ນຳເອົາຜົນຂອງກອງປະຊຸມນີ້ໄປຜັນຂະຫຍາຍກ່ຽວກັບການອັບເດດເງື່ອນໄຂການເປັນສະມາຊິກ, ການປັງປຸງໂຄງຮ່າງການຈັດຕັ້ງ, ສ້າງແຜນງານທີ່ຊັດເຈນກ່ຽວກັບ 3 ບູລິມະສິດທີ່ຈະຕັ້ງໃນປີ 2023 ແລະ ສົ່ງໃຫ້ສະມາຊິກໄດ້ຮັບຮູ້”

ກອງປະຊຸມຄັ້ງນີ້ໄດ້ເປັນບາດກ້າວສຳຄັນທີ່ຈະເຮັດໃຫ້ເຄືອຂ່າຍກ້າວໄປຂ້າງໜ້າຢ່າງໝັ້ນຄົງ, ການປະກອບສ່ວນຂອງສະມາຊິກຈະເຮັດໃຫ້ເຄືອຂ່າຍມີຄວາມເຂັ້ມແຂງ ແລະ ສະໜັບສະໜູນການຫັນປ່ຽນກະສິກຳທີ່ຢູ່ໃນ ສປປ ລາວ ແລະ ພາກພື້ນແມ່ນ້ຳຂອງໄປສູ່ລະບົບນິເວດກະສິກຳ.

———————————————

“ກ້າວໄປສູ່ການປັບປຸງນິເວດກະສິກໍາ”

ຂໍ້ມູນເພີ່ມເຕີມກ່ຽວກັບເຄືອຂ່າຍ:

ອາລິເຊຍ ຫຍໍ້ມາຈາກພາສາອັງກິດ The Agroecology Learning alliance in South East Asia (ALiSEA) ຫຼື ໃນພາສາລາວແມ່ນ “ຄູ່ຮ່ວມງານການຮຽນຮູ້ລະບົບນິເວດກະສິກຳໃນອາຊີຕາເວັນອອກສຽງໃຕ້ ຫຼື ອາລິເຊຍ” ໂດຍອົງການ GRET (www.gret.org) ເປັນຜູ້ຈັດຕັ້ງປະຕິບັດ. ໂດຍມີເປົ້າໝາຍຫຼັກແມ່ນເພື່ອໂຄສະນາກ່ຽວກັບລະບົບນິເວດກະສິກຳ (Agroecology)  ໂດຍໄດ້ລວບລວມເອົາບັນດາພາກສ່ວນທີ່ກ່ຽວຂ້ອງກັບລະບົບນິເວດກະສິກຳ ທັງໃນຂັ້ນທ້ອງຖິ່ນ ແລະ ລະດັບພາກພື້ນ ຊຸກຍູ້ໃຫ້ເກີດມີການແລກປ່ຽນເຊິ່ງກັນ ແລະ ກັນ, ເຮັດໃຫ້ເກີດການແບ່ງປັນຢ່າງກວ້າງຂວາງ ແລະ ສະໜັບສະໜູນການຫັນປ່ຽນພາກພື້ນແມ່ນ້ຳຂອງໄປສູ່ລະບົບນິເວດກະສິກຳ.

ໃນປັດຈຸບັນ, ເຄືອຂ່າຍ ALiSEA ໄດ້ກາຍເປັນສ່ວນຫນຶ່ງຂອງໂຄງການ “ປັງປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET)”:  https://www.asset-project.org/,  ເຊິ່ງໄດ້ຮັບທຶນຈາກ ອົງການຝຣັັ່ງເພືື່ອການພັດທະນາ (AFD), ສະຫະພາບເອີຣົບ (EU) ແລະ ກອງທຶນຝຣັັ່ງເພືື່ອສິ່ງແວດລ້ອມໂລກ (FFEM), ແລະ ປະສານງານໂດຍ GRET ແລະ CIRAD.

ເຄືອຂ່າຍ ALiSEA ມີສະມາຊິກຫຼາຍກວ່າ 175 ອົງກອນທີ່ຢູ່ພາຍໃນປະເທດ ແລະ ລະດັບພາກພື້ນແມ່ນ້ຳຂອງ ໂດຍມາຈາກຫຼາຍພາກສ່ວນເຊັ່ນ: ສະມາຄົມ/ອົງການຈັດຕັ້ງສາກົນທີ່ບໍ່ຫວັງຜົນກຳໄລ,  ອົງການຈັດຕັ້ງຊາວກະສິກອນ, ສະຖາບັນຄົ້ນຄວ້າ/ມະຫາວິທະຍາໄລ, ພາກເອກະຊົນ, ລັດຖະບານ). ALiSEA ເຮັດວຽກຢູ່ໃນລະດັບທ້ອງຖິ່ນ ແລະພາກພື້ນໃນ 4 ປະເທດຄື: ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ. ພວກເຮົາມີເວັບໄຊສຳລັບລວບລວມບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບລະບົບນິເວດກະສິກຳ www.ali-sea.org ແລະ ພວກເຮົາມີ 4 ເຟສບຸກເພສ ທີ່ເປັນພາສາທ້ອງຖິ່ນ ແລະ 1 ເຟສບຸກເພສ ທີ່ເປັນພາສາອັງກິດ ສຳລັບຊ່ວຍກະຈາຍຂໍ້ມູນຂ່າວສານ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/