ຮູ້ຫຼືບໍ່? ໃນປະຫວັດສາດບານໂລກ ມີພຽງ 2 ຊາດຈາກເອເຊຍທີ່ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍໄດ້ກໍຄື ເກົາຫຼີໃຕ້ ແລະ ເກົາຫຼີເໜືອ

ຮູ້ຫຼືບໍ່-ໃນປະຫວັດສາດບານໂລກ

ໃນຄໍ່າຄືນທີ່ຜ່ານມາ ຖືໄດ້ວ່າເປັນເປັນຄໍ່າຄືນຂອງການປິດສາກເສັ້ນທາງໃນການແຂ່ງຂັນບານໂລກ 2022 ຂອງບັນດາຕົວແທນຈາກເອເຊຍ ເພາະທັງ ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອອສເຕຣເລຍ ທີ່ຜ່ານເຂົ້າຮອບ 16 ທີມ ໄດ້ກອດຄໍກັນຕົກຮອບໄປໝົດແລ້ວ.

ຮູ້ຫຼືບໍ່-ໃນປະຫວັດສາດບານໂລກ

ເຊິ່ງສະຖິຕິທີ່ວ່າ ໃນປະຫວັດສາດບານໂລກ ນັ້ນຍັງມີພຽງ 2 ຄັ້ງເທົ່ານັ້ນ ທີ່ທີມຈາກໂຊນ ເອເຊຍ ທີ່ຜ່ານເຂົ້າໄປຮອດຮອບ 8 ທີມ ກໍຍັງບໍ່ສາມາດທຳລາຍໄດ້ ເຊິ່ງ 2 ຄັ້ງນັ້ນກໍຄືບານໂລກປີ 1966 ທີ່ອັງກິດເປັນເຈົ້າພາບ ແລະ ປີ 2002 ທີ່ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເປັນເຈົ້າພາບຮ່ວມກັນ.

ຮູ້ຫຼືບໍ່-ໃນປະຫວັດສາດບານໂລກ

ໂດຍໃນບານໂລກ 1996 ເກົາຫຼີເໜືອ ກາຍເປັນທີມມ້າມືດທີ່ສາມາດສ້າງປະຫວັດສາດຄັ້ງໃຫຍ່ໃນການແຂ່ງຂັນບານໂລກ ເຖິງແມ່ນວ່າຈະເລີ່ມຕົ້ນໄດ້ບໍ່ດີປານໃດ ໂດຍການປະລາໄຊໃຫ້ກັບສະຫະພາບໂຊວຽດໄປ 0 ປະຕູຕໍ່ 3. ແຕ່ ໃນອີກ 2​ ນັດທີ່ເຫຼືອ ແມ່ນສາມາດສະເໝີກັບ ທີມຊາດ ຊິລີ ໄປ 1 ປະຕູຕໍ່ 1 ແລະ ພິກລັອກເອົາຊະນະ ທີມຊາດ ອິຕາລີ ແຊ້ມໂລກ 2 ສະໄໝ ໃນຕອນນັ້ນໄປ 1 ປະຕູຕໍ່ 0 ຜ່ານເຂົ້າຮອບ 8 ທີມໄດ້ສໍາເລັດ (ສະໄໝນັ້ນບໍ່ມີຮອບ 16 ທີມ). ກ່ອນທີ່ຈະໄປປະລາໄຊໃຫ້ກັບທີມຊາດ ໂປຕຸເກດໃນຮອບ 8 ທີມສຸດທ້າຍໄປ 3 ປະຕູຕໍ່ 5.

ຮູ້ຫຼືບໍ່-ໃນປະຫວັດສາດບານໂລກ

ສ່ວນອີກຄັ້ງໜຶ່ງແມ່ນເກີດຂຶ້ນໃນປີ 2002 ທີ່ຕອນນັ້ນ ເກົາຫຼີໃຕ້ ຢູ່ພາຍໃຕ້ການຄຸມທີມຂອງ ກຸສ ຮິດດິ້ງ ທີ່ສາມາດພາເຂົ້າເຖິງຮອບຮອງຊະນະເລີດ ແລະ ຈົບເປັນອັນດັບ 4 ຂອງການແຂ່ງຂັນບານໂລກ ໃນປີນັ້ນ.

ແຕ່ວ່າກະແສບານໂລກໃນຕອນນັ້ນ ສິ່ງທີ່ແຟນໆທົ່ວໂລກເວົ້າເຖິງກັບບໍ່ແມ່ນຜົນງານຂອງທັບນັກກິລາຈາກເກົາຫຼີໃຕ້ ແຕ່ຖືກເວົ້າເຖິງໃນຖານະເປັນບານໂລກທີ່ບໍ່ມີຄວາມໂປ່ງໃສໃນການຕັດສິນ ທີ່ຄັ້ງໜຶ່ງໃນປະຫວັດສາດບານໂລກ ໂດຍສະເພາະນັດທີ່ເອົາຊະນະ ອິຕາລີ 2 ປະຕູຕໍ່ 1 ທີ່ຍັງເປັນທີ່ເວົ້າເຖິງກັນຈົນຮອດທຸກມື້ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/