Sony ເປີດຕົວລຳໂພງໄຮ້ສາຍປັບສຽງໃຫ້ເອງຕາມເນື້ອທີ່ຫ້ອງແລະສາມາດເຊື່ອມຕໍ່ກັບໂທລະທັດ BRAVIA ໄດ້


Sony ໄດ້ເປີດຕົວລຳໂພງໄຮ້ສາຍສອງຮຸ່ນຄື RA5000 ແລະ RA3000 ທັງຄູ່ມາພ້ອມ Feature 360 Reality Audio ແລະ Immersive Enhancement ໂດຍອາໄສການກວດຈັບພື້ນທີ່ຈາກໂຫມດ Sound Calibration ທີ່ໃຊ້ເຊັນເຊີວັດພື້ນທີ່ອ້ອມຮອບຫ້ອງ.

ຈຸດແຕກຕ່າງຫຼັກໆ ຄື RA3000 ຈະມີລຳໂພງຮອບຕົວ ແລະ ປ້ອງກັນຄວາມຊື້ນ ຂະນະທີ່ RA5000 ມີລຳໂພງດ້ານເທິງເພີ່ມເຂົ້າມາ 3 ຕົວ ເພື່ອຍິງສຽງຂຶ້ນໄປດ້ານເທິງມີ ຊັບວູບເຟີ້ (Subwoofer) ແລະ ໄດ້ຮັບການຮັບຮອງສຳລັບຫຼິ້ນເພງ Hi – Res ທັງຄູ່ຮອງຮັບການເຊື່ອມຕໍ່ກັບອຸປະກອນທີ່ມີ Chromecast ແລະ ສັ່ງງານໄດ້ດ້ວຍ Google Assistant ແລະ ອຸປະກອນທີ່ຮອງຮັບ Alexa (ຕົວມັນເອງບໍ່ຮອງຮັບ ປະມານສັ່ງ Google Home ໃຫ້ແຄສເພງໄປທີ່ລຳໂພງ) ລວມເຖິງຮອງຮັບການເຊື່ອມຕໍ່ກັບໂທລະທັດ BRAVIA ຜ່ານ Bluetooth.

RA3000 ລາຄາ 280 ປອນ ຫຼື (3.740.000 ກີບ) ແລະ RA5000 ລາຄາ 500 ປອນ ຫຼື (6.800.000 ກີບ) ຕອນນີ້ວາງຂາຍກ່ອນສະເພາະໃນ UK ແລະ EU ໃນເດືອນໜ້າ.

RA3000

RA5000

ທີ່ມາ: https://www.blognone.com/node/120483