Jack Dorsey – CEO ແຫ່ງ Twitter ໃຫ້ຄວາມສົນໃຈໃນການຊື້ music streaming app “Tidal”


Jack Dorsey ໜຶ່ງໃນຜູ້ກໍ່ຕັ້ງ ແລະ CEO ບໍລິສັດສັງຄົມອອນລາຍສຸດນິຍົມຢ່າງ Twitter ໄດ້ມີການດຳເນີນການເຈລະຈາເພື່ອຕົກລົງກັບເຈ-ຊີ ແຣັບເປີ້ຊື່ດັງ ແລະ ເຈົ້າຂອງ Tidal (Music streaming ຄຸນະພາບສູງ) ໃນການເຂົ້າຊື້ແອັບພິເຄຊັນເພງທີ່ມີຄວາມລະອຽດລະດັບ Hi-Fi ທີ່ເຈ-ຊີໄດ້ຊື້ໄວ້ໃນປີ 2015 ໂດຍຈະເຂົ້າຊື້ໃນນາມຂອງ Square ທຸລະກິດທີ່ກ່ຽວຂ້ອງກັບດ້ານການເງິນທີ່ດໍຊີເປັນຜູ້ບໍລິຫານ.

ສຳນັກຂ່າວ Boomberg ໄດ້ເປີດເຜີຍວ່າ ແຫຼ່ງຂ່າວທີ່ບໍ່ເປີດເຜີຍຊື່ຍັງບໍ່ໄດ້ອອກມາຢືນຢັນເຖິງຄວາມຊັດເຈນຂອງຂໍ້ຕົກລົງດັ່ງກ່າວ ແຕ່ຂ່າວດັ່ງກ່າວຍັງຄົງມີຄວາມໜ້າສົນໃຈເນື່ອງຈາກ Tidal ເປັນຄູ່ແຂ່ງທາງກົງທີ່ກຳລັງຍາດສ່ວນແບ່ງຕະຫຼາດຂອງກຸ່ມ music streaming ຢ່າງ Spotify, Apple Music, YouTube Music ແລະ Amazon Music Unlimited.

Tidal ເປີດຕົວໃນປີ 2014 ແລະໃນເວລາຕໍ່ມາໄດ້ຖືກຊື້ກິດຈະການໂດຍເຈ-ຊີ ແລະ ໄດ້ເຮັດການປັບປຸງຕົວແອັບພິເຄຊັນ ອີກທັງຍັງໄດ້ຮັບຄວາມຊ່ວຍເຫຼືອຈາກເຫຼົ່ານັກດົນຕີ ເຊເລບຄົນຄົນດັງອີກຫຼາຍຄົນຢ່າງ Daft Punk, Jack White ຫຼືທັງ Kanye West.

ຈຸດຢືນຂອງ Tidal ຈຶ່ງເປັນການສ້າງຄວາມໂດດເດັ່ນຜ່ານຜົນງານເພງທີ່ສຸດພິເສດເຊັ່ນ “Anti” ອາລະບຳ້ຂອງ Rihanna ໃນປີ 2016 ແຕ່ຄວາມນິຍົມ ແລະ ຄວາມພິເສດຂອງ Tidal ຍັງບໍ່ເປັນທີ່ປະສົບຜົນສຳເລັດຫຼາຍ.

ແລະ ດ້ວຍຄວາມທີ່ຈຸດເດັ່ນຂອງ Tidal ເປັນສະຕີມມິງເຈົ້າດຽວທີ່ໃຫ້ບໍລິການເພງໃນຄວາມລະອຽດ Hi-Fi ຫຼື ຄວາມລະອຽດສູງ ເຊິ່ງຫຼາຍກວ່າຄູ່ແຂ່ງລາຍອື່ນໆຢ່າງ Apple Music ແລະ Spotify ແຕ່ໃນດ້ານຂອງຜູ້ໃຊ້ບໍລິການຍັງບໍ່ໄດ້ຮັບຄວາມສົນໃຈສູງຕາມຄວາມລະອຽດຂອງເພງໃນ Tidal ແລະ ເຄີຍມີຂ່າວລືອອກມາເຖິງການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງກ່ຽວກັບຜູ້ໃຊ້ຂອງ Tidal ໃນເດືອນມິຖຸນາເມື່ອປີ 2020.

ກົງກັນຂ້າມ ໃນດ້ານຂອງ Square ບໍລິສັດທີ່ໃຫ້ບໍລິການທາງດ້ານການເງິນກຳລັງໄປໄດ້ດ້ວຍດີ ໂດຍ Square ບໍລິສັດທີ່ດໍຊີກຳລັງບໍລິຫານຢູ່ນັ້ນ ໃຫ້ບໍລິການລະບົບການຂາຍໜ້າຮ້ານ (Point of Sale), ການຊຳລະເງິນ, ການຈັດເງິນເດືອນ ລວມເຖິງການປ່ອຍເງິນກູ້ໃຫ້ກັບທຸລະກິດຂະໜາດນ້ອຍ ນອກຈາກນັ້ນຍັງມີການພັດທະນາ Cash App ແອັບພິເຄຊັນສຳລັບໂອນ ຫຼື ຮັບເງິນລະຫວ່າງບຸກຄົນ ເຊິ່ງ Square ນັ້ນໄດ້ຮັບຄວາມນິຍົມໃນກຸ່ມ First Jobber ໄປຈົນເຖິງ Young Adult ເຊິ່ງການທີ່ Square ຕ້ອງການຈະເຂົ້າຊື້ Tidal ຈຶ່ງອາດເປັນອີກກົນລະຍຸດໜຶ່ງໃນການເຈາະກຸ່ມຕະຫຼາດຂອງຄົນຮຸ່ນໃໝ່.

ພາບ: nypost

ທີ່ມາ: