5 ນັກກິລາລາວໄດ້ຮັບທຶນຝຶກແອບການແຂ່ງຂັນໂອແລມປິກໂຕກຽວເກມ 2021


ຂໍສະແດງຄວາມຍິນດີກັບນັກກິລາເຮົາ ທີ່ມີຄວາມສາມາດ ແລະ ຜົນງານທີ່ໂດດເດັ່ນຂອງແຕ່ລະຄົນ ຈົນໄດ້ຮັບທຶນໂຄງການຊ່ວຍເຫຼືອຈາກຄະນະກໍາມະການໂອແລມປິກສາກົນ ມີສ່ວນເຂົ້າຮ່ວມໃນການແຂ່ງຂັນໂຕກຽວເກມ 2021 ເຊິ່ງນັກກິລາແຕ່ລະຄົນຕ້ອງໄດ້ເລັ່ງຝຶກຊ້ອມ ເພື່ອສ້າງສະຖິຕິໃຫ້ດີຂຶ້ນກວ່າເກົ່າ.

ໃນໂຄງການຊ່ວຍເຫຼືອມີແຕ່ພຽງ 5 ທຶນເທົ່ານັ້ນໃນທົ່ວປະເທດ ມີທັງໝົດແມ່ນກິລາ 3 ປະເພດ ປະກອບດ້ວຍ ຊາຍ 3 ຍິງ 2 ຄົນ ດັ່ງນີ້:

  1. ທ້າວ ອານຸສອນ ນັກກິລາແລ່ນ-ລານ ເຊິ່ງມີຄວາມໂດດເດັ່ນ ແລະ ຄວາມສາມາດໃນການແລ່ນໄດ້ດີຫຼາຍ ປັດຈຸບັນແມ່ນຢູ່ນະຄອນຫຼວງວຽງຈັນ ຢູ່ໃນການຝຶກຊ້ອມ.
  2. ທ້າວ ສຸກພະໄຊ ນັກກິລາຢູໂດ ປັດຈຸລາວຢູ່ປະເທດຢີ່ປຸ່ນ ແລະ ຢູ່ໃນໄລຍະການຝຶກຊ້ອມຢ່າງຫ້າວຫັນ.
  3. ນາງສີລິນາ ນັກກິລາແລ່ນ-ລານ ປະຈຸບັນແມ່ນຢູ່ນະຄອນຫຼວງວຽງຈັນ ເຊິ່ງຢູ່ໃນຊ່ວງການຝຶກຊ້ອມແບບເຕັມທີ່.
  4. ທ້າວ ສັນຕິສຸກ ນັກກິລາລອຍນ້ຳ ປັດຈຸບັນແມ່ນຢູ່ໃນນະຄອນຫຼວງວຽງຈັນ ຢູ່ໃນໄລຍະການຝຶກຊ້ອມດຸໝັ່ນຂະຫຍັນພຽນ.
  5. ນາງ ລິອາລຸນ ນັກກິລາລອຍນ້ຳ ຢູ່ນະຄອນຫຼວງວຽງຈັນ ຢູ່ໃນໄລຍະຂອງການຝຶກຊ້ອມຕັ້ງຕໍ່ໜ້າທີ່ເປັນທີ່ສຸດ.

ທ່ານ ກະເສມ ອິນທະລາ ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດ ໄດ້ເວົ້າເຖິງແຜນການເຄື່ອນໄຫວໃນ 4 ປີຜ່ານມາ ຕັ້ງແຕ່ 2017-2020 ແມ່ນໄດ້ສ້າງແຜນ ແລະ ສະເໜີຕໍ່ຄະນະກໍາມະການໂອແລມປິກຈົນໄດ້ຮັບທຶນໃນປີ 2021 ໃຫ້ແກ່ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ມີໂຄງການດັ່ງນີ້:

  1. ໂຄງການຂອງການຊ່ວຍເຫຼືອນັກກິລາ ໂຄງການນີ້ແມ່ນມີ 3 ແຜນງານ.
  2. ໂຄງການຄູຝຶກແອບ ແມ່ນມີ 4 ແຜນງານ.
  3. ໂຄງການພັດທະນາການບໍລິຫານ ມີ 6 ແຜນງານ.

ຂໍຂອບໃຈຂໍ້ມູນຈາກ: