ເກມເມີ້ເຮ! ເມື່ອ Sony ປະກາດວ່າຈະເພີ່ມກຳລັງການຜະລິດ PlayStation 5 ແບບທີ່ບໍ່ເຄີຍເຮັດມາກ່ອນ


ໃນປັດຈຸບັນ ສຳລັບຄໍເກມທັງຫຼາຍ ສິ່ງທີ່ຫາຊື້ຍາກພໍໆກັບນໍ້າມັນເຊື້ອໄຟຢູ່ບ້ານເຮົາ ກໍຄົງຈະແມ່ນ PlayStation 5 ຫຼື PS5 ເຄື່ອງຫຼິ້ນເກມຍອດນິຍົມ ທີ່ບໍ່ແມ່ນລາຄາ Resell ເພາະທັນທີທີ່ທາງ Sony ເປີດໃຫ້ຈອງ ຜ່ານໄປພຽງ 2-3 ຊົ່ວເຄື່ອງກໍໝົດແລ້ວ. ດັ່ງນັ້ນ ສຳລັບຄົນທີ່ຢາກເປັນເຈົ້າຂອງ PS5 ຖ້າດວງບໍ່ດີ ກົດຈອງບໍ່ທັນ ກໍຈຳເປັນຕ້ອງຊື້ຕໍ່ຈາກພໍ່ຄ້າຄົນກາງ ໃນລາຄາທີ່ສູງຂຶ້ນ.

ຫຼ້າສຸດ ສາວົກເກມເມີ້ອາດຕ້ອງມີເຮ ເມື່ອ Sony ປະກາດວ່າຈະເພີ່ມກຳລັງການຜະລິດ ເຄື່ອງຫຼິ້ນເກມ PlayStation 5 ໃນລະດັບທີ່ບໍ່ເຄີຍເຮັດມາກ່ອນ. ໂດຍ ຈິມໄຣອັນ (Jim Ryan) CEO ຂອງ Sony Interactive Entertainment ກ່າວວ່າ: “ພວກເຮົາວາງແຜນທີ່ຈະເລັ່ງການຜະລິດ PlayStation 5 ໃນແບບທີ່ພວກເຮົາບໍ່ເຄີຍເຮັດມາກ່ອນ.”

“ເຖິງແມ່ນວ່າໃນປັດຈຸບັນ ການລັອກດາວເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ ໂຄວິດ-19 ຂອງຈີນຈະສ້າງຄວາມບໍ່ແນ່ນອນ ແລະ ມີຜົນກະທົບຢ່າງຫຼວງຫຼາຍຕໍ່ການຜະລິດ ແຕ່ສິ່ງຕ່າງໆກຳລັງຈະດີຂຶ້ນຢ່າງແນ່ນອນ”.

ຢ່າງໃດກໍຕາມ ເປົ້າໝາຍຂອງ Sony ຄັ້ງນີ້ແມ່ນເພີ່ມກຳລັງໃນການຜະລິດ ເພື່ອເຮັດໃຫ້ການແຜ່ກະຈາຍຂອງ PS5ໃຫ້ມີຈຳນວນທີ່ຫຼາຍຂຶ້ນ ແລະ ເອົາຊະນະຍອດຂາຍຂອງ PS4 ໃຫ້ໄດ້ໃນໄລຍະປີທີ 3. ໃນປັດຈຸບັນ, ເກມ PS5 ສາມາດຂາຍໄດ້ຫຼາຍກວ່າ 18 ລ້ານເຄື່ອງ, ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ໂດຍກ່ອນຫນ້ານີ້, PS5 ໄດ້ວາງຂາຍ ໄປເມື່ອເດືອນພະຈິກ 2020 ແຕ່ຍອດຂາຍຕໍ່າກວ່າທີ່ຄາດໄວ້ ເນື່ອງຈາກການຂາດແຄນສ່ວນປະກອບ, ໂດຍສະເພາະ ‘ຊິບປະມວນຜົນ’ ທີ່ຂາດແຄນໄປທົ່ວໂລກ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/