ຈີນຢືນຢັນ ມີການຊ້ອມຮົບໃກ້ບໍລິເວນໄຕ້ຫວັນແທ້ ເພາະຕ້ອງການສົ່ງຄຳເຕືອນເຖິງ ສະຫະລັດອາເມຣິກາ


ສະຖານະການຂໍ້ພິພາດລະຫວ່າງຈີນ ກັບ ສະຫະລັດ ເມຣິກາ ຍັງເຄັ່ງຕຶງຢ່າງຕໍ່ເນື່ອງ ພາຍຫຼັງກອງທັບ​ຈີນ​ກ່າວ​ໃນ​ວັນ​ອັງຄານ​ທີ 25 ພຶດສະພາ​ນີ້​ວ່າ ທາງກອງທັບ​ໄດ້​ເຮັດການ​ຊ້ອມ​ຮົບ​ທາງ​ທະຫານ​ຢູ່​ເຂດ​ໃກ້​ກັບ​ເກາະ​ໄຕ້​ຫວັນແທ້. ໂດຍໃຫ້ເຫດຜົນວ່າ ເພື່ອເປັນການສົ່ງຄຳເຕືອນ ໃຫ້ໄຕ້ຫວັນ ແລະ ສະຫະລັດອາເມຣິກາ ທີ່ຈະສົມຮູ້ຮ່ວມຄິດກັນ ຕໍ່ຕ້ານອິດທິພົນຂອງຈີນ.

ກອງທັບຈີນໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ທະຫານໄດ້ມີການອອກຍາມເຝົ້າລະວັງ ແລະ ຝຶກຊ້ອມຮົບທັງເທິງຟ້າ ແລະ ໜ້ານໍ້າອ້ອມໆ ໄຕ້ຫວັນ ເມື່ອບໍ່ດົນມານີ້.

ສືອີ້ ໂຄສົກປະຈຳກອງບັນຊາການ ກ່າວວ່າ: “ສິ່ງນີ້ຖືເປັນຄຳເຕືອນ ຕໍ່ການສົມຮູ້ຮ່ວມຄິດລະຫວ່າງ ສະຫະລັດອາເມຣິກາ ແລະ ໄຕ້ຫວັນ. ສະຫະລັດອາເມຣິກາ ເປັນພວກ ໜ້າຊື່ໃຈຄົດ ທີ່ເວົ້າແນວໜຶ່ງ ແຕ່ພັດເຮັດອີກແນວໜຶ່ງ ໃນປະເດັນຂອງ ໄຕ້ຫວັນ.”

ການເຄື່ອນໄຫວດັ່ງກ່າວຂອງຈີນມີຂຶ້ນຫຼັງຈາກວັນທີ 23 ພຶດສະພາ 2022 ທີ່ຜ່ານມາ ປະທານາທິບໍດີ ໂຈ ໄບເດັນ (Joe Biden) ຂອງ ອາເມຣິກາ ໄດ້ສ້າງຄວາມເຄືອງໃຈ ໃຫ້ຈີນ ດ້ວຍຖ້ອຍຄຳທີ່ສົ່ງສັນຍານວ່າ ອາເມຣິກາອາດ​ຈະ​ປ່ຽນ​ແປງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ ໂດຍລະບຸວ່າ “ອາເມຣິກາອາດຕ້ອງສົ່ງກຳລັງທະຫານເຂົ້າໄປຊ່ວຍໄຕ້ຫວັນ ຖ້າຈີນຕັດສິນໃຈທີ່ຈະໃຊ້ກຳລັງທະຫານບຸກເຂົ້າໄປພື້ນທີ່ດັ່ງກ່າວ.”

ຢ່າງໃດກໍຕາມ ເຖິງແມ່ນວ່າອາເມຣິກາຈະເຄົາລົບໃນຫຼັກການ “ຈີນດຽວ” ຕະຫຼອດມາ ແຕ່ອາເມຣິກາກໍສະແດງຄວາມຕັ້ງໃຈທີ່ຈະຊ່ວຍປົກປ້ອງ ອະທິປະໄຕ ຂອງໄຕ້ຫວັນ ມາຕະຫຼອດ ເຊິ່ງປາກົດຢ່າງຊັດເຈນໃນກົດໝາຍ Taiwan Relations Act ແຕ່ກົດໝາຍດັ່ງກ່າວກໍບໍ່ໄດ້ລະບຸຢ່າງຊັດເຈນວ່າ ອາເມຣິກາຈະເລືອກໃຊ້ວິທີໃດ ໃນກໍລະນີຈີນຕັດສິນໃຈບຸກໄຕ້ຫວັນແທ້ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/