ກາເຟໃນກາເຟ! ເມື່ອຈອກກາເຟທີ່ເຮັດຈາກຂີ້ກາເຟ ລົດຂີ້ເຫຍື້ອໄດ້!


ກາເຟ ເປັນເຄື່ອງດື່ມທີ່ຢູ່ໃນດວງໃຈຂອງໃຜຫຼາຍຄົນ ແລະ ເປັນທີ່ນິຍົມກັນທົ່ວໂລກ ດັ່ງນັ້ນມັນຈຶ່ງຕ້ອງໄດ້ໃຊ້ພາຊະນະບັນຈຸຈຳນວນມະຫາສານ ແລະ ສ້າງຂີ້ເຫຍື້ອມະຫາສານເຊັ່ນດຽວກັນ. ດັ່ງນັ້ນ ຈຶ່ງມີຫຼາຍພາກສ່ວນທີ່ພະຍາຍາມແກ້ໄຂບັນຫາດັ່ງກ່າວ ເຊັ່ນດຽວກັນກັບດີໄຊເນີຊາວເຢຍລະມັນ Julian Lechner ທີ່ໄດ້ສ້າງຈອກກາເຟທີ່ເຮັດຈາກຂີ້ກາເຟ ແຖມມັນຍັງສາມາດຍ່ອຍສະຫຼາຍທາງຊີວະພາບໄດ້.

ຈອກກາເຟດັ່ງກ່າວຊື່ວ່າ Kaffeeform, ໄອເດຍນີ້ຖືກຄິດຄົ້ນຂຶ້ນມາ 3 ປີກ່ອນ ເຊິ່ງມີສ່ວນປະກອບຫຼັກຈາກຂີ້ກາເຟ 40% ປະສົມກັບວັດສະດຸຈາກທຳມະຊາດອື່ນໆ ລວມທັງກາກໄມ້ ແລະ ໃຍໄມ້. ຈອກກາເຟໜຶ່ງຈອກໃຊ້ຂີ້ກາເຟປະມານ 6 ຈອກ ໄດ້ຈາກຮ້ານຂາຍກາເຟທົ່ວໄປໃນເບີລິນ ມັນມີນ້ຳໜັກເບົາ ແລະ ສາມາດຍ່ອຍສະຫຼາຍໄດ້.

ເຊິ່ງປັດຈຸບັນ ພວກເຂົາຜະລິດຈອກເວີຊັນໃໝ່ທີ່ຄັກກວ່າເກົ່າຊື່ວ່າ Weducer Cup ຜະລິດຈາາກເສັ້ນໃຍໄມ້ບິສຣີໄຊເຄິລ ແລະ ກາກກາເຟ ກາຍເປັນຈອກທີ່ສວຍງາມ ສາມາດລົດຂີ້ເຫຍື້ອຈາກຈອກກາເຟທີ່ໃຊ້ເທື່ອດຽວແລ້ວຖິ້ມໄດ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/