Man City ຈັບມືກັບ Sony ສ້າງ Etihad Stadium ໃນ Metaverse


ປັດຈຸບັນກະແສ Metaverse ກຳລັງເປັນທີ່ນິຍົມ ແລະ ເປັນທີ່ສົນໃຈຂອງແຟນບານທົ່ວໂລກ ຂຶ້ນໄປເລື້ອຍໆ ຍ້ອນວ່າເທັກໂນໂລຢີນີ້ ສາມາດນຳເຮົາເຂົ້າໄປສູ່ໂລກ ສະເໝືອນໄດ້ງ່າຍຂຶ້ນ ແລະ ສົມຈິງຫຼາຍຂຶ້ນ ຈຶ່ງເຮັດໃຫ້ໂລກຂອງວົງການບານເຕະ  ບໍ່ວ່າຈະເປັນບັນດາສະໂມສອນ ຫຼື ສະປອນເຊີ ກໍເລີ່ມມີການທົດລອງ ແລະ ພະຍາຍາມເຂົ້າສູ່ລະບົບ Metaverse ຫຼາຍຂຶ້ນ.

ຫຼ້າສຸດ ສະໂມສອນ Manchester City ທີມມະຫາເສດຖີຈາກປະເທດອັງກິດ ໄດ້ປະກາດຮ່ວມມືກັບ Sony ບໍລິສັດເທັກໂນໂລຢີ ອັນດັບຕົ້ນຂອງໂລກ ຈາກປະເທດຍີ່ປຸ່ນ ເພື່ອທີ່ຈະສ້າງສະໜາມ Etihad Stadium (ຊື່ສະໜາມຂອງ Man City) ໃນຮູບແບບສະເໝືອນຈິງເຖິງ Metaverse.

ສຳລັບການອອກແບບແມ່ນເນັ້ນໄປທີ່ການນຳໃຊ້ເທັກໂນໂລຢີການວິເຄາະພາບ ຈາກບໍລິສັດລູກຂອງ Sony ນັ້ນກໍຄື Hawk-Eye ພ້ອມທັງເປີດພາບໃຫ້ແຟນບານໄດ້ສຳຜັດກັບໂລກສະເໝືອນ ແລະ ມຸມມອງໃໝ່ໆ ໃນຫຼາກຫຼາຍຮູບແບບ. ໂດຍທາງສະໂມສອນ Manchester City ມີຈຸດປະສົງໃຫ້ແຟນບານໄດ້ເບິ່ງບານ ດ້ວຍຄວາມມ່ວນຊື່ນ ແລະ ເພີດເພີນໄປກັບການແຂ່ງຂັນບານເຕະໃນໂລກສະເໝືອນຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/