ຕົ້ນແອັບເປິ້ນໂຄລນຂອງ ໄອແຊກ ນິວຕັນ ໃນສວນພຶກສາສາດ ໄດ້ລົ້ມລົງແລ້ວ ຫຼັງຈາກພົບກັບພາຍຸແຮງ


ຕົ້ນແອບເປິ້ນຕົ້ນນີ້ເປັນໂຄລນນິ່ງ ຂອງຕົ້ນແອັບເປິ້ນທີ່ຕົກໃສ່ຫົວ ໄອແຊກ ນິວຕັນ ແລະ ເຮັດໃຫ້ຄົ້ນພົບແນວຄິດ “ກົດແຫ່ງແຮງດຶງດູດ” ເຊິ່ງມັນໄດ້ລົ້ມລົງແລ້ວຫຼັງຈາກຕ້ອງພົບກັບພາຍຸ Eunice.

ຕົ້ນແອັບເປິ້ນໂຄລນດັ່ງກ່າວແມ່ນຕັ້ງຢູ່ໃນສວນພຶກສາສາດຂອງມະຫາວິທະຍາໄລ Cambridge ຖືກປູກໃນປີ 1954 ແລະ ມັນກໍຢູ່ໃນສວນແຫ່ງນີ້ມາ 68 ປີແລ້ວ. ໂດຍ Dr Samuel Brockington ຜູ້ທີ່ເປັນຄົນເບິ່ງແຍງສວນແຫ່ງນີ້ ໄດ້ລະບຸວ່າມັນເປັນໂຄລນຂອງຕົ້ນແອັບເປິ້ນທີ່ເຮັດໃຫ້ Isaac Newton ຄົ້ນພົບທິດສະດີແຮງດຶງດູດ.

ຢ່າງໃດກໍຕາມເຖິງວ່າມັນຈະເປັນເລື່ອງທີ່ໜ້າເສົ້າ ແຕ່ທາງສວນພຶກສາສາດໄດ້ເຜີຍວ່າ ຕົ້ນແອັບເປິ້ນດັ່ງກ່າວກໍກຳລັງຈະສູນສິ້ນໄປຢູ່ແລ້ວ ເນື່ອງຈາກຕົ້ນຂອງມັນໄດ້ຕິດເຊື້ອຣາ ດ້ວຍເຫດນີ້ທາງເຈົ້າໜ້າທີ່ຜູ້ເບິ່ງແຍງດູແລກໍໄດ້ເຮັດການກ້າເບ້ຍຂອງມັນເປັນທີ່ຮຽບຮ້ອຍແລ້ວ ແລະ ກໍຈະນຳເອົາມາປູກໃນໄວໆ ນີ້.

ໃນສ່ວນຂອງຕົ້ນແອັບເປິ້ນດັ້ງເດີມທີ່ເປັນຕົ້ນສະບັບ ທີ່ເຮັດໃຫ້ ໄອແຊກ ນິວຕັນ ຄົ້ນພົບທິດສະດີແຮງດຶງດູດຂອງໂລກ ແມ່ນຍັງຢູ່ດີ ເຊິ່ງມັນຕັ້ງຢູ່ Woolsthorpe Manor, Grantham, Lincolnshire ປະເທດອັງກິດ ແລະ ຍັງໄດ້ຮັບການເບິ່ງແຍງເປັນຢ່າງດີເຖິງຈະຜ່ານມາ 400 ປີແລ້ວກໍຕາມ. ນອກນນີ້ຍັງມີລາຍງານວ່າຕົ້ນດັ້ງເດີມນີ້ມັນກໍເຄີຍລົ້ມເພາະຖືກລົມພັດແຮງ ແຕ່ກໍລອດມາໄດ້ຈົນຮອດປັດຈຸບັນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/