ນັກກິລາສະກີຈາກຟິນແລນ ພົບບັນຫາອະໄວຍະວະເພດແຂງ ໃນຂະນະທີ່ແຂ່ງ Olympics ລະດູໜາວ


ວ່າກັນດ້ວຍກິລາ Olympics ລະດູໜາວປີນີ້ ບວກກັບສະພາບອາກາດບ້ານເຮົາທີ່ອຸນຫະພູມເລີ່ມລົດລົງ ກໍອາດຈະຊ່ວຍໃຫ້ບັນດາຊາວລາວເຮົາໄດ້ຮັບຮູ້ເຖິງຄວາມໜາວເຢັນຮອດສັນຫຼັງ ຈົນຕ້ອງໄດ້ນຸ່ງຫົ່ມເສື້ອຜ້າໜາໆໄວ້ເພື່ອໃຫ້ຮ່າງກາຍອົບອຸ່ນ. ແຕ່ສຳລັບນັກກິລາແລ້ວ ພວກເຂົາຄົງຈະຕ້ອງໄດ້ສູ້ຊົນທັງການແຂ່ງຂັນ ແລະ ຄວາມໜາວຈົນເຢັນໄປຮອດຈຸດອື່ນໆໃນຮ່າງກາຍເລີຍກໍວ່າໄດ້. ຕົວຢ່າງນັກກິລາສະກີຊາຍ ຈາກຟິນແລນນີ້ ທີ່ພົບບັນຫາອະໄວຍະວະເພດຂອງຕົນເອງແຂງ ໃນຂະນະທີ່ກຳລັງແຂ່ງລາຍການຊາຍ 50km.

Remi Lindholm ນັກກິລາສະກີ 24 ປີ ຈາກປະເທດຟິນແລນ ທີ່ໄດ້ຖືກເລືອກເຂົ້າແຂ່ງຂັນໃນ Olympics ລະດູໜາວ ໄດ້ກ່າວວ່າ ຂະນະທີ່ກຳລັງແຂ່ງລາຍການຂີ່ສະກີຊາຍ 50km cross-country ເຖິງວ່າການແຂ່ງຂັນຈະໄດ້ລົດດໄລຍະທາງລົງຈາກ 50km ເປັນ 30km ແລ້ວກໍຕາມ, ລາວກໍໄດ້ພົບວ່າອະໄວຍະວະເພດຂອງຕົນເອງນັ້ນຖືກຫິມະກັດຈົນແຂງ. ການຕ້ອງໄດ້ໃຊ້ເວລາເກືອບ 1 ຊົ່ວໂມງ ແລະ 16 ນາທີຢູ່ພາຍໃຕ້ລົມໜາວ ແລະ ອາກາດຕິດລົບ 17 ອົງສາແບບນີ້ ນັບວ່າເປັນປະສົບການແຫ່ງຄວາມເຈັບປວດຂອງຊີວິດນັກກິລາດັ່ງກ່າວຢ່າງແນ່ນອນ ເຖິງແມ່ນວ່າຈະມີຖົງຮ້ອນທີ່ມາຊ່ວຍໃຫ້ດີຂຶ້ນໃນພາຍຫຼັງກໍຕາມ.

ຫຼັງຈາກການແຂ່ງຂັນ  Remi ກໍໄດ້ອອກມາບອກວ່າມັນເປັນໜຶ່ງໃນການແຂ່ງຂັນທີ່ໂຫດຮ້າຍທີ່ສຸດ, ທັນທີທີ່ຮ່າງກາຍເລີ່ມອຸ່ນແລ້ວ ຄວາມເຈັບປວດກໍຍິ່ງເກີນຈະອົດໄດ້. ສຳລັບນັກກິລາລະດູໜາວແລ້ວ ການມີຊຸດແຂ່ງຂັນທີ່ບາງ ແລະ ນ້ອຍແບບນັ້ນບໍ່ມີທາງທີ່ຈະສາມາດປ້ອງກັນພວກເຂົາຈາກອາກາດໜາວເຢັນຂະໜາດນີ້ໄດ້. ດ້ວຍເຫດນັ້ນ ການທີ່ມີສ່ວນໃດໜຶ່ງຂອງຮ່າງກາຍແຂງນີ້ບໍ່ແມ່ນຄັ່້ງທຳອິດສຳລັບພວກເຂົາ ຈຶ່ງນັບວ່າມັນເປັນສິ່ງທີ່ຕ້ອງແລກມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/