ບ້ານດອນປາແດກ ແຂວງຄຳມ່ວນ ເປັນບ້ານທີ່ພົ້ນເດັ່ນການປູກຝັງ-ລ້ຽງສັດ ລາຍໄດ້ຫຼາຍກວ່າ 30 ລ້ານກີບຕໍ່ຄອບຄົວ


ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນບ້ານທີ່ມີຄວາມພົ້ນເດັ່ນໃນການປູກຝັງ-ລ້ຽງສັດ ມາແຕ່ດົນນານ ເຊິ່ງເປັນບ້ານທີ່ຕັ້ງຢູ່ດິນດອນກາງແມ່ນໍ້າ ໂດຍມີສາຍແມ່ນໍ້າຂອງໄຫຼຜ່ານອ້ອມຮອບບ້ານ ການເດີນທາງເຂົ້າ-ອອກ ແລະ ແລກປ່ຽນຊື້-ຂາຍສິນຄ້າ ແມ່ນນຳໃຊ້ການຂົນສົ່ງທາງເຮືອເທົ່ານັ້ນ, ມີພື້ນທີ່ດິນອຸດົມສົມບູນ ເໝາະສົມແກ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ບວກກັບມູນເຊື້ອຂອງພໍ່ແມ່ປະຊາຊົນ ແມ່ນມີຄວາມດຸໝັ່ນ ເຮັດການຜະລິດ ເພື່ອສ້າງເສດຖະກິດຄອບຄົວ ເຮັດໃຫ້ບ້ານດອນປາແດກ ກາຍເປັນບ້ານທີ່ພົ້ນເດັ່ນທາງດ້ານການຜະລິດກະສິກຳ ປູກພືດຜັກຕ່າງໆສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງ.

ທ່ານ ຄຳຜອງ ເຂືອທອງ ນາຍບ້ານຂອງບ້ານດອນປາແດກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ບ້ານດອນປາແດກ ແມ່ນຖືກສ້າງຕັ້ງຂຶ້ນໃນປີ 1997 ປັດຈຸບັນແມ່ນມີຈຳນວນ 50 ຄອບຄົວ, ພົນລະເມືອງ 278 ຄົນ, ຍິງ 130 ຄົນ, ມີເນື້ອທີ່ທັງໝົດ 319.4 ເຮັກຕາ ໃນນີ້ເນື້ອທີ່ເຮັດການຜະລິດກະສິກຳ 250 ເຮັກຕາ, ປະຊາຊົນທຸກຄອບຄົວແມ່ນຖືອາຊີບປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໂດຍທຸກໆປີຈະມີການປູກພືດຜັກຕ່າງໆໝູນວຽນກັນໄປຕະຫຼອດປີ ເຊິ່ງໃນ 1 ຄອບຄົວແມ່ນຈະປູກພືດຜັກຫຼາຍຊະນິດເຊັ່ນ: ສາລີ, ໝາກເຜັດ, ໝາກເຂືອ, ໝາກເລັ່ນ, ຫອມບົ່ວ, ຫອມປ້ອມ, ກະລໍ່າປີ, ຜັກກາດຂາວ, ໝາກຖົ່ວ, ຫອມເປ, ຜັກບົວລະພາ, ຜັກນາງຕູ່, ຖົ່ວລັນເຕົາ ແລະ ພືດຜັກອື່ນໆອີກຫຼາຍຊະນິດໝູນວຽນໄປແຕ່ລະດູການ.

ນາງ ຂັນແກ້ວ ວັນນະລາດ ປະຊາຊົນບ້ານດອນປາແດກ ແມ່ນ 1 ໃນຄອບຄົວທີ່ພົ້ນເດັ່ນໃນການຜະລິດກະສິກຳ ໂດຍສະເພາະແມ່ນການປູກຜັກບົ່ວຫົວແດງ ໄດ້ໃຫ້ສຳພາດວ່າ: “ສຳລັບການປູກຜັກບົ່ວຫົວແດງ ແມ່ນໄດ້ເລີ່ມລົງມືປູກໃນເດືອນຕຸລາ ຈົນຮອດເດືອນມັງກອນຂອງປີຖັດໄປ ກໍໄດ້ເກັບກ່ຽວໂດຍໃຊ້ເວລາປະມານ 3-4 ເດືອນ. ສະເພາະໃນປີນີ້ຂ້າພະເຈົ້າໄດ້ປູກຜັກບົ່ວຫົວແດງໂດຍໃຊ້ແນວພັນປະມານ 150 ກິໂລ ສຳລັບຜົນຜະລິດ ແມ່ນຄາດວ່າຈະໄດ້ປະມານ 6-7 ໂຕນ, ໃນລາຄາການຈໍາໜ່າຍໂຕນລະ 4-5 ລ້ານກີບ. ນອກຈາກການປູກຜັກບົ່ວຫົວແດງແລ້ວ ຄອບຄົວຂ້າພະເຈົ້າກໍຍັງໄດ້ປູກພືດຜັດຊະນິດຕ່າງໆ ໂດຍສະເລ່ຍໃນ 1 ປີ ແມ່ນສ້າງລາຍຮັບໄດ້ປະມານ 30 ລ້ານກີບ”

ທ່ານນາຍບ້ານດອນປາແດກ ໃຫ້ຮູ້ຕື່ມວ່າ: “ໃນການຜະລິດຂອງພໍ່ແມ່ປະຊາຊົນ ແມ່ນມີຂະບວນການຟົດຟື້ນ ແລະ ພົ້ນເດັ່ນຫຼາຍ ພໍ່ແມ່ປະຊາຊົນພາຍໃນບ້ານແມ່ນມີຄວາມດຸໝັ່ນ, ຫ້າວຫັນຕັ້ງໜ້າ ທຳການຜະລິດ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ບ້ານດອນປາແດກ ມີຜົນຜະລິດທາງດ້ານກະສິກຳສົ່ງອອກ-ຈຳໜ່າຍຕະຫຼອດທັງປີ. ສໍາລັບການຈຳໜ່າຍຜົນຜະລິດກໍຈະມີແມ່ຄ້າຄົນກາງມາຮັບຊື້ ມີທັງແມ່ຄ້າທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງເຊັ່ນ: ສະຫວັນນະເຂດ ແລະ ຈຳປາກສັກ, ສ່ວນທາງດ້ານລາຄາແມ່ນມີຂຶ້ນ-ລົງ ຕາມກົນໄກການຕະຫຼາດ ໂດຍສະເລ່ຍໃນ 1 ປີ ພໍ່ແມ່ປະຊາຊົນໃນແຕ່ລະຄອບຄົວແມ່ນສາມາດສ້າງລາຍຮັບ ໂດຍຫັກຕົ້ນທຶນອອກແລ້ວ ໄດ້ປະມານ 30-50 ລ້ານກວ່າກີບຕໍ່ປີ. ສ່ວນບັນຫາຄວາມຫຍຸ້ງຍາກໃນການຜະລິດປີນີ້ ແມ່ນລາຄາປຸ໋ຍແພງ ເຮັດໃຫ້ຕົ້ນທຶນໃນການຜະລິດສູງ ບວກກັບລາຄາພືດຜັກບາງຊະນິດແມ່ນມີລາຄາຕົກຕໍ່າ ຈຶ່ງຂໍສະເໜີມາຍັງຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຊ່ວຍຊອກຫາວິທີແກ້ໄຂຕໍ່ບັນຫາດັ່ງກ່າວ ລວມເຖິງການຊ່ວຍຊອກຫາຕະຫຼາດທີ່ສາມາດຮອງຮັບ ແລະ ຄໍ້າປະກັນທາງດ້ານລາຄາສິນຄ້າຂອງພໍ່ແມ່ປະຊາຊົນ”

ຂອບໃຈຂໍ້ມູນຈາກ: https://bit.ly/3H9qSWM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/