UEFA ກຽມຍ້າຍນັດຊິງຊະນະເລີດ ອອກຈາກ ຣັດເຊຍ ເຫດຈາກສະຖານະການລະຫວ່າງ ຣັດເຊຍ ກັບ ຢູເຄຣນ ອາດຈົບລົງດ້ວຍສົງຄາມ


BBC ແລະ ສື່ອີກຫຼາຍແຫ່ງ ລາຍງານກົງກັນວ່າ UEFA ກຽມຍ້າຍນັດຊິງຊະນະເລີດ ລາຍການ UEFA Champions League ອອກຈາກຣັດເຊຍ ຍ້ອນສະຖານະການທີ່ກົດດັນລະຫວ່າງ ຣັດເຊຍ ແລະ ຢູເຄຣນ.

ໂດຍປົກກະຕິ ໃນລະດູການ 2021-22 ລາຍການ UEFA Champion League ຮອບຊິງຊະນະເລີດ ຈະໄດ້ມີການຈັດແຂ່ງຂັນ ຂຶ້ນທີ່ເມືອງ Saint Petersburg ປະເທດ ຣັດເຊຍ ໃນວັນທີ 28 ພຶດສະພາທີ່ຈະມາຮອດນີ້. ແຕ່ຈາກສະຖານະການຄວາມຂັດແຍ້ງ ຂອງ ຣັດເຊຍ ແລະ ຢູເຄຣນ ເຮັດໃຫ້ນັດຊິງປີນີ້ອາດຈະຕ້ອງຍ້າຍສະຖານທີ່ນັ້ນເອງ.

ຫຼ້າສຸດ ທ່ານ Vladimir Putin ປະທານປະເທດຂອງ ຣັດເຊຍ ໄດ້ອອກມາສັ່ງໃຫ້ມີການເຄື່ອນກອງທັບ ແລະ ພ້ອມທີ່ຈະເຮັດສົງຄາມ ກັບ ຢູເຄຣນ ເຮັດໃຫ້ສະຖານະການຂອງທັງສອງຝ່າຍເພີ່ມທະວີຄວາມເຄັ່ງຕຶງຕື່ມອີກ.

ສາເຫດນີ້ເຮັດໃຫ້ບັນດາປະເທດໃນທະວີບຢູໂຣບ ແລະ ຫຼາຍປະເທດທົ່ວໂລກ ບໍ່ພໍໃຈ ຣັດເຊຍ ເປັນຢ່າງຍິ່ງ ແລະ ອາດຈະມີການຕັດສາຍສຳພັນຕ່າງໆ ທີ່ມີຕໍ່ຣັດເຊຍອອກ. ຈາກບັນຫາທັງໝົດທີ່ເກີດຂຶ້ນນີ້ ເຮັດໃຫ້ທາງ UEFA ຫຼື ສະຫະພັນບານເຕະຢູໂຣບ ຈະຕ້ອງໄດ້ພິຈາລະນາກ່ຽວກັບການຈັດການແຂ່ງຂັນ ຮອບຊິງຊະນະເລີດ ໃນຣັດເຊຍຄືນໃໝ່.

ສ່ວນທີ່ວ່າຖ້າບໍ່ຈັດຢູ່ຣັດເຊຍແລ້ວ ຈະຍ້າຍໄປຈັດຢູ່ໃສ? ໃນຕອນນີ້ UEFA ກຳລັງພິຈາລະນາ ແລະ ຖ້າເບິ່ງກ່ອນວ່າ 2 ທີມທີ່ເຂົ້າມາຮອດຮອບຊິງນັ້ນ ມີທີມໃດ ແລະສະດວກ ຫຼື ມີຄວາມພ້ອມແນວໃດ ຈາກນັ້ນຈຶ່ງຈະພິຈາລະນາເລືອກສະຖານທີ່ການແຂ່ງຂັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/