ຕົ້ນສັງກັດ Jackson Wang ຟ້ອງສຳນັກຂ່າວຈີນທີ່ປ່ອຍຂ່າວບິດເບືອນຄວາມເປັນຈິງເລື່ອງເດດ


ເມື່ອບໍ່ດົນມານີ້ ໄດ້ມີຂ່າວອອກມາວ່າ ແຈັກສັນ ອອກເດດກັບຜູ້ຍິງຄົນໜຶ່ງ ປະກອບກັບມີຄລິບວີດີໂອໄດ້ອອກມາເຜີຍແຜ່ສູ່ໂລກອອນລາຍຢ່າງກວ້າງຂວາງ ແລະ ໄວວາ ເຮັດໃຫ້ແຟນໆພາກັນຕົກໃຈໄປຕາມໆກັນ ບາງຄົນກໍບໍ່ເຊື່ອເລື່ອງໃນຄລິບ ແລະ ຂ່່າວລື ດັ່ງກ່າວ.

ຫຼ້າສຸດທາງ RYCE ໄດ້ອອກມາຟ້ອງຕໍ່ກັບສຳນັກຂ່າວຕ່າງໆ ທີ່ເອົາຂໍ້ມູນບໍ່ແມ່ນຄວາມຈິງມາເຜີຍແຜ່ ເຊິ່ງບາງສຳນັກຂ່າວໄດ້ຂຽນຂ່າວທີ່ມີຂໍ້ມູນບິດເບືອນ ແລະ ເຮັດໃຫ້ແຈັກສັນກັບຜູ້ຍິງຄົນນັ້ນ ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ.

ທາງ RYCE ໄດ້ກ່າວວ່າ ເປັນເລື່ອງປົກກະຕິທີ່ໝູ່ເພື່ອນຂອງ ແຈັກສັນ ຈະມາສັງສັນຢູ່ໃນເຮືອນ. ໃນທີ່ສຸດ ສຳນັກຂ່າວທີ່ລົງຂໍ້ມູນທີ່ບິດເບືອນນັ້ນ ກໍໄດ້ຖືກດຳເນີນຄະດີໃນຂໍ້ຫາສ້າງຄວາມເສື່ອມເສຍ, ສ້າງຄວາມເຂົ້າໃຈຜິດ, ຈົງໃຈສ້າງຂ່າວໃຫ້ສິລະປິນເສຍຫາຍ ແລະ ຄຸກຄາມຄວາມເປັນສ່ວນຕົວຂອງສິລະປິນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/