ປູຕິນສັ່ງກຳລັງທະຫານເຂົ້າໄປໃນພື້ນທີ່ພາກຕາເວັນອອກຂອງຢູເຄຣນແລ້ວ! ຫຼັງຈາກປະກາດຮອງຮັບການແບ່ງແຍກສອງດິນແດນຂອງຢູເຄຣນ


ຈາກສະຖານະການທີ່ບໍ່ລົງຮອຍແລ້ວກໍ່ໃຫ້ເກີດສົງຄາມລະຫວ່າງ ຣັດເຊຍ ແລະ ຍູເຄຣນ, ຫຼ້າສຸດ ປະທານາທິບໍດີ ວາລາດິເມຍ ປູຕິນ ຂອງຣັດເຊຍໄດ້ສັ່ງທະຫານເຄື່ອນກຳລັງເຂົ້າໄປດິນແດນບາງສ່ວນທີ່ປົກຄອງໂດຍກຸ່ມແບ່ງແຍກດິນແດນ ແລະ ໂປຣຣັດເຊຍໃນຍູເຄຣນຕາເວັນອອກ ໂດຍອ້າງວ່າເພື່ອປະຕິບັດການພາລະກິດສັນຕິພາບ ໃນຂະນະທີ່ການສູ້ຮົບໃນລະຫວ່າງທະຫານຢູເຄຣນກັບກຸ່ມແບ່ງແຍກດິນແດນໃນ Donbas ຂອງຢູເຄຣນຍັງດຳເນີນໄປຢ່າງດຸເດືອດ.

ການສົ່ງກຳລັງທະຫານເຂົ້າໄປໃນດິນແດນສ່ວນໜຶ່ງຂອງຢູເຄຣນ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ປູຕິນ ລົງນາມໃນຂໍ້ບັນຍັດຮັບຮອງເອກະລາດດິນແດນທາງຝັ່ງຕາເວັນອອກຂອງຢູເຄຣນທີ່ຣັດເຊຍເປັນຝ່າຍສະໜັບສະໜູນ.

ເວລານີ້ຍັງບໍ່ແນ່ໃຈວ່າການເຄື່ອນກຳລັງທະຫານຄັ້ງນີ້ຖືເປັນຈຸດເລີ່ມຕົ້ນຂອງການຮຸກຮານຢູເຄຣນຕາມທີ່ບັນດານານາຊາດເຕືອນກ່ອນໜ້ານີ້ຫຼືບໍ່ ເຊິ່ງຫາກມີການຕີຄວາມແບບນັ້ນອາດສົ່ງຜົນໃຫ້ສະຫະລັດອາເມຣິກາ ແລະ ພັນທະມິດ NATO ຕັດສິນໃຈຕອບໂຕ້ດ້ວຍກຳລັງທະຫານແລະການລົງໂທດທາງເສດຖະກິດທີ່ອາດຈະຕາມມາ. 

ຈາກຄຳຖະແຫຼງຂອງ ປູຕິນ ໃນວັນທີ 21 ກຸມພາ ທີ່ຜ່ານມານີ້ ລາວກ່າວຕຳໜິການເຊື່ອມຄວາມສຳພັນດ້ານຄວາມໝັ້ນຄົງລະຫວ່າງຢູເຄຣນກັບຊາດຕາເວັນຕົກ ເຊິ່ງເປັນສິ່ງທີ່ຣັດເຊຍກັງວົນມາຕະຫຼອດ. ນອກຈາກນີ້ປູຕິນຍັງເອີ້ນດິນແດນທາງຕາເວັນອອກຂອງຢູເຄຣນ ນັ້ນວ່າເປັນ “ດິນແດນຣັດເຊຍບູຮານ”  ໂດຍອ້າງປະຫວັດສາດຂອງສະຫະພາບໂຊວຽດແລະການກໍ່ຕັ້ງສາທາລະນະລັດສັງຄົມນິຍົມໂຊວຽດຢູເຄຣນ ເຊິ່ງເບິ່ງຄືວ່າເປັນການຕັ້ງຂໍ້ສົງໄສກ່ຽວກັບສິດທິຂອງຢູເຄຣນໃນການຕັດສິນໃຈດ້ວຍຕົນເອງ.

ຂໍ້ບັນຍັດທີ່ລົງນາມໂດຍ ປູຕິນ ແມ່ນໝາຍເຖິງການຍອມຮັບຢ່າງເປັນທາງການຂອງ ມອສໂກເໜືອ ດິນແດນສອງແຫ່ງທີ່ພະຍາຍາມແຍກຕົວເປັນເອກະລາດໃນ Donbas ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງຢູເຄຣນ ເຊິ່ງໄດ້ແກ່ສາທາລະນະລັດປະຊາຊົນ Donetsk ແລະ ສາທາລະນະລັດປະຊາຊົນ Luhansk ໂດຍຈະຖືເປັນອິດສະຫຼະຫຼັງຈາກນີ້. ນອກຈາກນີ້ຣັດເຊຍຍັງຮັບປະກັນວ່າສອງດິນແດນນີ້ຈະໄດ້ຮັບການປົກປ້ອງຈາກທະຫານຣັດເຊຍ ພ້ອມເປີດທາງໃຫ້ຣັດເຊຍສົ່ງກຳລັງທະຫານເຂົ້າໄປເພື່ອຮັກສາສັນຕິພາບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/