ຢຸດໄດ້ແລ້ວ! ຜູ້ບໍລິຫານ F1 ສັ່ງຫ້າມນັກແຂ່ງຄຸເຂົ່າໃນປີ 2022 ນີ້


ນັບຕັ້ງແຕ່ເຫດການທີ່ George Floyd ຖືກຕໍາຫຼວດໃນລັດ Minnesota ຈັບ ແລະ ທຳຮ້າຍຮ່າງກາຍ ແລ້ວໄດ້ມີການເອົົາເຂົ່າກົດລົງໄປທີ່ ບໍລິເວນຄໍຂອງລາວ ຈົນເສຍຊີວິດຢູ່ບ່ອນເກີດເຫດໃນປີ 2020ທີ່ຜ່ານມາ, ມັນໄດ້ເຮັດໃຫ້ເກີດການປະທ້ວງທົ່ວໂລກ ເພື່ອຕໍ່ຕ້ານການແບ່ງແຍກສີຜິວ ແລະ ເຊື້ອຊາດ.

ໃນວົງການກິລາທົ່ວໂລກກໍພາກັນສະແດງອອກເຖິງການຕໍ່ຕ້ານການແບ່ງແຍກສີຜິວ ດ້ວຍການຄຸເຂົ່າ ກ່ອນເລີ່ມເກມການແຂ່ງຂັງທຸກໆນັດ. ໃນວົງການ Formula One ເອງກໍເຊັ່ນດຽວກັນ ໂດຍທີ່ມີ Lewis Hamilton ນັກແຂ່ງ F1 ອັນດັບ 1 ຂອງໂລກ ເປັນຕົວຕັ້ງຕົວຕີເລື່ອງນີ້.

ຫຼ້າສຸດ Daily Mail ສື່ມວນຊົນ ຊື່ດັງຂອງອັງກິດ ແລະ ສື່ມວນຊົນອີກຫຼາຍເຈົ້າ ໄດ້ອອກມາລາຍງານວ່າ ຄະນະບໍລິຫານ ຂອງ F1 ຍຸກໃໝ່ ທີ່ນຳໂດຍ Stefano Domenicali ທີ່ຫາກໍເຂົ້າມາຮັບຕຳແໜ່ງໄດ້ບໍ່ດົນ ໄດ້ອອກຄຳສັ່ງໃຫ້ຢຸດກິດຈະກຳ ຕໍ່ຕ້ານການແບ່ງແຍກສີຜິວ ໃນກ່ອນການແຂ່ງຂັນ ຂອງທຸກໆສະໜາມ.

ໂດຍລາວໄດ້ກ່າວວ່າ: ການຄຸເຂົ່ານັ້ນສຳຄັນແທ້ໆ ເພາະມັນສະແດງເຖິງການຕໍ່ຕ້ານການແບ່ງແຍກສີຜິວ ແລະ ເຮົາຢາກຈະໃຫ້ກຽດທຸກຄົນ ທຸກເຊື້ອຊາດ ແຕ່ມັນຮອດເວລາທີ່ພວກເຮົາຈະກ້າວໄປທາງໜ້າຕໍ່ໄດ້ແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/