ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ ການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງທີ່ດີຂຶ້ນ


ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນເດືອນກຸມພາ 2022 ນີ້ ມີຫຼາຍເຫດການສໍາຄັນທີ່ພົ້ນເດັ່ນຢູ່ປະເທດເຮົາ, ໃນນັ້ນ ລັດຖະບານໄດ້ແຕ່ງຕັ້ງ, ຍົກຍ້າຍ ແລະ ສັບປ່ຽນ ຄວາມຮັບຜິດຊອບຂອງສະມາຊິກລັດຖະບານ ແລະ ພະນັກງານຂອງບັນດາກະຊວງຈຳນວນໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສຳລັບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ເຖິງວ່າພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ ໂດຍລວມເຫັນວ່າ ພາຍຫຼັງທີ່ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ບັນຍາກາດການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງທີ່ດີຂຶ້ນຢ່າງຕັ້ງໜ້າ.

ການແກ້ໄຂບັນຫາທີ່ປິ່ນອ້ອມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຂັ້ນຂອດ ທີ່ເປັນອຸປະສັກຕໍ່ການລົງທຶນ ລວມທັງການກຳນົດມາດຕະການໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຈຶ່ງເປັນວຽກບູລິມະສິດ ທີ່ລັດຖະບານຈະໄດ້ສືບຕໍ່ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້ານີ້.  

ກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງເອກະ ສານສຳຄັນຈຳນວນໜຶ່ງ ເປັນຕົ້ນ:

1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ.

2. ລາຍງານກ່ຽວກັບການຄົ້ນຄວ້າສ້າງແຜນການລົງທຶນຂອງລັດ ປະຈຳປີ 2022.  

3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).

4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ.

5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ).

6. ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ).

7. ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021- 2025 ແລະ ວິໃສທັດຮອດປີ 2030.

8. ການສ້າງລະບົບຄຸ້ມຄອງ ຕົວຕົນທາງດິຈິຕອນ (DIGITAL ID).

9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ,  ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາ ຕາມທີ່ໄດ້ກຳນົດໄວ້, ປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ກອງປະຊຸມລັດຖະບານ ສະໄໝສາມັນຄັ້ງນີ້ ໄດ້ດຳເນີນເປັນເວລາ 02 ວັນ ນັບແຕ່ວັນທີ 21-22 ກຸມພາ 2022.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/