ສໍ່າເຮືອນຫຼັງໜຶ່ງບໍ່ໄດ້ຄິດເສຍດາຍ! ເມຍໃຫຍ່ໃຈເດັດຈ້າງລົດມາທຳລາຍເຮືອນຂອງຕົນເອງ ເພື່ອບໍ່ໃຫ້ຜົວໃຊ້ເປັນເຮືອນຫໍກັບເມຍນ້ອຍ


ເຮືອນຖືວ່າເປັນບ່ອນຢູ່ບ່ອນອາໄສຂອງເຮົາ ແລະ ມັນກໍຍັງເປັນສົມບັດທີ່ມີມູນຄ່າອີກດ້ວຍ ໂດຍສະເພາະເຮືອນທີ່ສ້າງເອງມາກັບມື ກໍຍິ່ງມີຄຸນຄ່າທາງຈິດໃຈ, ມື້ໃດມື້ໜຶ່ງຖ້າຫາກຕ້ອງຈຳໃຈທຳລາຍເຮືອນທີ່ສ້າງມາເອງກັບມື ມັນຄືຈະເຮັດໃຫ້ເຮົາເສຍໃຈບໍ່ຫຼາຍກໍໜ້ອຍ. ແຕ່ມັນບໍ່ແມ່ນສຳລັບນັກທຸລະກິດຍິງອິນໂດເນເຊຍຄົນນີ້ ທີ່ລາວໄດ້ຕັດສິນໃຈທັບເຮືອນຂອງຕົນເອງຖິ້ມແບບບໍ່ລັງເລ ຫຼັງຈາກຮູ້ວ່າ ຜົວຕົນເອງນອກໃຈ ແລະ ຈະໃຊ້ເຮືອນຫຼັງນີ້ເປັນບ່ອນຢູ່ກັບເມຍໃໝ່.

ເລື່ອງລາວນີ້ເປັນຂອງ Saya penginnya ຜູ້ທີ່ເປັນນັກທຸລະກິດຍິງຈາກຈາກາຕ້າ ປະເທດອິນໂດເນເຊຍ ໂດຍ Saya ນັ້ນຖືກຜົວຂອງຕົນເອງນອກໃຈ ແລະ ກຳລັງຈະແຕ່ງງານໃໝ່ກັບເມຍນ້ອຍ.

Saya ເລົ່າວ່າ ຢ້ອນກັບໄປເມື່ອ 2 ປີກ່ອນ ໃນໄລຍະທີ່ລາວກັບລູກຊາຍຂອງລາວໄປເຮັດວຽກທີ່ ຈາກາຕ້າ, ຜົວຂອງຕົນເອງໄດ້ພາຜູ້ຍິງຄົນອື່ນມານອນນຳໃນເຮືອນຂອງລາວກັບຜົວ. ນອກນັ້ນຍັງບໍ່ພໍ ເມື່ອ Saya ຮູ້ຄວາມຈິງແລະໄດ້ມີການໂອ້ລົມກັບຜູ້ເປັນຜົວ ຜູ້ເປັນຜົວໄດ້ບອກວ່າຈະຂໍແຕ່ງເອົາເມຍນ້ອຍເຂົ້າເຮືອນ.

ເມື່ອໄດ້ຟັງແນວນີ້ໃຜໆ ກໍຕ້ອງອາລົມຂຶ້ນແທ້ໆ ແລະແນ່ນອນ Saya ບໍ່ຍອມເຮັດຕາມຄຳຂໍຂອງຜູ້ເປັນຜົວ ລາວຈຶ່ງຕັດສິນໃຈຂໍຢ່າຮ້າງກັນໃນທີ່ສຸດ.

ເມື່ອເຮັດການແຍກທາງກັບຜູ້ເປັນຜົວແລ້ວ ຕາມກົດໝາຍຂອງອິນໂດເນເຊຍແລ້ວ Saya ກັບ ອະດີດຜົວນັ້ນຈະຕ້ອງໄດ້ແບ່ງຊັບສິນສົມຣົດຄົນລະ 50/50 ລວມໄປຮອດເຮືອນຂອງພວກເຂົາອີກດ້ວຍ ເຊິ່ງເຮືອນຫຼັງນັ້ນເປັນເຮືອນທີ່ Saya ສ້າງມາດ້ວຍຄວາມຍາກລຳບາກ.

Saya ບໍ່ຕ້ອງການໃຫ້ອະດີດຜົວ ພາເມຍໃໝ່ເຂົ້າມາຢູ່ໃນເຮືອນຂອງລາວ ລາວຈຶ່ງຕັດສິນໃຈທຳລາຍມັນຖິ້ມດ້ວຍການຈ້າງລົດ backhoe ຫຼື ລົດຈົກມາທັບເຮືອນຂອງຕົນເອງເມື່ອຕົ້ນເດືອນກຸມພາທີ່ຜ່ານມານີ້ ເຊິ່ງໄລຍະໃນການທຳລາຍນັ້ນແມ່ນໃຊ້ເວລາຂ້າມມື້ ກວ່າເຮືອນຫຼັງນີ້ຈະເຫຼືອແຕ່ຊາກ.

ເອີ້ນໄດ້ວ່າເປັນການແກ້ແຄ້ນອະດີດຜົວ ຂອງເມຍໃຫຍ່ທີ່ໄດ້ທັງນ້ຳທັງຕ່ອນ ນອກຈາກຜົວຈະບໍ່ໄດ້ເຮືອນແລ້ວ Saya ຍັງໄດ້ຄວາມສະໃຈໄປເຕັມໆ… ຈາກເຫດການນີ້ເຮັດໃຫ້ຫຼາຍຄົນອອກມາສະແດງຄວາມຄິດເຫັນວ່າເສຍດາຍເຮືອນຫຼັງນີ້. ຢ່າງໃດກໍຕາມ Saya ນັ້ນເປັນນັກທຸລະກິດແລະມີຖານະໃນລະດັບເສດຖີ ດັ່ງນັ້ນການສ້າງຫຼືຊື້ເຮືອນໃໝ່ ຈຶ່ງບໍ່ແມ່ນເລື່ອງຍາກສຳລັບລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/