Sony ແລະ Honda ຈັບມືກັນສ້າງລົດໄຟຟ້າ ຫວັງຈະປ່ຽນໂສມໜ້າຍານພາຫະນະໄຟຟ້າໃນອະນາຄົດປີ 2025


ໃນສະຕະວັດນີ້ ຄົງຈະບໍ່ມີໃຜບໍ່ຮູ້ຈັກ 2 ບໍລິສັດຍັກໃຫຍ່ຂອງຍີ່ປຸ່ນ Sony ບໍລິສັດອີເລັກໂທຣນິກແຖວໜ້າ ແລະ Honda ບໍລິສັດຜະລິດລົດລາຍໃຫຍ່ ທີ່ທັງສອງກຳລັງຮ່ວມມືກັນລຸຍຕະຫຼາດລົດໄຟຟ້າ ເພື່ອພິກໂສມໜ້າໃໝ່ໃຫ້ແກ່ວົງການ EV ໃນປີ 2025.

ປະຕິເສດບໍ່ໄດ້ເລີຍວ່າໃນຍຸກປັດຈຸບັນ ຜູ້ຄົນຫັນມາໃຊ້ລົດໄຟຟ້າເປັນຈຳນວນຫຼາຍ ເນື່ອງຈາກປະຢັດພະລັງງານ ແລະ ຄ່າໃຊ້ຈ່າຍໃນໄລຍະຍາວໄດ້ດີກວ່າລົດກິນນ້ຳມັນ, ແຖມກະແສຮັກໂລກ ຮັກສິ່ງແວດລ້ອມກໍມາແຮງໃນທົ່ວໂລກ ເຮັດໃຫ້ບໍລິສັດຍັກໃຫຍ່ທັງສອງເຫັນເຖິງໂອກາດດັ່ງກ່າວ ແລະ ໄດ້ຮ່ວມມືກັນຜະລິດລົດໄຟຟ້າ ວາງເປົ້າໝາຍຈຳໜ່າຍຄັ້ງທຳອິດໃນປີ 2025. ລົດດັ່ງກ່າວຈະເນັ້ນເລື່ອງເທັກໂນໂລຢີ, ນະວັດຕະກຳໃໝ່ໆ ແລະ ການຂະຫຍາຍລົດ EV ໄປທົ່ວໂລກ. Honda ຈະຮັບໜ້າທີ່ຜະລິດລົດໃນໂຮງງານຂອງຕົນ ແລະ Sony ຈະພັດທະນາລະບົບການບໍລິການ ແລະ ເທັກໂນໂລຢີສຳລັບລົດໄຟຟ້າ.

ການຮ່ວມມືຂອງ Sony ແລະ Honda ເຮັດໃຫ້ເປົ້າໝາຍຂອງລັດຖະບານຍີ່ປຸ່ນ ແລະ ເປົ້າໝາຍຂອງທັງສອງບໍລິສັດ ທີ່ຈະເຂົ້າສູ່ຕະຫຼາດລົດໄຟຟ້າ ຍົກເລີກການຜະລິດລົດກິນນ້ຳມັນໃນປີ 2040 ໃຫ້ເປັນໄປໄດ້ ແລະ ເຂົ້າໃກ້ເປົ້າໝາຍໄວຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/