ຊາວຣັດເຊຍເທຂາຍ ບິດຄອຍຫຼາຍພັນລ້ານໂດລ້າ ໃນ UAE ຫວັງປ່ຽນເປັນສິນຊັບຢ່າງອື່ນ ເພື່ອຫຼີກເວັ້ນການຂວໍ້າບາດ


ສະຖານີໂທລະພາບ Al Jazeera ສະຖານີຈາກປະເທດ ກາຕ້າ ລາຍ​ງານ​ໂດຍ​ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ຜູ້​ບໍລິຫານ​ບໍລິສັດ ​ແລະ ຝ່າຍ​ການ​ເງິນຂອງອົງກອນ ໂດຍລະບຸວ່າ: ບໍລິສັດ Crypto ໃນສະຫະລັດອາຣັບເອມີເຣດ (UAE) ກໍາລັງ​ໄດ້​ຮັບ​ການຮຽກ​ຮ້ອງ​ຈາກ​ລູກ​ຄ້າ​ຊາວຣັດ​ເຊຍ​ໃຫ້​ຂາຍ crypto ມູນຄ່າຫຼາຍ​ພັນ​ລ້ານ​ໂດ​ລາ ​ເພື່ອ​ປ່ຽນ cryptocurrency ​ໃຫ້​ກາຍ​ເປັນ​ຊັບ​ສິນ​ຢ່າງອື່ນທີ່​ປອດ​ໄພ ​ແລະ ​ປົກ​ປ້ອງ​ມູນ​ຄ່າ​ຊັບ​ສິນ​ບໍ່ໃຫ້ໄດ້ຮັບຜົນກະທົບຈາກການຂວໍ້າບາດ.

ລາຍ​ງານ​ລະບຸວ່າ ຜູ້ໃຫ້ບໍລິການໃນການຊື້ຂາຍ crypto ໄດ້ຮັບຫຼາຍຄໍາຮ້ອງ ຈາກບັນດານາຍໜ້າສັນຊາດສະວິດເຊີແລນໃນ 10 ມື້ທີ່ຜ່ານມາ ວ່າໃຫ້ຂາຍ Bitcoin ມູນຄ່າຫຼາຍພັນລ້ານໂດລາອອກໄປ ເນື່ອງຈາກມີຄວາມກັງວົນວ່າ ທາງລັດທະບານສະວິດເຊີແລນ ອາດຈະສັ່ງອາຍັດ ສະກຸນເງິນ ດິຈິຕອນ ດັ່ງກ່າວຂອງພວກເຂົາ. ເຊິ່ງແຕ່ລະຄໍາຮ້ອງມີຍອດເງິນໃນບັນຊີຢ່າງໜ້ອຍ 2 ຕື້ໂດລາ, ໂດຍປົກກະຕິແລ້ວບໍລິສັດນາຍໜ້າພວກນີ້ຈະຖືກເອີ້ນໄປໂດຍເຈົ້າຫນ້າທີ່ສະວິດເຊີແລນຢ່າງໜ້ອຍເດືອນລະເທື່ອ ເພື່ອສອບຖາມກ່ຽວກັບການເຮັດທຸລະກໍາຂະໜາດໃຫຍ່.

ທາງສະວິດເຊີແລນໄດ້ຖະແຫຼງການລະບຸຢ່າງຊັດເຈນວ່າ Cryptocurrency ແມ່ນລວມຢູ່ໃນມາດຕະການການຂວ້ຳບາດທີ່ວາງໄວ້ ແລະ ກົດລະບຽບຂອງສະວິດເຊີແລນ ໃນການກຳກັບຊັບສິນສ່ວນບຸກຄົນຂອງປະຊາຊົນຊາວຣັດເຊຍ ດັ່ງນັ້ນ, ຖ້າບຸກຄົນໃດມີລາຍຊື່ໃນບັນຊີການຂວ້ຳບາດ ເຈົ້າໜ້າທີ່ກໍຈະອາຍັດຊັບສິນ crypto ທີ່ມີຢູ່ໃນສະວິດເຊີແລນ ເຊັ່ນດຽວກັນ.

ມະຫານະຄອນ ດູໄບ ໃນ ສະຫະລັດອາຣັບເອມີເຣດ (UAE) ຖືວ່າເປັນສູນກາງທາງດ້ານການເງິນ ແລະ ທຸລະກິດສໍາລັບຊາວອາຣັບ. ໂດຍສະເພາະອຸດສາຫະກໍາ crypto ແມ່ນມີການຂະຫຍາຍຕົວຢ່າງໄວວາ. ດ້ວຍສະຖານະພາບທີ່ເປັນກາງທີ່ບໍ່ເລືອກເຂົ້າກັບຝ່າຍໃດຝ່າຍໜຶ່ງຂອງດູໄບ ເຮັດໃຫ້ຊາວຣັດເຊຍສ່ວນໃຫຍ່ ເອົາເງິນມາຝາກ ແລະ ລົງທຶນໃນເມືອງນີ້.

ລູກຄ້າບາງຄົນຍັງໄດ້ສະແດງຄວາມຕັ້ງໃຈທີ່ຈະໃຊ້ cryptocurrency ເພື່ອລົງທຶນໃນອະສັງຫາລິມະສັບໃນ UAE. ໃນຂະນະທີ່ບາງຄົນຕ້ອງການປ່ຽນເງິນດິຈິຕອນເປັນເງິນແທ້ ເພື່ອນຳໃຊ້ເຂົ້າໃນການລົງທຶນດ້ານອື່ນໆໃນດູໄບອີກຕໍ່ໄປ.

ຢ່າງໃດກໍຕາມ Al Jazeera ຍັງໄດ້ກ່າວອີກວ່າ ຜູ້ໃຫ້ບໍລິການຊື້ຂາຍແລກປ່ຽນ ສະກຸນເງິນ ດິຈິຕອນ ຊື່ດັງຂອງໂລກເຊັ່ນ Coinbase Global Inc ແລະ Binance ກໍາລັງດໍາເນີນຂັ້ນຕອນເພື່ອຮັບປະກັນວ່າ crypto ບໍ່ໄດ້ຖືກໃຊ້ເປັນເຄື່ອງມືໃນການຫຼີກເວັ້ນການຂວໍ້າບາດ ແລະ ຈະໃຫ້ການຮ່ວມມື ໃນການໃຊ້ກົດໝາຍແກ້ໄຂກ່ຽວກັບບັນຫານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/