ຕຳຫຼວດໄທບຸກຍຶດສິນຄ້າເຄື່ອງສຳອາງປອມ ພົບເປັນຍີ່ຫໍ້ດັງຫຼາຍຍີ່ຫໍ້ ມູນຄ່າຫຼາຍກວ່າ 24,000 ລ້ານກີບ


ວັນ​ທີ 18 ມີນາ 2022, ກົມ​ສືບສວນ​ສູນ​ກາງ ແລະ ອົງການອາຫານແລະຢາ ຂອງປະເທດໄທ ຮ່ວມກັນປະກາດຜົນການຈັດຕັ້ງປະຕິບັດການປາບປາມແຫຼ່ງຈຳໜ່າຍເຄື່ອງສໍາອາງປອມຈາກຍີ່ຫໍ້ດັງຫຼາຍຍີ່ຫໍ້ ພ້ອມພົບຂອງກາງຈຳນວນຫຼາຍ ເຊິ່ງສ່ວນໃຫຍ່ຈະເປັນການໂພສຂາຍທາງອອນໄລນ໌. ເຈົ້າໜ້າທີ່ຕຳຫຼວດຍຶດສິນຄ້າທີ່ຕ້ອງສົງໄສວ່າຈະເປັນຂອງປອມຈາກ 18 ຍີ່ຫໍ້ດັງ ມູນຄ່າ 70 ລ້ານກວ່າບາດ ຫຼື ປະມານ 24,000 ລ້ານກີບ.

ສືບເນື່ອງ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ, ກອງ​ບັນຊາ​ການ ທີ 4, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຜູ້​ບໍລິ​ໂພ​ກ ໄດ້ຮັບການຮ້ອງຮຽນຈາກອົງການອາຫານແລະຢາ ແລະ ຈາກຜູ້ບໍລິໂພກຈໍານວນຫຼາຍທີ່ໄດ້ຊື້ເຄື່ອງສໍາອາງຍີ່ຫໍ້ດັງ ເມື່ອນໍາໃຊ້ໄດ້ໄລຍະໜຶ່ງ ພົບວ່າມັນເປັນຜະລິດຕະພັນເຄື່ອງສໍາອາງປອມ ແລະ ບໍ່ມີຄຸນະພາບ ໂດຍ​ການ​ຊື້​ຜ່ານທາງອອນ​ໄລ​ນ​໌​.

 ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງ​ໄດ້​ສືບ​ສວນ​ໄປ​ຈົນ​ເຖິງ​ແຫຼ່ງ​ຜະລິດ​ສິນທີ່ຄ້າ​ຜິດ​ກົດໝາຍ ພົບວ່າເປັນເຮືອນ​ທີ່​ຊາວ​ຫວຽດ​ນາມ​ເຊົ່າເຮັດເປັນສາງເກັບສິນຄ້າ ເຄື່ອງສຳອາງປອມ ແລະ ບໍ່ມີຄຸນະພາບ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ສຸດທ້າຍນີ້ ການທີ່ເຮົາຈະຊື້ສິນຄ້າແບຣນເນມຕ່າງໆທີ່ມີລາຄາແພງ ເຮົາຄວນຈະກວດສອບແຫຼ່ງທີ່ມາໃຫ້ລະອຽດ ຖ້າເປັນໄປໄດ້ຄວນຫາຊື້ຕາມຕົວແທນຈຳໜ່າຍທີ່ສາມາດເຊື່ອຖືໄດ້. ຄືທີ່ເຮົາຮູ້ກັນຢູ່ວ່າບ້ານເຮົາ ຕົວແທນຈຳໜ່າຍສິນຄ້າຈຳພວກນີ້ ຍັງບໍ່ຄ່ອຍມີຫຼາຍ, ສະນັ້ນການຈະຫາຊື້ສິນຄ້າເຫຼົ່ານີ້ ເຮົາຄວນສຶກສາຂໍ້ມູນໃຫ້ດີ ບໍ່ວ່າຈະເປັນຕົວສິນຄ້າ, ແຫຼ່ງທີ່ມາ ຫຼື ແມ່ນແຕ່ພໍ່ຄ້າ ແມ່ຄ້າທີ່ເອົາສິນຄ້າເຂົ້າມາຂາຍ ວ່າມີຄວາມໜ້າເຊື່ອຖືໜ້ອຍຫຼາຍປານໃດ, ບໍ່ຄວນເຫັນແກ່ເຄື່ອງຖືກ.

ແມ່ນຢູ່ວ່າເຄື່ອງຖືກແລະດີມັນມີ, ແຕ່ເຄື່ອງຖືກແລະບໍ່ດີ ບໍ່ມີຄຸນະພາບ ແຖມຍັງເປັນເຄື່ອງປອມ ເຄື່ອງຜິດກົດໝາຍອີກ ກໍມີຫຼາຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/