ເມື່ອຕໍ່ຕ້ານບໍ່ໄດ້ ກໍໄປເຂົ້າຮ່ວມເລີຍ! Facebook ເປີດບັນຊີທາງການເທິງ TikTok ແລ້ວ!


ເມື່ອເວົ້າເຖິງຄູ່ແຂ່ງທາງທຸລະກິດ ຂອງ Facebook ແລ້ວ ຫຼາຍຄົນກໍອາດຈະຮູ້ດີວ່າ TikTok ນັ້ນເປັນແພລັດຟອມນ້ອງໃໝ່ ທີ່ຕີຄູ່ກັບ Facebook ມາໃນໄລຍະຫຼາຍປີແລ້ວ ແລະ Mark Zuckerberg ກໍເຄີຍອອກມາຍອມຮັບເລື່ອງນີ້ເຊັ່ນກັນ.

ຢ່າງໃດກໍຕາມ ດ້ວຍພະລັງຂອງ TikTok ທີ່ມາແຮງໃນຂະນະນີ້ ເຮັດໃຫ້ Facebook ອະດີດແພລັດຟອມຍອດຮິດອັນດັບ 1 ຂອງໂລກຫັນມາເປີດບັນຊີຢ່າງເປັນທາງການເທິງ TikTok ແລ້ວ ໂດຍສື່ຕ່າງປະເທດຕັ້ງຂໍ້ສັງເກດວ່າ Meta ອາດຈະໃຊ້ກົນລະຍຸດນີ້ ເພື່ອຂະຫຍາຍຖານຜູ້ໃຊ້ງານໃນກຸ່ມຄົນ Gen Z ທີ່ສ່ວນໃຫຍ່ມັກ TikTok ເປັນທຶນເກົ່າຢູ່ແລ້ວ.

ຫຼັງຈາກການເປີດບັນຊີທາງການຂອງ Facebook ເທິງ TikTok ຈົນມາຮອດຂະນະນີ້ຍັງບໍ່ມີການໂພສວິດີໂອໃດໆ ມີພຽງຂໍ້ຄວາມທີ່ຂຽນວ່າ “We believe people can do more together, than alone” ຫຼື ແປວ່າ “ພວກເຮົາເຊື່ອວ່າ ຜູ້ຄົນສາມາດເຮັດຫຼາຍສິ່ງພ້ອມໆກັນໄດ້ ຫຼາຍກວ່າຢ່າງດຽວ” ພ້ອມກັບໄດ້ຕິດ link ໄປທີ່ໜ້າ ດາວໂຫຼດແອັບເທິງ Play Store ເຊິ່ງບໍ່ອາດຮູ້ໄດ້ວ່າ Meta ຈະໂປຣໂໝດແບຣນ Facebook ຜ່ານ TikTok ດ້ວຍວິທີໃດກັນແທ້ ແລະ ທາງບໍລິສັດບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບການເປີດບັນຊີໃນ TikTok ຕໍ່ສື່ຕ່າງໆເຊັ່ນກັນ.

ນອກຈາກ Facebook ແລ້ວ Instagram ກໍໄດ້ເປີດບັນຊີ Instagram Creators ສຳລັບແນະນຳຄອນເທັ້ນຄຣີເອເຕີ້ເທິງ TikTok ເຊັ່ນດຽວກັນ.

TikTok ນັ້ນຖືວ່າເປັນແພລັດຟອມທີ່ເຕີບໃຫຍ່ຢ່າງໄວວາ ໂດຍມີຍອດດາວໂຫຼດແອັບສູງທີ່ສຸດໃນໂລກ 2 ປີຊ້ອນ ຕັ້ງແຕ່ປີ 2020 ແລະ 2021 ເຊິ່ງມັນໄດ້ສວນທາງກັບ Facebook ທີ່ມີຍອດຜູ້ໃຊ້ງານລົດໜ້ອຍຖອຍລົງໄປເກືອບ 1 ລ້ານຄົນຕໍ່ 1 ມື້. ຕາມລາຍງານຜົນປະກອບການປະຈຳໄຕມາດທີ 4 ຂອງປີທີ່ຜ່ານມາ ໂດຍສະເພາະຢ່າງຍິ່ງກັບກຸ່ມໄວໜຸ່ມ ໃນອາຍຸລະຫວ່າງ 20 ເຖິງ 30 ປີ.

ເອີ້ນໄດ້ວ່າ TikTok ເປັນແພລັດຟອມນ້ອງໃໝ່ໄຟແຮງທີ່ເປີດຕົວມາ ບໍ່ຮອດ 10 ປີ ແຕ່ຜົນຕອບຮັບຈາກຜູ້ໃຊ້ຈາກທົ່ວໂລກແມ່ນດີເກີນຄາດ ດ້ວຍລູກຫຼິ້ນທີ່ແສນຈະງ່າຍ ບວກກັບເຮົາສາມາດໃສ່ຄວາມຄິດສ້າງສັນໄດ້ແບບບໍ່ມີຂີດຈຳກັດ ແລະ ຈາກສາເຫດນີ້ກໍອາດເວົ້າໄດ້ວ່າ ແພລັດຟອມອື່ນຕ້ອງໄດ້ມີການພັດທະນາອົງກອນຂອງຕົນເອງເພື່ອມາແຂ່ງຂັນກັບ TikTok.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/