ສາລະວັນ ເລັ່ງສຳຫຼວດ ທາດກະເດົາທຶກ ເປັນມໍລະດົກແຫ່ງຊາດ


ເມື່ອບໍ່ດົນມານີ້, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ພ້ອມຄະນະ ໄດ້ນຳພາທີມງານສຳຫຼວດ ຕິດຕາມສະຖານທີ່, ທີ່ຕັ້ງ, ພື້ນທີ່ຕົວຈິງ ແລະ ຈຸດທີ່ຕັ້ງຂອງທາດກະເດົາທຶກ, ຮ່ວມກັບບ້ານ ແລະ ຂະແໜງທີ່ກ່ຽວຂ້ອງຂອງເມືອງຄົງເຊໂດນ ທັງນີ້ ກໍເພື່ອສຳຫຼວດ ແລະ ເກັບກໍຂໍ້ມູນ ເພື່ອສະເໜີເຂົ້າເປັນມໍລະດົກແຫ່ງຊາດ.

ກ່ອນລົງສຳຫຼວດຄັ້ງນີ້, ໄດ້ມີການຈັດກອງປະຊຸມປຶກສາຫາລື ໃນການຈັດຕັ້ງປະຕິບັດການສໍາຫຼວດ ແລະ ເກັບກຳຂໍ້ມູນໃຫ້ລະອຽດ, ຊັດເຈນ ເພື່ອສ້າງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ, ໂດຍໄດ້ມີການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໃຫ້ການຮ່ວມມືດ້ານນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ເປັນເອກະພາບດ້ານເນື້ອໃນ, ທັງສົມທົບກັບອຳນາດການປົກຄອງບ້ານ ກໍຄືປະຊາຊົນ ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍ ໂດຍສະເພາະແມ່ນໃຫ້ຄວາມຮ່ວມມືໃນເກັບກໍາຂໍ້ມູນຫຼັກແຫຼ່ງທີ່ສຳຄັນ, ເນື້ອທີ່ຂອບເຂດຕົວຈິງ ແລະ ຄວາມເປັນເອກະພາບທາງດ້ານປະຫວັດຄວາມເປັນມາທາງປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີຕ່າງໆ ແນໃສ່ໃນການເກັບກໍາຂໍ້ມູນໃຫ້ຄົບຖ້ວນ, ສົມບູນ ສະເໜີເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແລະ ເພື່ອຄວາມສະດວກໃນການຄຸ້ມຄອງ, ປົກປັກຮັກສາ.

ການລົງສຳຫຼວດໃນຄັ້ງນີ້, ພະນັກງານວິຊາການ ຈາກກົມມໍລະດົກ ກະຊວງ ຖວທ ໄດ້ສຳຫຼວດເນື້ອທີ່, ຂອບເຂດສະຖານທີ່ ທາດກະເດົາທຶກ, ເກັບກໍາຂໍ້ມູນຢ່າງລະອຽດ, ວັດແທກຂະໜາດຂອງທາດ, ເນື້ອທີ່, ພື້ນທີ່ຂອບເຂດບໍລິເວນດັ່ງກ່າວ ແລະ ສິ່ງຕ່າງໆອ້ອມຂ້າງ ທີ່ມີຄວາມກ່ຽວພັນກັນ, ສໍາພາດເອົາຂໍ້ມູນນຳເຖົ້າແກ່ພາຍໃນບ້ານ, ເກັບກໍາຂໍ້ມູນຕາມປຶ້ມຕໍາລາຕ່າງໆ, ສິ່ງທີ່ເປັນເອກະລັກ, ວັດຖຸບູຮານ ເພື່ອສົມທຽບຄືນຂໍ້ມູນ ແລະ ພື້ນທີ່ຕົວຈິງ ທີ່ຕັ້ງທາດກະເດົາທຶກ ເມືອງຄົງເຊໂດນ, ສັງລວມຂໍ້ມູນໃຫ້ຄົບຖ້ວນ ເພື່ອສ້າງເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂອງແຂວງ.

ທາດກະເດົາທຶກ ເມືອງຄົງເຊໂດນ ເປັນສະຖານທີ່ແຫ່ງໜຶ່ງ ທີ່ມີປະຫວັດຄວາມເປັນມາຍາວນານ, ເລິກລັບຊັບຊ້ອນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ກ່ຽວພັນກັບພົງສາວະດານລາວ, ມີເອກະລັັກສະເພາະ ຖືກກໍ່ສ້າງດ້ວຍຫີນດຳລຽນກັນຂຶ້ນຢ່າງປານີດເປັນ 4 ຫຼ່ຽມກໍ່ຂຶ້ນເປັນຈອມແຫຼມ ເໝືອນປິລະມິດ ຕີນທາດກວ້າງ 17 ແມັດ, ສູງ 15 ແມັດ, ເປັນທາດທີ່ເກົ່າແກ່ ແລະ ສັກສິດອີກແຫ່ງໜຶ່ງ ເຊິ່ງອ້ອມຮອບໄປດ້ວຍທຳມະຊາດສວຍງາມ ຕັ້ງຢູ່ບ້ານນາໂຄກ, ໄລຍະຫ່າງຈາກຕົວເມືອງ 10 ກວ່າກິໂລແມັດ, ມີຄວາມໂດດເດັ່ນທາງດ້ານສິລະປະ ກໍຄືໄດ້ກໍ່ລຽນກັນຂຶ້ນເປັນຖ້ານໆເຖິງເຈັດຖ້ານ ມີແຕ່ແກະສະຫຼັກຫີນໃຫ້ເປັນນົກຫົງຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານຈົນຮອດຈອມ ແລະ ເປັນສະຖານທີ່ບູຮານອີກແຫ່ງໜຶ່ງຂອງແຂວງສາລະວັນ.

ຂໍ້ມູນຈາກ: https://bit.ly/3tVpId3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/