ເມື່ອເຈົ້າຢາກສູ້ກັບໂຄວິດ-19 ແຕ່ມັນສູ້ເຈົ້າກັບ ສາວຊາວໄທເປັນງົງ ເມື່ອກວດ ATK ແລ້ວມັນຂຶ້ນ 4 ຂີດ


ຍຸກນີ້ເອີ້ນໄດ້ວ່າເປັນຍຸກຂອງໂຄວິດ-19 ທີ່ບໍ່ວ່າເຮົາຈະຫັນໜ້າໄປທາງໃດກໍຕ້ອງໄດ້ພົບກັບມັນແບບຫຼີກເວັ້ນບໍ່ໄດ້. ແລະໄອເທມທີ່ສຳຄັນສຳລັບຍຸກນີ້ກໍຄື ເຄື່ອງກວດໂຄວິດ-19 ແບບໄວ ຫຼື ATK ທີ່ຫຼາຍໆຄົນອາດຈະຄຸ້ນໜ້າຄຸ້ນຕາກັນມາແລ້ວ ເພາະຜົນກວດຂອງມັນສາມາດບົ່ງບອກໄດ້ວ່າເຮົາຈະຕິດຫຼືບໍ່ຕິດເຊື້ອ ໂດຍເບິ່ງທີ່ຂີດຂອງເຄື່ອງກວດ. ແຕ່ສຳລັບກໍລະນີຂອງຍິງຄົນນີ້ການເບິ່ງທີ່ຂີດຂອງ ATK ອາດຈະບໍ່ພຽງພໍ ເພາະລາວໄດ້ກວດ ATK ແລ້ວຜົນກວດອອກມາເປັນ 4 ຂີດຈົນເຮັດໃຫ້ຫຼາຍໆ ຄົນຄິດວ່າມັນເປັນເຊື້ອໂຄວິດສາຍພັນໃໝ່.

ຕາມການລາຍງານຂອງສຳນັກຂ່າວ ໄທຣັດ ໄດ້ກ່າວວ່າ ເມື່ອບໍ່ດົນມານີ້ ຜູ້ໃຊ້ TikTok ຄົນໜຶ່ງໄດ້ໂພສຮູບທີ່ເປັນຜົນກວດຫາເຊື້ອໂຄວິດ-19 ແບບ Antigen Test Kit ຫຼື ATK ຂອງຍີ່ຫໍ້ໜຶ່ງທີ່ຫຼາຍຄົນໜ້າຈະຮູ້ຈັກດີ, ຫຼັງຈາກໄດ້ເຮັດການກວດແລ້ວ ຜົນປາກົດວ່າ ມັນຂຶ້ນຮອດ 4 ຂີດ ເຮັດໃຫ້ເຈົ້າຂອງຜູ້ທີ່ກວດ ATK ເກີດຄວາມສົງໄສ ແລະ ໄດ້ນຳຜົນກວດດັ່ງກ່າວມາໂພສເອົາໄວ້ ພ້ອມກັບຂຽນແຄັບຊັ່ນວ່າ “ຈັ່ງໃດນໍ ເດລຕ້າ-ໂອໄມຄຣອນ ຫຼື ວ່າສາຍພັນໃດອີກ?

ຫຼັງຈາກໂພສນີ້ໄດ້ເຜີຍແຜ່ອອກໄປ ກໍເຮັດໃຫ້ຊາວເນັດງົງໄປຕາມໆກັນ ເພາະປົກກະຕິຕາມທີ່ຫຼາຍໆຄົນຮູ້ຄື ເມື່ອກວດແລ້ວແລະຜົນກວດຂຶ້ນ 1 ຂີດ ແມ່ນບໍ່ພົບເຊື້ອ, ຂຶ້ນ 2 ຂີດແມ່ນໝາຍເຖິງຕິດເຊື້ອ. ແຕ່ກໍລະນີນີ້ມັນຂຶ້ນ 4 ຂີດ ເອີ້ນໄດ້ວ່າ ອາດຈະເປັນກໍລະນີທຳອິດ ເພາະທີ່ຜ່ານມາແມ່ນບໍ່ເຄີຍພົບເຫັນມາກ່ອນ ດ້ວຍເຫດນີ້ຫຼາຍໆຄົນຈຶ່ງໄດ້ຕັ້ງຂໍ້ສົງໄສວ່າມັນເປັນສາຍພັນໃໝ່ຫຼືບໍ່.

ໃນເບື້ອງຕົ້ນເຈົ້າຂອງໂພສຍັງບໍ່ໄດ້ອອກມາຊີ້ແຈງວ່າ ລາວໄດ້ໄປກວດ ATK ຊ້ຳຄືນອີກຮອບ ແລ້ວຫຼືຍັງ ແຕ່ຄິດວ່າໜ້າຈະເປັນຍ້ອນຄວາມຄາດເຄື່ອນຂອງຊຸດກວດ. ແຕ່ຫຼ້າສຸດນີ້ທາງດ້ານນັກຂ່າວຂອງສຳນັກຂ່າວໄທຣັດໄດ້ໄປກວດສອບຄືນຕົ້ນໂພສ ແຕ່ພົບວ່າວິດີໂອດັ່ງກ່າວໄດ້ຖືກລຶບອອກໄປແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/