TikTok ອັບເດດໃໝ່ ສາມາດເບິ່ງໄດ້ວ່າໃຜລັກສ່ອງເບິ່ງເຮົາ!!!


ເວລາທີ່ເຮົາເລື່ອນ TikTok ໄປເຫັນຄລິບວິດີໂອຄັກໆ ກໍເປັນເລື່ອງປົກກະຕິຢູ່ແລ້ວທີ່ເຮົາຈະເກີດຄວາມສົນໃຈ ແລະ ຢາກຮູ້ຈັກ ກໍເລີຍເຂົ້າໄປສ່ອງເບິ່ງໜ້າ Profile ເຂົາເຈົ້າ ແລະເລື່ອນເບິ່ງຄລິບອື່ນໆຢ່າງເພີດເພີນໃຈ.

ແຕ່ດຽວກ່ອນ! ການຈະສ່ອງໃຜໃນ TikTok ໃນເມື່ອກ່ອນມັນອາດຈະເປັນເລື່ອງສ່ວນຕົວບໍ່ມີໃຜຮູ້ ແຕ່ປັດຈຸບັນ ມີການອັບເດດຟີເຈີໃໝ່ ທີ່ຜູ້ໃຊ້ສາມາດຮູ້ໄດ້ວ່າພາຍໃນ 30 ມື້ ໃຜທີ່ເຂົ້າມາສ່ອງເຮົາ!

ແຕ່ຍັງໄຄທີ່ຟີເຈີດັ່ງກ່າວບໍ່ໄດ້ສະແດງໃຫ້ຄົນອື່ນເຫັນທົ່ວໄປ ເພາະວ່າມັນເຫັນໄດ້ແຕ່ເຈົ້າຂອງ Profile ເທົ່ານັ້ນ ແຕ່ເຖິງຢ່າງໃດ ການສ່ອງໃຜກໍບໍ່ແມ່ນເລື່ອງອິດສະຫຼະອີກຕໍ່ໄປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/