ດາໄລພອນ ຜູ້ທີ່ຫຼົງໃຫຼໃນວຽກພັດທະນາຊຸມຊົນ ສູ່ເຈົ້າຂອງແບຣນ SAYA Brand


ດາໄລພອນ ໄຊຍະສິດເສນາ ຫຼື ກະບີ່ ອະດີດສະມາຊິກວົງເຊວ “Cells” (ມືຄີບອດ) ປັດຈຸບັນມີທຸລະກິດເປັນຂອງຕົນເອງຊື່ວ່າ “SAYA Brand” ເຊິ່ງເປັນອີກໄວໜຸ່ມລາວຄົນໜຶ່ງ ທີ່ພ້ອມພັດທະນາສີມືແມ່ຍິງລາວດ້ານການຕ່ຳແຜ່ນແພ ແລະ ຮັກສາວັດທະນາທຳການປູກຝ້າຍ, ຍ້ອມສີທຳມະຊາດ ແລະ ການຕ່ຳຜ້າ ທີ່ສືບທອດກັນມາແຕ່ດົນນານ ເພື່ອເຜີຍແຜ່ຄວາມເປັນລາວອອກສູ່ສັງຄົມພາຍນອກ. ນອກຈາກຈະເປັນເຈົ້າຂອງແບຣນແລ້ວ ຍັງມີຄວາມສາມາດທາງດ້ານດົນຕີອີກພ້ອມ ເພາະໃນອະດີດເຄີຍເປັນມືຄີບອດຂອງວົງເຊວ ວົງທີ່ມີຊື່ສຽງອີກວົງໜຶ່ງທີ່ຫຼາຍຄົນນິຍົມຟັງ ແລະ ເປັນທີ່ຮູ້ຈັກຂອງໃຜຫຼາຍໆຄົນ.

“SAYA Brand” ແມ່ນໄດ້ນຳເອົາຜ້າຝ້າຍຕ່ຳມື ໃນຊຸມຊົນຂອງຫລາຍແຂວງ ມາພັດທະນາເປັນ ສິນຄ້າລາວ, ເພື່ອສົ່ງເສີມແມ່ຍິງທີ່ມີຄວາມສາມາດທາງດ້ານການຕ່ຳຜ້າ, ອະນຸລັກຜ້າຝ້າຍຕ່ຳມືໃຫ້ຄົງຢູ່ກັບຄົນລາວ ແລະ ຍັງສ້າງແບບແຜນການເຮັດວຽກທີ່ຍືນຍົງໃຫ້ແກ່ຊຸມຊົນ. ພ້ອມກັນນີ້ ເຈົ້າຂອງແບຣນ SAYA ຍັງມີແຜນສືບຕໍ່ພັດທະນາການຕ່ຳຜ້າ ແລະ ສ້າງອີກຫລາຍຜະລິດຕະພັນອອກໄປສູ່ຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ໃນບົດຄວາມຍັງມີຫຼາກຫຼາກຄວາມໜ້າສົນໃຈຂອງຜະລິດຕະພັນ ແລະ ເປົ້າໝາຍ, ຄວາມສຳຄັນຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາສັງຄົມ-ຊຸມຊົນ. ທາງທີມງານ Lao X ໄດ້ມີໂອກາດສຳພາດຫຼາຍດ້ານພໍສົມຄວນ ຈະເປັນແນວໃດນັ້ນເຮົາມາຕິດຕາມ ແລະ ອ່ານກັນໄດ້ເລີຍ.

  1. ຈຸດເລີ່ມຕົ້ນການເຂົ້າເປັນສະມາຊິກວົງເຊວ: ເມື່ອກ່ອນເປັນນັກສຶກສາປະລິນຍາຕີ ແຕ່ຕົນເອງເປັນຄົນທີ່ຫຼິ້ນດົນຕີເປັນມາແຕ່ນ້ອຍແລ້ວ ພໍດີໄດ້ຮູ້ຈັກກັບກຸ່ມວົງເຊວ ເພາະເປັນພີ່ນ້ອງກັບອ້າຍສັກ ແຕ່ວ່າຕອນນັ້ນບໍ່ມີໃຜຮູ້ວ່າຫຼິ້ນດົນຕີເປັນ. ຫຼັງຈາກນັ້ນ, ອ້າຍດຶກ ມືກີຕ້າຂອງວົງເຊວ ໄດ້ຍິນສຽງດົນຕີທີ່ກະບີ່ຫຼິ້ນຢູ່ໃນເຮືອນ (ຕອນນັ້ນ ອ້າຍດຶກໄດ້ພັກອາໄສຢູ່ໃກ້ໆເຮືອນ ແຕ່ບໍ່ຍັງບໍ່ໄດ້ຮູ້ຈັກກັນ) ແລ້ວອ້າຍເພິ່ນກໍໄດ້ມີການເຂົ້າມາທັກທາຍຖາມຂໍ້ມູນຄວາມເປັນມາ. ຈາກນັ້ນ ເພິ່ນກໍໄດ້ແນະນຳກະບີ່ໃຫ້ວົງຮູ້ຈັກ ແລະ ໃຫ້ໂອກາດ ກະບີ່ທົດລອງເຂົ້າໄປຝຶກຊ້ອມກັບກຸ່ມວົງເຊວ ພຽງເວລາບໍ່ດົນເພິ່ນກໍໄດ້ໃຫ້ໂອກາດກະບີ່ເປັນສ່ວນໜຶ່ງໃນສະມາຊິກຂອງວົງເລີ່ມແຕ່ປີ 2011, ຢູ່ໄດ້ປະມານ 3 ປີ. ຫຼັງຈາກນັ້ນ ກໍໄດ້ມີແຜນໄປຮຽນຕໍ່ທີ່ຕ່າງປະເທດ ເລີີຍໄດ້ຄອບທາງວົງ, ແລ້ວຕົນເອງກໍໄດ້ຫ່າງຫາຍຈາກດົນຕີໄປເລີຍ.
  1. ຈຸດເລີ່ມຕົ້ນການເປັນເຈົ້າຂອງແບຣນ: ຫຼັງຈາກທີ່ຮຽນຈົບມາ ຕົນເອງໄດ້ມີໂອກາດໄປເຮັດວຽກພັດທະນາສັງຄົມຢູ່ແຂວງຄຳມ່ວນເປັນເວລາເກືອບ 1 ປີ ເຊິ່ງໄດ້ໃຊ້ຊີວິດກັບຄົນໃນຊຸມຊົນທີ່ຕົນໄປເຮັດວຽກ ໄດ້ຮັບຟັງຂໍ້ຫຍຸ້ງຍາກ, ບັນຫາຂອງຄົນໃນຊຸມຊົນ ແລະ ຊ່ວຍກັນຫາທາງອອກເພື່ອແກ້ໄຂບັນຫາແຕ່ລະຈຸດ. ຫຼັງຈາກສຳເລັດໂຄງການ ກໍໄດ້ຕັດສິນໃຈເຮັດແບຣນເປັນຂອງຕົນເອງ ເຊິ່ງເປັນທຸລະກິດນ້ອຍໆອັນໜຶ່ງທີ່ຍັງສາມາດເຮັດວຽກກັບຄົນໃນຊຸມຊົນໄດ້ ກໍເລີຍເລືອກເຮັດວຽກກັບກຸ່ມຕ່ຳຜ້າຝ້າຍ ເພາະສ່ວນຕົວກໍເປັນຄົນທີ່ສົນໃຈຜ້າຝ້າຍຢູ່ແລ້ວໃນສະໄໝຮຽນ ແຕ່ຕອນນັ້ນຍັງບໍ່ຮູ້ຈະເລີ່ມແນວໃດ.
    ມາຮອດທ້າຍປີ 2018 ໄດ້ລວມທີມກັບນ້ອງໆທີ່ກຳລັງຮຽນຈົບ ຈາກສາຂາ Product Design. ຕອນເລີ່ມທຳອິດ ແມ່ນຍັງບໍ່ມີໜ້າຮ້ານ, ຍັງເປັນໄລຍະທີ່ລອງຜິດລອງຖືກ ແລະ ພາກັນຜະລິດສິນຄ້າທຸກຢ່າງຢູ່ໃນເຮືອນຂອງຕົນ. ຈາກນັ້ນ, ໄດ້ມີໂອກາດໄປຮ່ວມງານຕະຫຼາດນັດຫຼາຍໆບ່ອນ ເຊິ່ງໄດ້ພົບກັບຫຼາຍໆແບຣນ ແລະ ລູກຄ້າຫຼາກຫຼາຍປະເພດ ເຊິ່ງມັນເປັນປະສົບການໃໝ່ ແລະ ເປັນແຮງຊຸກຍູ້ໃຫ້ທີມງານຂອງເຮົາຕ້ອງພັດທະນາກັນອີກຫຼາຍ. ມາຮອດປີ 2019 ທາງທີມງານເຮົາກໍໄດ້ຕັດສິນໃຈເປີດຮ້ານ SAYA ຢູ່ເຂດ ສີຫອມ, ເຊິ່ງໄດ້ເລິ່ມເປີດຢ່າງເປັນທາງການ ໃນວັນທີ 1 ເດືອນ 4 ແລະ ອີກບໍ່ດົນກໍຈະຄົບ 3 ປີແລ້ວ.
  1. ແບຣນມີຫຍັງແດ່ ແລະ ລູກຄ້າສ່ວນຫຼາຍແມ່ນກຸ່ມໃດ?

ແບຣນຈະເນັ້ນໄປເປັນເຄື່ອງຕົບແຕ່ງເຮືອນ ປະເພດໝອນ, ຜ້າຮອງຈອກ-ຈານ ທີ່ໃຊ້ຜ້າຝ້າຍຕ່ຳດ້ວຍມື (ຜ້າຍ້ອມຈາກທຳມະຊາດ), ປະເພດກະເປົາ ແລະ ເຄື່ອງທີ່ລະນຶກ. ຕອນເປີດຮ້ານທຳອິດ ຈະມີລູກຄ້າຕ່າງປະເທດເຂົາມາຊົມ ແລະ ຊື້ສິນຄ້າ ຫຼາຍກວ່າລູກຄ້າຄົນລາວ, ລູກຄ້າສ່ວນໃຫຍ່ຈະແມ່ນ ນັກທ່ອງທ່ຽວເປັນຫຼັກ. ແຕ່ພໍມີການລະບາດໂຄວິດ-19 ບໍ່ມີນັກທ່ອງທ່ຽວເຂົ້າມາປະເທດ, ທາງທີມງານ ຈຶ່ງໄດ້ປຶກສາກັນ ແລະ ໄດ້ປັບປ່ຽນກົນລະຍຸດຂອງ SAYA Brand ໜ້ອຍໜຶ່ງ ເພື່ອໃຫ້ເຂົ້າກັບຕະຫຼາດລາວໃຫ້ຫລາຍຂຶ້ນ.
ໃນໄລຍະໂຄວິດ ຈະມີເວລາຫຼາຍໃນການຈັດການລະບົບພາຍໃນທີມ ແລະໄດ້ສຸມໃສ່ການສ້າງຖານລູກຄ້າພາຍໃນ ເຊິ່ງຈະມີການໂຄສະນາໃນເພຈຫຼາຍຂຶ້ນ ເພື່ອເຮັດໃຫ້ຄົນລາວໄດ້ຮູ້ຈັກແບຣນຍິ່ງຂຶ້ນ ແລະ ໄລຍະໂຄວິດກໍເປັນອີກໂອກາດໜຶ່ງຂອງທາງເຮົາ ຍ້ອນວ່າຄົນລາວເຮົາມີຂໍ້ຈຳກັດຫຼາຍດ້ານໃນການຊື້ເຄື່ອງຈາກຕ່າງປະເທດ ເລີຍເປັນໂອກາດດີສຳລັບຜະລິດຕະພັນຂອງລາວ ທີ່ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ແລະ ຄົນລາວເຮົາເປີດໃຈໃຊ້ຜະລິດຕະພັນລາວຫຼາຍຂຶ້ນ. ປັດຈຸບັນ ສາມາດເວົ້າໄດ້ເລີຍວ່າກຸ່ມລູກຄ້າພາຍໃນ ຈະຫຼາຍກວ່າກຸ່ມລູກຄ້າຕ່າງປະເທດ.

  1. ມີຮ້ານຈັກສາຂາ?

 ຕອນນີ້ມີພຽງສາຂາດຽວ ແຕ່ວ່າເຮົາກໍໄດ້ມີການຮ່ວມມືກັບຫຼາຍໆແບຣນ ທີ່ບໍ່ແມ່ນສະເພາະເລື່ອງຫັດຖະກຳ ຄືໄດ້ Co-Brand ກັບຫຼາຍໆທຸລະກິດ ເຊັ່ນ: ຮ້ານກາເຟ, ຮ້ານອາຫານ, ອາພາດເມັ້ນ ແລະ ອື່ນໆ. ຕອນນີ້ທີ່ມີສາຂາດຽວ ກໍຍ້ອນວ່າລູກຄາເຮົາຍັງມີຈຳນວນຈຳກັດ ກໍເລີຍຍັງບໍ່ມີແຜນຂະຫຍາຍສາຂາພາຍໃນປະເທດເທື່ອ.

  1. ເປົ້າໝາຍຫຼັກໆຂອງແບຣນແມ່ນຫຍັງ?

 ເປົ້າໝາຍຫຼັກ ຂອງ SAYA Brand ແມ່ນຍົກລະດັບຜະລິດຕະພັນຜ້າຝ້າຍ ແລະ ສ້າງຜະລິດຕະພັນລາວທີ່ມີຄຸນະພາບ ແລະ ມີປະໂຫຍດຕໍ່ຜູ້ຊົມໃຊ້ ອອກສູ່ພາຍໃນ ແລະ ຕ່າງປະເທດ. ໂດຍທີມງານເຮົາໄດ້ຄັດສັນວັດສະດຸຕ່າງໆ ເພື່ອໃຫ້ເໝາະສົມກັບການນຳໃຊ້ຂອງແຕ່ລະຜະລິດຕະພັນ ເຊິ່ງຫຼັກໆ ແມ່ນ ການພັດທະນາຜ້າຝ້າຍຕ່ຳມື, ສີຍ້ອມທຳມະຊາດ ທີ່ຜະລິດຈາກຫຼາຍໆຊຸມຊົນ ແລະ ທີມງານເຮົາຍັງໃສ່ໃຈໃນການອອກແບບຂອງທຸກຜະລິດຕະພັນໃຫ້ແທດເໝາະກັບການນຳໃຊ້ຕົວຈິງໃນຊີວິດປະຈຳວັນ.

ໃນຂະນະດຽວກັນ ທາງ SAYA Brand ໄດ້ຊ່ວຍສ້າງຄວາມຍືນຍົງທາງດ້ານອາຊີບ ແລະ ລາຍໄດ້ໃຫ້ແກ່ຊຸມຊົນຕ່ຳຜ້າ, ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບອາຊີບຕ່ຳຫູກ ໃຫ້ເປັນອາຊີບທີ່ມີຄຸນຄ່າ ເພື່ອຈະໄດ້ສືບທອດໃຫ້ລູກຫຼານຕໍ່ໆໄປ. ປັດຈຸບັນ ທາງເຮົາໄດ້ເຮັດວຽກກັບ 6 ແຂວງທົ່ວປະເທດ ແລະ ເປົ້າໝາຍຂອງເຮົາແມ່ນຈະສະໜັບສະໜູນຜ້າລາວໃຫ້ໄດ້ທຸກໆແຂວງໃນປະເທດລາວ.

  1. ນອກຈາກນີ້ໄດ້ເຮັດຫຍັງອີກຫຼືບໍ່?

 ນອກຈາກການສ້າງຜະລິດຕະພັນລາວແລ້ວ ທາງເຮົາກໍໄດ້ເປັນສ່ວນໜຶ່ງໃນການເຮັດວຽກ ທາງດ້ານພັດທະນາວິຊາຊີບໃຫ້ແກ່ຊຸມຊົນ. ເຊິ່ງທາງເຮົາໄດ້ຮ່ວມມືກັບໂຄງການພັດທະນາສັງຄົມ ແລະ ໂຄງການຊ່ວຍເຫຼືອຈາກລັດຖະບານຕ່າງປະເທດ ໂດຍເປັນ Project ຂະໜາດນ້ອຍຂອງແຕ່ລະໂຄງການ ທີ່ເນັ້ນໜັກເລື່ອງການສ້າງໂອກາດຊຸມຊົນ ແລະ ໃຫ້ຄວາມຮູ້ເພີ່ມຕື່ມໃນການສ້າງຜະລິດຕະພັນຂອງຕົນ ເພື່ອໃຫ້ມີອາຊີບຕິດຕົວ ເຊັ່ນ: ພັດທະນາສິນຄ້າ, ການອອກແບບສິນຄ້າ, ພັດທະນາການຫຍິບ, ຈົນຮອດເຖິງການສ້າງແຜນທຸລະກິດ, ການຄິດໄລ່ຕົ້ນທຶນ ແລະ ອື່ນໆ.

  1. ອະນາຄົດມີແຜນຈະພັດທະນາຫຍັງ?

 ຂະຫຍາຍທີມງານ ສ້າງຄວາມເຂັ້ມແຂງໃຫ້ທີມງານອອກແບບ ແລະ ທີມງານຜູ້ຜະລິດຜ້າ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາໃນປະເທດເຮົາ ແລະ ມີແຜນສົ່ງສິນຄ້າເຮົາໄປສູ່ຕະຫຼາດສາກົນ.

ຖືໄດ້ວ່າເປັນອີກຜູ້ຍິງຄົນໜຶ່ງທີ່ມີຄວາມສາມາດ ແລະ ຄວາມຮູ້ ພ້ອມທີ່ຈະພັດທະນາ-ອະນຸລັກຄວາມເປັນລາວໄວ້ນານເທົ່າທີ່ຈະນານໄດ້ ແລະ ເປັນທີ່ຍ້ອງຍໍຊົມເຊີຍ. ບໍ່ພຽງເທົ່ານີ້ ໃນຍາມວ່າງ ກະບີ່ ຍັງໃຊ້ເວລາໄປກັບການຖ່າຍຮູບ ແລະ ດົນຕີອີກພ້ອມ ເຖິງຈະບໍ່ໄດ້ເປັນສະມາຊິກວົງເຊວແລ້ວກໍຕາມແຕ່ດົນຕີກໍຍັງຫຼິ້ນໄດ້.

ບົດສຳພາດໂດຍ: ດາໄລພອນ

ຖ້າໃຜສົນໃຈສິນຄ້າ “Saya Brand” ສາມາດຕິດຕາມໄດ້ທີ່:

Facebook ແບຣນ: https://bit.ly/3IjLdJS

Facebook ເຈົ້າຂອງແບຣນ: https://bit.ly/3KLEmdO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/