ໂຮງຮຽນບາງແຫ່ງໃນຍີ່ປຸ່ນ ອອກກົດບໍ່ໃຫ້ນັກຮຽນຍິງເຮັດຊົງຜົມຫາງມ້າ ເພາະຢ້ານມັນໄປກະຕຸ້ນອາລົມທາງເພດຂອງນັກຮຽນຊາຍ


ກ່ອນໜ້ານີ້ເຖິງວ່າບາງໂຮງຮຽນໃນຍີ່ປຸ່ນຈະມີມາດຕະການແກ້ໄຂກົດລະບຽບຕ່າງໆ ທີ່ມັນເປັນການຈຳກັດສິດທິແລະຄວາມເປັນສ່ວນຕົວຂອງນັກຮຽນ. ແຕ່ຍີ່ປຸ່ນນັ້ນຖືໄດ້ວ່າເປັນໜຶ່ງໃນປະເທດທີ່ມີກົດລະບຽບເຂັ້ມງວດກັບນັກຮຽນ ຕັ້ງແຕ່ການນຸ່ງຖືໄປຈົນຮອດເລື່ອງຊົງຜົມ ແລະ ເມື່ອບໍ່ດົນມານີ້ໂຮງຮຽນແຫ່ງໃນຍີ່ປຸ່ນໄດ້ມີກົດລະບຽບບໍ່ໃຫ້ນັກຮຽນຍິງມັດຜົມເປັນຊົງຫາງມ້າເປີດຕົ້ນຄໍ (Ponytails) ໂດຍໃຫ້ເຫດຜົນວ່າມັນອາດເປັນຈຸດກະຕຸ້ນທີ່ເຮັດໃຫ້ເກີດອາລົມທາງເພດ.

ໂມໂຕກິ ສຸກິຍາມະ (Motoki Sugiyama) ອະດີດຄູສອນໃນຊັ້ນມັດທະຍົມຕົ້ນຂອງໂຮງຮຽນແຫ່ງໜຶ່ງໄດ້ໃຫ້ສຳພາດກັບສຳນັກຂ່າວ Vice News ວ່າ ຜູ້ບໍລິຫານຂອງໂຮງຮຽນແຫ່ງໜຶ່ງໄດ້ບອກກັບຕົນເອງວ່າ ສາເຫດທີ່ບໍ່ອະນຸຍາດໃຫ້ນັກຮຽນຍິງມັດຊົງຜົມຫາງມ້າເພາະຢ້ານມັນໄປກະຕຸ້ນອາລົມທາງເພດຂອງນັກຮຽນຊາຍ “ພວກເຂົາກັງວົນວ່າຜູ້ຊາຍຈະແນມຜູ້ຍິງ ເຊິ່ງເຫດຜົນຄ້າຍກັບກົດໃຫ້ນັກຮຽນຍິງໃສ່ເສື້ອຊ້ອນສີຂາວ” ໂມໂຕກິ ໄດ້ກ່າວ.

ເຖິງວ່າປັດຈຸບັນຈະຍັງບໍ່ມີສະຖິຕິຢືນຢັນຊັດເຈນວ່າມີຈຳນວນໂຮງຮຽນຫຼາຍໜ້ອຍເທົ່າໃດທີ່ຍັງບັງຄັບໃຊ້ລະບຽບຊົງຜົມນີ້ ແຕ່ຈາກການສຳຫຼວດເມື່ອປີ 2020 ພົບວ່າປະມານ 1 ໃນ 10 ຂອງໂຮງຮຽນໃນແຂວງ ຟຸກຸໂອກະ ຍັງຫ້າມນັກຮຽນຍິງມັດຊົງຜົມຫາງມ້າຢູ່.

ນອກຈາກນີ້ ໂມໂຕກິ ຍັງເປີດເຜີຍວ່າ ຕະຫຼອດເວລາທີ່ເປັນຄູມາ 11 ປີ ເຄີຍຍ້າຍໄປສອນໂຮງຮຽນຕ່າງໆ ກວ່າ 5 ແຫ່ງໃນແຂວງ ຊິຊຸໂອກະ, ທຸກໂຮງຮຽນທີ່ເຄີຍຢູ່ລ້ວນແລ້ວແຕ່ຫ້າມເດັກຜູ້ຍິງມັດຜົມຊົງຫາງມ້າ. ໂມໂຕກິ ຈຶ່ງຖືວ່າໃນການໃຫ້ສຳພາດຄັ້ງນີ້ເປັນພາລະກິດສ່ວນຕົວທີ່ຈະເຮັດໃຫ້ຫຼາຍໆ ຄົນຮູ້ວ່າຍັງມີເດັກຍີ່ປຸ່ນຕ້ອງຢູ່ພາຍໃຕ້ກົດລະບຽບທີ່ບໍ່ສົມເຫດສົມຜົນໃນລັກສະນະນີ້ ແລະ ຮຽກຮ້ອງໃຫ້ໂຮງຮຽນຕ່າງໆ ຍົກເລີກກົດດັ່ງກ່າວໄດ້ແລ້ວ.

ທັງນີ້ ໂມໂຕກິບໍ່ໄດ້ຕໍ່ສູ້ພຽງລຳພັງ ຕັ້ງແຕ່ກາງປີທີ່ຜ່ານມາ ນັກຮຽນແລະຜູ້ປົກຄອງຫຼາຍຄົນອອກມາປະທ້ວງແລະຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນສັ່ງການໄປທີ່ຄະນະກໍາມະການສຶກສາປະຈຳແຂວງໃຫ້ແກ້ກົດລະບຽບທີ່ໄດ້ກ່າວມານີ້ ເຊິ່ງຜົນຕອບຮັບກໍຄື ມີຫຼາຍໂຮງຮຽນປະຕິບັດຕາມແນວທາງໃໝ່ຢ່າງໄວວາ, ແຕ່ບາງໂຮງຮຽນທີ່ຖືວ່າກົດລະບຽບເປັນປະເພນີທີ່ປະຕິບັດກັນມາຢ່າງດົນນານ ແມ່ນຕ້ອງໃຊ້ເວລາໃນການຍົກເລີກ.

ໂມໂຕກິຜູ້ທີ່ເປັນອະດີດຄູຍັງບອກອີກວ່າ ຫຼາຍຄັ້ງລາວໄດ້ຮັບການຮ້ອງຮຽນຈາກເດັກນັກຮຽນວ່າ ໂຮງຮຽນບໍ່ຍອມປ່ຽນກົດ ເພາະມັນບໍ່ມີບົດລົງໂທດຫຼືຜົນທາງກົດໝາຍ ແຕ່ບາງໂຮງຮຽນກໍປັບຕົວໄດ້ດີ ເຖິງວ່າບາງແຫ່ງຍັງຢືນຢັນທີ່ຈະຫ້າມໃຫ້ນັກຮຽນມັດຜົມຊົງຫາງມ້າຕໍ່ໄປ. ນອກຈາກນີ້ ໂຮງຮຽນບາງແຫ່ງກໍເລີ່ມໃຫ້ນັກຮຽນສາມາດເລືອກສີເສື້ອຊ້ອນໄດ້ດ້ວຍຕົນເອງ ຈາກທີ່ເມື່ອກ່ອນຈະມີແຕ່ສີຂາວ ເຊິ່ງໂມໂຕກິແນມວ່າເປັນທິດທາງໃນການປ່ຽນແປງທີ່ດີ ເພາະມັນສະແດງໃຫ້ເຫັນວ່າໂຮງຮຽນເລີ່ມຟັງຄຳຄິດເຫັນ ແລະ ຄວາມຕ້ອງການຂອງນັກຮຽນແລ້ວ.

ນອກຈາກກົດທີ່ໄດ້ກ່າວມາຂ້າງເທິງ ໂຮງຮຽນບາງແຫ່ງຍັງກຳນົດສີຂອງຖົງຕີນ, ຄວາມຍາວຂອງກະໂປງນັກຮຽນ ຫຼື ແມ່ນແຕ່ຮູບຊົງຂອງຄິ້ວນັກຮຽນ.

ທາງດ້ານນັກຮຽນຍີ່ປຸ່ນທີ່ຕ້ອງຢູ່ພາຍໃຕ້ກົດເຫຼົ່ານີ້ ໂດຍສະເພາະນັກຮຽນຍິງພວກເຂົາຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ ເພາະວ່າທາງໂຮງຮຽນບໍ່ຍອມອະທິບາຍສາເຫດທີ່ເຮັດໃຫ້ສາມາດເຂົ້າໃຈໄດ້ ນອກຈາກເຫດຜົນທີ່ວ່າມັນກະຕຸ້ນອາລົມທາງເພດຂອງນັກຮຽນຊາຍ.

ນັກຮຽນບາງຄົນບອກວ່າ ກົດລະບຽບນີ້ມັນເປັນຄືການກີດກັນທາງເພດ ແລະ ຈຳກັດສິດທິເສລີພາບໃນການສະແດງອອກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/