ຍີ່ປຸ່ນເກີດແຜ່ນດິນໄຫວ 2 ເທື່ອຊ້ອນ! ພ້ອມເຕືອນໄພສຶນາມິ


ວັນ​ທີ 17 ມີນາ​ນີ້, ສຳນັກ​ຂ່າວ AP ​ໄດ້​ລາຍ​ງານ​ວ່າ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 7.4 ແມັກນິຈູດ ຢູ່​ນອກຊາຍ​ຝັ່ງ​ທະ​ເລ Fukushima ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ມີນາ​ນີ້, ເຮັດໃຫ້​ເຈົ້າ​ໜ້າ​ທີ່​ໄດ້​ອອກ​ຄຳ​ເຕືອນ​ໄພ​ຄື້ນສຶນາ​ມິ​ເປັນ​ໄລຍະ​ໜຶ່ງ. ພື້ນທີ່ສ່ວນໜຶ່ງ​ຂອງ​ ໂຕກຽວ ​ໄດ້​ເກີດ​ໄຟຟ້າດັບ ເຮັດໃຫ້ 2 ລ້ານກວ່າຄົວເຮືອນຕົກຢູ່ໃນຢູ່ໃນຄວາມມືດ.

ຕອນ​ເຊົ້າ​ວັນ​ທີ 17 ມີນາ​ນີ້ ທາງການ​ຍີ່​ປຸ່ນ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນດິນ​ໄຫວວ່າ ພົບຜູ້ເສຍຊີວິດ 4 ຄົນ​ ​ແລະ ອີກ 107 ຄົນ​ໄດ້​ຮັບ​ບາດ​ເຈັບ.

TEPCO ບໍລິສັດທີ່ໃຫ້ບໍລິການໄຟຟ້າ, ເປີດເຜີຍວ່າ 700,000 ຄົວເຮືອນໃນຈໍຳນວນທີ່ໄດ້ຮັບຜົນກະທົບນັ້ນແມ່ນຢູ່ໃນໂຕກຽວ ແລະ ອີກ 156,000 ຄົວເຮືອນ ແມ່ນຢູ່ໃນທາງພາກຕາເວັນອອກສຽງເໜືອຂອງປະເທດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Fumio Kishida ກ່າວ​ວ່າ: ເຈົ້າ​ໜ້າ​ທີ່​ຈະ​ເລັ່ງ​ສ້ອມ​ແປງ​ໄຟ​ຟ້າ​ຄືນ​ໃໝ່ ຫຼັງຈາກເວລາທ່ຽງຄືນ. ສ່ວນເຫດການທີ່ລົດໄຟດ່ວນ Tohoku Shinkansen ຕົກຮາງລະຫວ່າງເສັ້ນທາງ Fukushima ຫາ Miyagi ຍ້ອນ​ແຜ່ນດິນ​ໄຫວນັ້ນ ແມ່ນບໍ່ມີໃຜໄດ້ຮັບບາດເຈັບ.

ນາຍົກລັດຖະມົນຕີຍີ່ປຸ່ນ ຍັງໄດ້ກ່າວອີກວ່າ ລັດຖະບານຈະກວດສອບຄວາມເສຍຫາຍຕ່າງໆ ແລະ ​ຈະ​ເລັ່ງ​ການ​ຊ່ວຍ​ເຫຼືອ ລວມທັງ​ການ​ປິ່ນປົວ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ, ຂໍໃຫ້ປະຊາຊົນທຸກຄົນໃນເຂດທີ່ມີຄວາມສ່ຽງ ລະວັງໄພແຜ່ນດິນໄຫວທີ່ອາດຈະເກີດຂຶ້ນໃນອາທິດນີ້.

ແຜ່ນດິນໄຫວຄັ້ງນີ້ມີຈຸດສູນກາງແຜ່ນດິນໄຫວໃຕ້ທະເລ ທີ່ຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວຄັ້ງໃຫຍ່ເທື່ອແລ້ວນີ້ເມື່ອ 11 ປີຜ່ານມາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ສຶ​ນາ​ມິຄັ້ງນັ້ນ​ມີ​ເຖິງ 18,000 ຄົນ. ນອກ​ເໜືອ​ໄປ​ຈາກ​ສຶນາມິແລ້ວ ​ ມັນຍັງເຮັດໃຫ້ເກີດການຮົ່ວໄຫຼຂອງ ກຳມັນຕະພາບລັງສີ (radioactivity) ຈາກໂຮງງານໄຟຟ້ານິວເຄຼຍ ເຮັດໃຫ້ບາງພື້ນທີ່ຍັງຖືກຫ້າມບໍ່ໃຫ້ປະຊາຊົນເຂົ້າໄປຢູ່ອາໄສຈົນຮອດທຸກມື້ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/