ນິວຊີແລນປະກາດລົດພາສີນໍ້າມັນ ເພື່ອຫຼຸດຜ່ອນພາລະຄ່າຄອງຊີບຂອງປະຊາຊົນ


ເພື່ອ​ຕ້ານ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ຄອງ​ຊີບ, ລັດຖະບານນິວຊີແລນ​ໄດ້​ຖອນ​ພາສີ​ນ້ຳມັນ​ເຊື້ອ​ໄຟ 25 ​ເຊັນ ຫຼື ປະມານ 1,800 ກີບ ​ຊົ່ວຄາວ ເປັນເວລາ 3 ເດືອນ ​ແລະ​ໄດ້​ແຈ້ງ​ໃຫ້​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຍົກ​ເລີກ​ການ​ເກັບ​ພາສີກັບປະຊາຊົນ ເຊິ່ງຈະຊ່ວຍໃຫ້ປະຊາຊົນປະຢັດເງິນໃນການຕື່ມນໍ້າມັນໄປປະມານ 126,000 ກີບ ໃນການໃສ່ເຕັມຖັງ 40 ລິດ ແລະ ປະມານ 195,000 ກີບສໍາລັບຖັງ 60 ລິດ.

ຈາຊິນດາ ອາຣ໌ເດິຣ໌ນ (Jacinda Ardern), ນາຍົກລັດຖະມົນຕີນິວຊີແລນ ໄດ້ຖະແຫຼງການວ່າລັດຖະບານ​ມີ​ແຜນ​ຈະລົດ​ພາສີ​ນ້ຳມັນ​ເຊື້ອ​ໄຟ​ ແລະ ​ຄ່າ​ທຳນຽມໃນການໃຊ້ຖະໜົນ 25 ​ເຊັນ​ຂອງ​ນິວຊີ​ແລນ ນັບ​ແຕ່​ວັນ​ທີ 15 ມີນາ​ນີ້​ເປັນ​ຕົ້ນ​ໄປ ແລ້ວຈະ​ສືບ​ຕໍ່​ເປັນ​ເວລາ 3 ​ເດືອນ.

ນອກຈາກນີ້ ຄ່າ​ໂດຍສານ​ສາທາລະນະ​ກໍຈະ​ຖືກລົດ​ລົງ​ເຄິ່ງໜຶ່ງ​ນັບ​ແຕ່​ວັນ​ທີ 1 ​ເມສາ​. ນະໂຍບາຍນີ້ເປັນ​ສ່ວນ​ໜຶ່ງ​ຂອງ​ມາດ​ຕະການ​ຫຼຸດຜ່ອນ​ພາລະ​ຄ່າ​ຂົນ​ສົ່ງ​ຂອງ​ຄອບຄົວ ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ ແລະ ​ລາຍຮັບຕ່ຳ.

ຂອບໃຈຂໍ້ມູນຈາກ: https://cutt.ly/KSuBgvH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/