Paul Pogba ກອງກາງຂອງ Manchester United ຖືກໂຈນບຸກເຂົ້າເຮືອນ ຂະນະທີ່ລູກທັງ 2 ຄົນຢູ່ໃນຫ້ອງນອນ


Paul Pogba ກອງກາງລະດັບແຊັ້ມໂລກ ຂອງ Manchester United ໂພສຂໍ້ຄວາມລົງໃນ Twitter ວ່າ ຖືກໂຈນບຸກເຂົ້າເຮືອນ ໃນ​ຂະ​ນະ​ທີ່​ລູກໆຂອງລາວ ນອນຫຼັບຢູ່ໃນຫ້ອງນອນຂອງພວກເຂົາ ແລະ ເຫດການເກີດຂຶ້ນໃນລະຫວ່າງເກມ UEFA Champions League ທີ່ Manchester United ເປີດບ້ານພົບກັບ Atletico Madrid.

ໂດຍຂໍ້ຄວາມທີ່ໂພສມີເນື້ອໃນໃຈຄວາມວ່າ:

“ໃນຄືນທີ່ຜ່ານມາຝັນຮ້າຍທີ່ຮ້າຍທີ່ສຸດໄດ້ເກີດຂຶ້ນກັບຄອບຄົວຂອງຂ້ອຍ ເມື່ອໄດ້ຮູ້ຂ່າວວ່າ ເຮືອນຂອງພວກເຮົາຖືກທໍາລາຍ ແລະ ມີຄົນລັກລອບເຂົ້າມາໃນເຮືອນໃນຂະນະທີ່ລູກໆຂອງພວກເຮົານອນຢູ່ໃນຫ້ອງນອນ.

ໂຈນລັກຢູ່ໃນເຮືອນເຮົາບໍ່ຮອດຫ້ານາທີ ແຕ່ໃນເວລານັ້ນເຂົາເຈົ້າໄດ້ເອົາສິ່ງທີ່ມີຄ່າຫຼາຍກວ່າສິ່ງທີ່ພວກເຮົາມີຢູ່ໃນເຮືອນເຮົາໄປແລ້ວ… ນັ້ນກໍຄືຄວາມກັງວົນໃນຄວາມປອດໄພຂອງພວກເຮົາ

ເຫດການນີ້ເກີດຂຶ້ນໃນລະຫວ່າງນາທີສຸດທ້າຍຂອງການແຂ່ງຂັນໃນຄືນທີ່ຜ່ານມາ ເມື່ອພວກເຂົາຮູ້ວ່າພວກເຮົາຈະບໍ່ຢູ່ເຮືອນ.  ຂ້ອຍ ​ແລະ​ ເມຍຂອງຂ້ອຍໄດ້​ຟ້າວ​ກັບ​ເຮືອນໂດຍ​ບໍ່​ຮູ້​ວ່າ​ລູກ​ຂອງ​ພວກ​ເຮົາ​ປອດ​ໄພຫຼືບໍ່. ໃນ​ຖາ​ນະຄົນ​ເປັນ​ພໍ່​ ບໍ່​ມີ​ຄວາມ​ຮູ້​ສຶກໃດໃນໂລກນີ້​ຮ້າຍ​ແຮງໄປ​​ກວ່າການ​ທີ່​ບໍ່​ໄດ້​ຢູ່​ບ່ອນນັ້ນ​ເພື່ອ​ປົກ​ປ​້ອງລູກ​ໆຂອງ​ເຮົາ ​ແລະ​ ຂ້ອຍ​ຫວັງ​ຢ່າງ​ຍິ່ງວ່າຈະ​ບໍ່​ມີ​ໃຜ​ຕ້ອງ​ມີ​ຄວາມ​ຮູ້​ສຶກ​ຄືຂ້ອຍໃນ​ຄືນ​ຜ່ານ​ມາ”.

ນອກຈາກນີ້ Paul Pogba ສະເໜີຮາງວັນໃຫ້ກັບຜູ້ທີ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ຫຼື ຊ່ວຍນຳຈັບຄົນທີ່ບຸກເຂົ້າເຮືອນລາວມາລົງໂທດໄດ້.

ນີ້​ແມ່ນ​ຄັ້ງ​ທີ​ສອງ​ໃນ​ປີ​ນີ້​ທີ່​ນັກເຕະຂອງ Manchester United ໄດ້ຖືກໂຈນລັກລອບຂຶ້ນເຮືອນ ໃນຂະນະທີ່ມີການແຂ່ງຂັນຢູ່. ໂດຍກ່ອນໜ້ານີ້ ມີກໍລະນີທີ່ໂຈນບຸກເຂົ້າເຮືອນຂອງ Victor Lindelof ໃນຂະນະທີ່ລາວເດີນທາງໄປແຂ່ງກັບ BrentFord Fc, ໂດຍທີ່ເມຍ ແລະ ລູກຂອງລາວຕ້ອງລີ້ຢູ່ໃນຫ້ອງນ້ອຍໆເພື່ອບໍ່ໃຫ້ໂຈນເຫັນ. ເຖິງແມ່ນວ່າໃນທີ່ສຸດທຸກຄົນຈະປອດໄພ ແຕ່ມັນເຮັດໃຫ້ Lindelof ກັງວົນໃຈຫຼາຍ ຈົນຄູຝຶກຕ້ອງສັ່ງໃຫ້ພັກຜ່ອນກ່ອນ ເພື່ອຮັກສາສະພາບຈິດໃຈຂອງຕົນເອງ ແລະ ຄອບຄົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/