ເຄນຍາຫັນໃສ່ການກະສິກຳແບບໃໝ່ພາຍໃຕ້ແຜງໂຊລາເຊວ ປະຢັດ ແຖມຜົນຜະລິດດີ


ການກະສິກຳເປັນພື້ນຖານຂອງການລ້ຽງຊີບ, ດັ່ງນັ້ນ ຂະແໜງການດັ່ງກ່າວ ກໍຕ້ອງມີການພັດທະນາໃຫ້ທັນສະໄໝ ແລະ ກ້າວໜ້າຂຶ້ນເລື້ອຍໆ. ປະເທດເຄນຍາເອງກໍໄດ້ແນມເຫັນຈຸດສຳຄັນນີ້ ເລີຍຫັນມາໃຫ້ຄວາມສຳຄັນກັບ “ການປູກຜັກພາຍໃຕ້ແຜງໂຊລາເຊວ” ເຊິ່ງໃຫ້ຜົນຜະລິດດີເກີນຄາດ.

ກ່ອນໜ້ານີ້ ໄດ້ມີການທົດລອງການປູກຜັກພາຍໃຕ້ແຜງໂຊລາເຊວ ຮູບແບບ agrivoltaics ແລະ ປະສົບຜົນສຳເລັດດ້ວຍດີ ພາຍໃຕ້ໂຄງການຮ່ວມມືຂອງ University of Sheffield, World Agroforestry ແລະ Latia Agripreneurship Institute (LAI). ແຜງດັ່ງກ່າວກັກເກັບພະລັງງານແສງຕາເວັນ, ບັງແດດ, ລົດການສູນເສຍນ້ຳໃນພືດ ແລະ ສົ່ງຜົນໃຫ້ພືດຈະເລີນເຕີບໃຫຍ່ໄດ້ດີ ຍິ່ງໄປກວ່ານັ້ນ ມັນຍັງລົດຄ່າໃຊ້ຈ່າຍໃນການກະສິກຳອີກດ້ວຍ.

ການປູກຜັກແບບ agrivoltaics ແມ່ນວິທີການປູກພືດໄວ້ທາງລຸ່ມຂອງແຜງໂຊລາເຊວທີ່ຖືກຕິດຕັ້ງໄວ້ເທິງພືດຜັກ ສູງ 3 ແມັດ ຫຼື ສູງກວ່ານັ້ນຕາມຄວາມເໝາະສົມ. ການທົດລອງດັ່ງກ່າວ ແມ່ນຢູ່ພາຍໃນເຂດ Kajiado ທີ່ມີອຸນຫະພູມຂ້ອນຂ້າງແຫ້ງແລ້ງ. ປາກົດວ່າພືດຜັກເຫຼົ່ານັ້ນເຕີບໃຫຍ່ຂຶ້ນໄດ້ດີກວ່າປົກກະຕິ ຍົກຕົວຢ່າງ: ຜັກກະລ່ຳທີ່ປູກພາຍໃຕ້ແຜງໂຊລາເຊວ 180 ວັດ ແລະ  345 ວັດ ມີຂະໜາດໃຫຍ່ຂຶ້ນຈາກຂະໜາດປົກກະຕິ 1/3 ຫຼື 33% ແຖມມີສຸຂະພາບດີກວ່າກະລ່ຳທີ່ໄດ້ຮັບນ້ຳ ແລະ ປຸ໋ຍໃນປະລິມານເທົ່າກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/